Top Ad

header ads

ຊີ້ແຈງກໍລະນີ ເຈົ້າໜ້າທີ່ພາສີ-ອາກອນ ທົ່ວປະເທດ ຮັ່ງມີຜິດປົກກະຕິ


ເມື່ອ​ບໍ່​ດົນ​ມາ​ນີ້, ມີພະນັກງານ ​ແລະ ປະຊາຊົນ ຈຳນວນ​ໜຶ່ງ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີ ​ໄດ້ສະ​ເໜີ​ຜ່ານເບີໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນ ໃຫ້ມີ​ການຕິດຕາມ ​ແລະ ກວດກາຢ່າງໃກ້ຊິດ ຕໍ່ກັບການປະຕິບັດໜ້າທີ່ວຽກງານ ຂອງພະນັກງານເຈົ້າໜ້າ ທີ່ພາ​ສີ-ອາ​ກອນ ຢູ່ບັນດາດ່ານພາສີ (ນະຄອນຫລວງ, ແຂວງ, ເມືອງ, ບ້ານ) ໃນຂອບເຂດທົ່ວປະເທດ ເພາະເຫັນວ່າພະນັກງານດັ່ງກ່າວ ມີລັກສະນະຮັ່ງມີຜິດປົກກະຕິ, ພ້ອມທັງສະເໜີໃຫ້ມີມາດຕະການ ແລະ ລະບຽບການ ແກ້ໄຂບັນຫານີ້ ເພື່ອຮັບປະກັນຄວາມໂປ່ງໃສ ໃນການເກັບລາຍຮັບເຂົ້າງົບປະມານ​ ໃຫ້​ໄດ້​ຕາມ​ແຜນ ​ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ.
ຕໍ່​ບັນຫາດັ່ງກ່າວ, ກະຊວງ​ການ​ເງິນ ຊີ້​ແຈງ​ວ່າ: ໃນໄລຍະຜ່ານມາ ຂະ​ແໜງ​ການກວດ​ກາ ຂອງ​ກະ​ຊວງ​ການ​ເງິນ ໄດ້ເອົາໃຈໃສ່ ໃນການລົງຕິດຕາມກວດກາຢ່າງໃກ້ຊິດ ກັບບັນດາຂະແໜງ ການທີ່ມີຄວາມສ່ຽງ ເພື່ອຊອກຫາຂໍ້ມູນ ແລະ ສາເຫດທີ່ເປັນຫາງສຽງ ຢູ່ບັນດາດ່ານພາສີ, ກອງ ກວດກາພາສີ ແລະ ຂະແໜງສ່ວຍສາອາກອນ ໃນຂອບເຂດທົ່ວປະເທດ. ສຳ​ລັບ ​ປະ​ກົດ​ການ​ຫຍໍ້​ທໍ້ ທີ່​ປະ​ຊາ​ຊົນ​ໄດ້​ສະ​ເໜີ​ມານັ້​ນ, ກະ​ຊວງ​ການ​ເງິນ ໄດ້ມີມາດຕະການ ແລະ ລະບຽບການ ໃນການແກ້ໄຂ, ນອກຈາກ​ໄດ້ລົງເຜີຍແຜ່​ບັນດາລະບຽບກົດໝາຍ ແລະ ນິຕິກຳ ທີ່ຕິດພັນກັບການເຄື່ອນ ໄຫວວຽກຕົວຈິງຂອງ​ພະນັກງານ​ແລ້ວ, ກະຊວງການເງິນ ຍັງໄດ້ອອກຂໍ້ຕົກລົງກ່ຽວ​ກັບ 10 ຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນ ຂະແໜງການເງິນ. ພ້ອມນັ້ນ, ຍັງໄດ້ກຽມລົງແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ຮອບ II ຂອງຂະແໜງການເງິນ, ພ້ອມ​ທັງມີມາດຕະການຕໍ່ຜູ້ລະເມີດ. ຖ້າພະນັກງານບຸກຄົນ ໃດຫາກບໍ່ລາຍງານ, ປິດບັງເຊື່ອງອໍາ, ບໍ່ມອບເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງຕົນ, ທັງມີການກະທໍາຜິດອື່ນໆ ຈະຖືກສຶກສາອົບຮົມ, ຕັກເຕືອນ, ປະຕິບັດວິ​ໄນ ແລະ ຖືກດໍາເນີນຄະດີ ຕາມທີ່ກຳນົດໄວ້ ໃນໝວດທີ 6 ຂອງດຳລັດ ວ່າດ້ວຍການແຈ້ງຊັບສິນ ສະບັບເລກທີ 159/ລບ, ລົງວັນທີ 04 ມິ​ຖຸ​ນາ 2013 ຢ່າງ​ເຂັ້ມ​ງວດ.
ຢ່າງ​ໃດ​ກໍຕາມ ການມີສ່ວນຮ່ວມຂອງສັງຄົມ ກໍ​ຄືພົນລະເມືອງລາວ ຜູ້ທີ່ມີຄວາມປະສົງຢາກຊ່ວຍ ໃນການແກ້ໄຂປະກົດການຫຍໍ້ທໍ້ ​ແລະ ການສໍ້ລາດບັງຫລວງ ຫາກພົບເຫັນ ແລະ ມີຂໍ້ມູນຊັດເຈນ ຂອງພະນັກງານຂະແໜງການເງິນ ທີ່ລະເມີດລະບຽບກົດໝາຍ, ມີພຶດຕິກຳສໍ້ລາດບັງຫລວງ, ມີຫລັກຖານຮັດກຸມ ຊ່ວຍແຈ້ງມາຍັງກົມກວດກາ ກະຊວງການເງິນ ເພື່ອຈະໄດ້ລົງເກັບກຳຂໍ້ມູນ ຕິດຕາມກວດກາ ແລະ ເຂົ້າສູ່ຂະບວນການຍຸຕິທຳ./.
 ຂ່າວ:ທະນູ​ທອງ
ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ ແລະ ເຮຮາໜ້າຈໍ
Ad