Top Ad

header ads

ຫໍພັກບ້ານຊີເກມບໍ່ໄດ້ປອດໄພຄືດັ່ງທີ່ຄິດ



ບ້ານຊີເກມເປັນຫໍພັກນັກສຶກສາ ທີ່ຂື້ນກັບມະຫາວິທະຍາໄລແຫ່ງຊາດ ໂດຍລວມມີ8 ອາຄານ ຄື A1-A8,  ສ່ວນອາຄານB ແມ່ນຫ້ອງການຂອງຄູອາຈານ ແລະມີໂຮງອາຫານໄວ້ໃຫ້ບໍລິການໃນຫໍພັກຊີເກມ. A1ຮອດ A5ເປັນອາຄານຂອງນັກສຶກສາຍິງ. A6-A7 ເປັນອາຄານສຳລັບນັກສຶກສາຊາຍ, ສ່ວນA 8 ເປັນອາຄານໄວ້ສຳລັບຮັບແຂກ. ຫໍພັກຊີເກມແຫ່ງນີ້ລວມມີ 4 ຊັ້ນຫ້ອງ1ກຳນົດໃຫ້ນັກສຶກສາຢູ່ປະມານ4ຄົນ, ມີນັກສຶກສາຈຳນວນຫລວງຫລາຍມາພັກເຊົ່າຢູ່ທີ່ນີ້ ອາດເປັນຍ້ອນລາຄາຖືກປະມານ 8 ແສນກວ່າກີບຕໍ່ຄົນ/ປີ ແລະ ພິເສດສຸດໆຄື ຄ່ານໍ້າ, ຄ່າໄຟແມ່ນບໍ່ໄດ້ຈ່າຍ ຖືວ່າດີສຸດໆ, ເຖິ່ງນໍ້າໃຊ້ຈະຕິດຄັດບາງເວລາກໍຕາມ.
   ຜົນສຳຫລວດແບບສອບຖາມຈາກນັກສຶກສາ ທີ່ຢູ່ພາຍໃນຫໍພັກຊີເກມເຫັນວ່າ ດ້ານທີ່ຢູ່ອາໄສແມ່ນມີຄວາມສະດວກສະບາຍ, ຂາດແຕ່ດ້ານຄວາມປອດໄພ ເພາະເຄື່ອງຂອງນັກສຶກສາເສຍຫາຍຢູ່ເລື້ອຍໆ ເປັນຕົ້ນແມ່ນຄອມພິວເຕີ, ໂທລະສັບມືຖື, ກ້ອງຖ່າຍຮູບ ແລະ ອື່ນໆ ເຊິ່ງບໍ່ຮູ້ສາເຫດ. ດ້ານກະແຈໄຂປະຕູຫ້ອງຂອງບ້ານພັກຊີເກມນີ້  ນັກສຶກສາແຕ່ລະລຸ້ນຈະຊ່ຽນກະແຈເປັນຂອງຕົນເອງ ບາດພໍຈົບແລ້ວກໍເອົາໄປເລີຍໂດຍບໍ່ມີການສົ່ງຄືນຫ້ອງການ ແລະຫ້ອງການກໍບໍ່ໄດ້ມີກົດລະບຽບໃຫ້ສົ່ງຄືນ.
  ມີນັກສຶກສາຄົນໜຶ່ງໃຫ້ສຳພາດວ່າ ຈະມີລຸ້ນອ້າຍເອື້ອຍໄຂເຂົ້າມາຄົ້ນຫ້ອງຂອງຕົນເອງຢູ່ເລື້ອຍໆ ບາດທ້ວງຖາມ ພັດຕອບວ່າມາເບິ່ງເຄື່ອງເກົ່າທີ່ອາດລືມໄວ້, ບາງລາຍກໍວ່າຢາກມາເບິ່ງຫ້ອງ ເພາະຄິດຮອດຫ້ອງທີ່ເຄິຍອາໄສຢູ່. ແຕ່ບັນຫາມີບ່ອນວ່າເຄື່ອງຂອງຈະເສຍຢູ່ເລື້ອຍໆ ແລະ ບໍ່ຮູ້ຈະທວງຖາມໃຜຢູ່ໃສແຈ້ງຫ້ອງການເພີ່ນກໍຊ່ວຍຫຍັງບໍ່ໄດ້.
