Top Ad

header ads

ຊົມເຊີຍ..!!! ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ແຂວງຈຳປາສັກ ໄດ້ກັກຢຶດສິນຄ້າ ປະເພດເຄື່ອງສຳອາງ ທີ່ດ່ານ...​


ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ກັກ ຢຶດສິນຄ້າ ປະເພດເຄື່ອງສຳອາງໃຊ້ແລ້ວໜ້າຂາວ, ຢູ່ປະເທດເພື່ອນບ້ານເອີ້ນ ຄຣີມພະມ່າໜ້າຂາວ ທີ່ຫ້າມນຳເຂົ້າ ແລະ ຫ້າມຈຳໜ່າຍ ເກືອບ 500 ຊຸດ 




ເຊິ່ງມີຜູ້ລັກລອບນຳເຂົ້າມາທາງດ່ານສາກົນວັງເຕົ່າ-ຊ່ອງເມັກ ຊາຍແດນລາວ-ໄທ ເພາະປະສົມ Gentamicin ເຊິ່ງເປັນ ຍາປະຕິຊີວະນະ ຖ້າໃຊ້ໃນໄລຍະທຳອິດໜ້າຈະຂາວ ສິວບໍ່ມີ ແຕ່ເມື່ອໃຊ້ດົນໆ 


ໜ້າຈະຂາວໃສຈົນເຫັນເສັ້ນເລືອດ ເຊິ່ງເປັນແລ້ວຮັກສາຍາກທີ່ສຸດ, ດັ່ງນັ້ນຈິ່ງແຈ້ງມາເພື່ອໃຫ້ທຸກຄົນຮັບຊາບ ແລະ ຫ້າມໃຊ້...



 ຢາຕ້ອງຫ້າມ  ປະເພດເຄື່ອງສຳອາງໃຊ້ແລ້ວໜ້າຂາວ, 







ທີ່ມາ  ທີ່ມາ: ຄຳໄຕ ສຸພັນທະວົງ  
Ad