Top Ad

header ads

ພໍ່ແມ່ສົງໃສລູກຫຼໍ່ເກີນໄປ ພາໄປກວດ DNA ເຖິງກັບເງີບເມື່ອຮູ້ຄວາມຈິງ...!


ເວັບໄຊຂ່າວຈີນ ເດີະເປເປີ ລາຍງານຈາກເມືອງຊຽງໄຮ້ ປະເທດຈີນ ເມື່ອວັນທີ 2 ກໍລະກົດວ່າ ຜົວເມຍຄູ່ໜຶ່ງໃນເມືອງຊຽງໄຮ້ລ້ຽງລູກຊາຍທີ່ຄິດວ່າເປັນລູກຂອງຕົນເອງມາເປັນເວລາ 28 ປີ ຂະນະທີ່ໃນໃຈຂອງພວກເຂົາກໍ່ມີຂໍ້ສົງໃສໃນ ໂຕລູກ ວ່າເປັນຫຍັງຄືໜ້າຕາດີເກີນພໍ່ແມ່ ດ້ວຍຄວາມສົງໃສດັ່ງກ່າວເຮັດໃຫ້ທັງຄູ່ຜິດຖຽງກັນ ເພາະຜູ້ເປັນຜົວຄິດວ່າເມຍນອກໃຈແລ້ວມີລູກຊາຍຄົນນີ້ເກີດມາ ທັງສອງຢ່າຮ່າງກັນໃນປີ 2547 ຈາກນັ້ນຜົວຈຶ່ງຂໍໃຫ້ມີການກວດພິສູດ DNA ຂອງລູກຊາຍ ເພື່ອໃຫ້ຄວາມຈິງໄດ້ຮັບການພິສູດ ແລະແລ້ວກໍ່ພົບວ່າ DNA ຂອງຜູ້ເປັນລູກບໍ່ກົງກັບຂອງພໍ່ ແລະ ແມ່ ເຮັດໃຫ້ພວກເຂົາຕັ້ງຂໍ້ສົງໃສຂື້ນມາວ່າ ຄວາມຜິດພາດອາດເກີດຂື້ນຕັ້ງແຕ່ຕອນເກີດທີ່ໂຮງໝໍຊຽງໄຮ້ໃນປີ 2532 ແລ້ວ ໂດຍມີຄວາມເປັນໄປໄດ້ວ່າ ພະຍາບານຈະອຸ້ມເດັກຜິດຄົນມາສົ່ງໃຫ້ກັບພວກເຂົາ


ຜູ້ເປັນແມ່ເປີດເຜີຍກັບນັກຂ່າວວ່າ ພວກເຂົາມັກເດືອດຮ້ອນເພາະຮູບລັກສະນະຂອງລູກຊາຍ ທີ່ພວກເຂົາຕັ້ງຊື່ໃຫ້ວ່າ ຫວັງ ເຍ່ ສະເໝີ ເນື່ອງຈາກໃບໜ້າຂອງຫວັງ ເຍ່ ແຕກຕ່າງຈາກພວກເຂົາຫຼາຍເຊັ່ນ ມີດວງຕາທີ່ໃຫຍ່ແລະດັງໂມ ເຊິ່ງເປັນສິ່ງທີ່ພໍ່ແມ່ຂອງລາວບໍ່ມີ ໂດຍສະເພາະຜູ້ເປັນພໍ່ເຊິ່ງບໍ່ໜ້າຕາດີປານໃດ ເຮັດໃຫ້ພໍ່ກັບລູກມີໃບໜ້າຂ້ອນຂ້າງແຕກຕ່າງກັນ ເມື່ອຄວາມຈິງໄດ້ຖືກພິສູດອອກມາແລ້ວ ທ້າວ ຫວັງ ເຍ່ ກ່າວວ່າ ລາວເອງກໍ່ຕົກໃຈເຊັ່ນກັນ ເນື່ອງຈາກທັງໝົດຢູ່ຮ່ວມກັນເປັນຄອບຄົວມາດົນແລ້ວ ແລະຍັງເຮັດໃຈໃຫ້ເຊື່ອຄວາມຈິງດັ່ງກ່າວບໍ່ໄດ້ ປະຈຸບັນຜູ້ເປັນແມ່ກຳລັງດຳເນີນເລື່ອງຟ້ອງຮ້ອງໂຮງໝໍຊຽງໄຮ້ ເອີ້ນຄ່າເສຍຫາາຍ 1.3 ລ້ານຢວນ ແລະ ຕ້ອງການຊອກລູກ ທີ່ແທ້ຈິງໃຫ້ພົບ ແລະ ຕາມຫາພໍ່ແມ່ທີ່ແທ້ຈິງໃຫ້ກັບ ຫວັງເຍ່ ດ້ານໂຮງໝໍທີ່ຕົກເປັນຜູ້ຕ້ອງສົງໃສວ່າເຮັດຜິດພາດ ກໍ່ກຳລັງສອບສວນເລື່ອງດັ່ງກ່າວຢູ່ເຊັ່ນກັນ


ແຫຼ່ງຂ່າວ: ເດລິນິວ ແລະ www.news.com.la
Ad