Top Ad

header ads

ສິ່ງທີ່ບໍ່ຄວນເຮັດ ກ່ອນເຂົ້ານອນ!!



ຜົນກະທົບຕໍ່ຮ່າງກາຍຂອງເຮົາ
1. ຫຼິ້ນມືຖື ອ່ານໜັງສືຈາກເຄື່ອງ e-book reader ຫຼື ເບິ່ງໂທລະພາບກ່ອນນອນ: ເພາະແສງສີຟ້າຈະເຮັດໃຫ້ສະໝອງຕື່ນໂຕ ແລະ ເຮັດໃຫ້ນອນຫຼັບຍາກເມື່ອກາຍເວລາທີ່ຄວນຈະນອນ
2. ຮັບປະທານອາຫານ: ມີສ່ວນເຮັດໃຫ້ກະເພາະອາຫານຕ້ອງເຮັດວຽກນອກເວລາ ມາຍ່ອຍອາຫານທີ່ທ່ານກິນລົງໄປ ຮ່າງກາຍກໍ່ເລີຍບໍ່ໄດ້ພັກຜ່ອນເທົ່າທີ່ມັນຄວນຈະໄດ້ຮັບ ສະນັ້ນກ່ອນເຂົ້ານອນ 4-6 ຊົ່ວໂມງ ຄວນງົດຮັບປະທານອາຫານໄດ້ແລ້ວ ດື່ມນ້ຳລ້າຮອງທ້ອງ ແລ້ວຄ່ອຍມາກິນເຂົ້າໃນຕອນເຊົ້າຂອງມື້ຖັດໄປດີກວ່າ
3. ບໍ່ນອນໃນເວລາທີ່ຄວນນອນ: ທ່ານເຄີຍເປັນບໍ່ທີ່ຄືນນີ້ຕ້ອງນອນເດິກ ຫຼື ໂຕ້ລຸ້ງ ເພື່ອເຮັດວຽກທີ່ດ່ວນຫຼາຍຈົນເຮົາຕ້ອງເສຍສະຫຼະເວລານອນໃຫ້ກັບວຽກ ການນອນໃນເວລາທີ່ບໍ່ປົກກະຕິແບບນີ້ຕະຫຼອດ ຈະເຮັດໃຫ້ລະບົບການເຮັດວຽກຂອງຮ່າງການແປປວນ ຈົນຮ່າງກາຍອາດປັບສະພາບບໍ່ທັນ ເພາະສະນັ້ນຫາກບໍ່ຈຳເປັນແທ້ໆໃຫ້ປ່ຽນຈາກການນອນເດິກ ເປັນຕື່ນໃຫ້ເຊົ້າກວ່າເກົ່າແລ້ວເຮັດວຽກຕໍ່ໃນຊ່ວງເຊົ້າຈະດີກວ່າ
ຖ້າງົດສິ່ງເຫຼົ່ານີ້ໄດ້ ຮັບຮອງວ່າການນອນຫຼັບພັກຜ່ອນຂອງທ່ານຈະດີຕໍ່ ສຸຂະພາບແນ່ນອນ

ຂອບໃຈທີ່ມາ www.laoslike.com
Ad