   ສຳລັບກົດລະບຽບຫໍພັກຊີເກມມີຫລາຍຢ່າງທີ່ເຄັງຄັດແຕ່ບໍ່ເຂັ້ມງວດເຊັ່ນ : ຫ້າມຊາຍຂື້ນຕຶກຍິງ ແລະຫ້າມຍິງຂື້ນຕຶກຊາຍ , ຫ້າມແຕ່ງກິນ, ຫ້າມນໍາຂອງມື່ນເມົາມາດື່ມໃນຫ້ອງ ຫລືພາຍໃນຫໍພັກ ແລະ ອື່ນໆ ສຳລັບການຫ້າມໃຊ້ໝໍ້ໄຟຟ້າແຕ່ງກິນນັ້ນ ມີຫລາຍຄົນຈົ່ມວ່າ ຖ້າຈະຫ້າມກໍຄວນຫ້າມໝົດທຸກຄົນ ເພາະວ່າຜູ້ທີ່ເປັນປ້ອງກັນ ແລະ ໝູ່ຂອງປ້ອງກັນແມ່ນສາມາດແຕ່ງກິນໄດ້ ເຫຼືອແຕ່ຄົນມາພັກເຊົ່າ ທີ່ເຮັດຫຍັງກໍຜິດໄປໝົດ.
  ສຳລັບຄູ່ອາຈານທີ່ຢູ່ໃນຫໍພັກຊີເກມ ມີບາງທ່ານເວົ້າຈາກິລິຍາບໍ່ສຸພາບ ຕົວຢ່າງ : ຈາກນັກສຶກສາເລົ່າວ່າ ຕົນ ແລະ ໝູ່ໄດ້ພາກັນປູສາດກິນເຂົ້າຢູ່ກ້ອງຮົ່ມໄມ້ ພໍດີມີອາຈານຄົນໜຶ່ງຢ່າງຜ່ານ ພໍຮ້ອງເພິ່ນກິນເຂົ້າ ແທນທີ່ຈະຕອບວ່າ ເຊີນແຊບ ຫລື ຕອບວ່າ ໂດຍ ຄຳດຽວກໍຍັງຈະດີໃຈ; ແຕ່ກົງກັນຂ້າມ ພັດຂານຕອບດ້ວຍນໍ້າສຽງທີ່ບໍ່ສຸພາບ ປະມານວ່າ ກິນແລ້ວຖີ້ມໃສ່ກະຕ່າຂີ້ເຫຍື້ອຍແດ່ ພວກເຈົ້າແມ່ນບໍ່? ທີ່ຖີ້ມຊະຊາຍແຖວນີ້ຕະຫລອດ. 
   ນັກສຶກສາຍັງກ່າວອີກວ່າ ເວລາໄປພົວພັນວຽກນໍາອາຈານກໍຍາກ, ເວລາດອກໄຟຂາດຫລືອື່ນໆ ຂໍໃຫ້ມາສ້ອມແປງ ຕ້ອງໄດ້ບອກແລ້ວບອກອີກ ຕ້ອງບອກຫລາຍໆເທື່ອຈຶ່ງມາສ້ອມແປງໃຫ້ ແຕ່ເຖິ່ງຢ່າງໃດກໍຕາມຫໍພັກບ້ານຊີເກມແຫ່ງນີ້ເປັນຫໍພັກທີ່ດີ ແລະເໝາະແກ່ການພັກອາໄສຢູ່ຮໍ່າຮຽນ ເພື່ອອະນາຄົດທີ່ດີ.

Ad