Top Ad

header ads

ແມ່ຄ້າໂຫດ ລູກຄ້າບໍ່ນັ່ງຕູບຕົນເອງ ໂມໂຫປ້ອຍດ່າ ຖົ່ມນ້ຳລາຍໃສ່ ເອົາມີດມາຂູ່ ຈົນມີເລື່ອງກັນ

ແມ່ຄ້າບໍ່ພໍໃຈປ້ອຍດ່າຂົ່ມຂູ່ແລະສະແດງພຶດຕິກຳທີ່ບໍ່ເໝາະສົມກັບລູກຄ້າຍ້ອນບໍ່ນັ່ງຕູບຮ້ານໂຕເອງ
ຈາກໂພສໜຶ່ງທາງເຟສບຸກ Park Kbb ໄດ້ລະບຸວ່າ (ແອດຂໍຄັດຫຍໍ້ມາ)
ໃນວັນທີ່ 20 08 2017 ທາງຜູ້ກ່ຽວ ແລະ ໝູ່ປະມານ 9 ຄົນໄດ້ພາກັນໄປພັກຜ່ອນຕາມວັນພັກ ໂດຍໄດ້ພາກັນໄປພັກຜ່ອນຢູ່ຕູບແຄມນ້ຳຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ
ທຳອິດແມ່ນພາກັນກວດສອບເບິ່ງຕູບ ແລະ ເຫັນຕູບທຳອິດນັ້ນແມ່ນນ້ອຍບັນຈຸຄົນທີ່ມານຳກັນບໍ່ພຽງພໍຈຶ່ງຍ້າຍໄປຕູບທີ່ໃຫຍ່ກວ່າ ຊຶ່ງເປັນອີກເຈົ້າ
ຫຼັງຈາກສັ່ງອາຫານ ແລະ ເຄື່ອງດື່ມແລ້ວ ປະກົດວ່າ ແມ່ຄ້າ(ຕູບທຳອິດ) ເກີດຄວາມບໍ່ພໍໃຈ ຈຶ່ງໄດ້ສະແດງພຶດຕິກຳທີ່ຫຍາບຄາຍໃສ່ ໂດຍການສາດນ້ຳເຫຼືອໃຊ້ໃສ່ຂ້າງຕູບພ້ອມກັບຖົ່ມນ້ຳລາຍໃສ່.
ຜູ້ນັ່ງໃນຕູບທີ່ເປັນລູກຄ້າເຫັນວ່າການກະທຳບໍ່ເໝາະສົມຈຶ່ງໄດ້ຖາມເຖິງການກະທຳ ແຕ່ກັບໄດ້ຄຳຕອບທີ່ຫຍາບຄາຍກັບມາວ່າ “ເຮັດແລ້ວຜິດຫົວພໍ່ຫົວແມ່ມຶງບໍ” ຈຶ່ງເກີດມີປາກສຽງກັນຂຶ້ນ ແມ່ຄ້າຍັງທ້າທາຍໃຫ້ເຊີນເຈົ້າໜ້າທີ່ມາຟ້ອງດຳເນີນຄະດີກັບຕົນ ແລະ ໃຫ້ພະນັກງານນຳມີດມາຂົ່ມຂູ່ລູກຄ້ານຳອີກ
ຍັງດີທີ່ບໍ່ມີເຫດການຊົກຕີທຳຮ້າຍຮ່າງກາຍເກີດຂຶ້ນ ແຕ່ກໍ່ເປັນການກະທຳຂອງແມ່ຄ້າທີ່ບໍ່ສົມຄວນ
ໃນເຫດການເບື້ອງຕົນນັ້ນທາງທີມງານກໍ່ບໍ່ຮູ້ວ່າເກີດຫຍັງຂຶ້ນກ່ອນບໍ ຫຼື ມີການເວົ້າສຽດສີກັນຈົນພາໃຫ້ມີປາກສຽງກັນ ຈົນເຖິງຂັ້ນນຳອາວຸດມາຂົ່ມຂູ່ກັນແບບນີ້.






ທີ່ມາ ນາທີ ຊີວິດ/Accident/นาที ชีวิต ແລະ ສາລະບໍ່ມີ
Ad