Top Ad

header ads

ດ່ວນ!! ລາວໂທລະຄົມ ຊົດເຊີຍໃຫ້ລູກຄ້າ ນໍາໃຊ້ເນັດ-ຂໍ້ຄວາມສຽງຟຣີ ເສົາ-ທິດນີ້(ມີວີດີໂອ)


ຈາກເຫດຂັດຂ້ອງທາງດ້ານເຕັກນິກກະທັນຫັນ ເຮັດໃຫ້ມີຜົນກະທົບຕໍ່ການນໍາໃຊ້ງານຂອງບໍລິການ ໂທລະສັບມືຖື, ໂທລະສັບຕັ້ງໂຕະ ແລະ ໂທສະລັບວິນໂຟນ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ສົ່ງຜົນໃຫ້ລູກຄ້າບໍ່ສາມາດນໍາໃຊ້ບໍລິການເຄືອຂ່າຍ ລາວໂທລະຄົມ ໄດ້ ນັບແຕ່ເວລາ 11:00-14:15 ໂມງຂອງວັນທີ 21 ສິງຫາ 2017 ເຮັດໃຫ້ລູກຄ້າເສຍຜົນປະໂຫຍດຢ່າງຫຼວງຫຼາຍ.
ຫຼ້າສຸດ ທ່ານ ຈິດປະສົງ ໜູແກ້ວໄກສອນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ໄດ້ຊີ້ແຈ້ງຕໍ່ໜັງສືພິມເສດຖະກິດ-ການຄ້າ ໃນວັນທີ 23 ສິງຫາ 2017 ວ່າ: ຂ້າພະເຈົ້າຕ່າງໜ້າໃຫ້ກັບບໍລິສັດ ຂໍສະແດງຄວາມເສຍໃຈຕໍ່ກັບເຫດຂັດຂ້ອງທາງດ້ານເຕັກນິກກະທັນຫັນ ເຮັດໃຫ້ມີຜົນກະທົບຕໍ່ການນໍາໃຊ້ງານຂອງບໍລິການ ໂທລະສັບມືຖື, ໂທລະສັບຕັ້ງໂຕະ ແລະ ໂທສະລັບວິນໂຟນ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ສົ່ງຜົນໃຫ້ລູກຄ້າບໍ່ສາມາດນໍາໃຊ້ບໍລິການເຄືອຂ່າຍ ລາວໂທລະຄົມ ໄດ້ ນັບແຕ່ເວລາ 11:00-14:15 ໂມງຂອງວັນທີ 21 ສິງຫາ 2017 ເຮັດໃຫ້ລູກຄ້າເສຍຜົນປະໂຫຍດຢ່າງຫຼວງຫຼາຍ ແຕ່ພວກເຮົາກໍ່ບໍ່ສາມາດຈະຊົດເຊີຍໄດ້ທັງໝົດ. ສະນັ້ນ, ລາວໂທລະຄົມ ຈິ່ງຂໍຊົດເຊີຍໃຫ້ກັບລູກຄ້າ ໂດຍຈະໃຫ້ດາຕ້າຟຣີ 500 M (ເມັກກາໄບ), ສໍາລັບໂທລະສັບວິນໂຟນ ແລະ ຊິມໂທລະສັບ ( ຍົກເວັ້ນຊິມເນັດ ) ແມ່ນຈະໄດ້ນໍາໃຊ້ຂໍ້ຄວາມສຽງ ( voice ) ຟຣີ 30 ນາທີ, ສະເພາະວັນທີ 26-27 ສິງຫາ 2017.
ວີດີໂອ


ທີ່ມາ laoslike
Ad