Top Ad

header ads

ເປັນຫຍັງ ມຊ ຈຶ່ງບໍ່ມີພິທີມອບ-ຮັບໃບປະກາສະນີຍະບັດຄືກັບທຸກປີ?



ນີ້ຫົວຂໍ້ຂ່າວຈາກໜັງສືພິມ ເສດຖະກິດ-ການຄ້າ  ພາດຫົວຂ່າວໄວ້ຢ່າງໜັາສົນໃຈ ແລະ ເຊື່ອວ່າ ນັກຮຽນ ນັກສຶກສາທີ່ຈົບປີນີ້ ກໍກໍາລັງໃຈຈົດໃຈຈໍ່ຢາກຮູ້ຄໍາຕອບ ເຊັ່ນດຽວກັບຄົນໃນສັງຄົມ ເປັນຕົ້ນແມ່ນຜູ້ປົກຄອງຫຼາຍທ່ານ :

" ເປັນຫຍັງ ມຊ ຈຶ່ງບໍ່ມີພິທີມອບ-ຮັບໃບປະກາສະນີຍະບັດຄືກັບທຸກປີ? "



ປີນີ້ມະຫາວິທະຍາໄລແຫ່ງຊາດ ບໍ່ມີພິທີທາງການໃນການມອບ-ຮັບໃບປະກາດຄືກັບປີຜ່ານໆມາອີກ ໂດຍໃຫ້ແຕ່ລະຄະນະເປັນຜູ້ມອບ ຫຼື ໃຫ້ນັກສຶກສາໄປເຊັນເອົາດ້ວຍຕົນເອງ ກັບຄະນະທີ່ຕົນສັງກັດ.

ທ່ານ ຮສ ປອ ຄຳຜົງ ນາມມະນີໄຊ ຫົວໜ້າຫ້ອງການວິຊາການ ບອກວ່າ: ໂດຍອີງຕາມທິດຊີ້ນຳຂອງຂັ້ນເທິງກໍ່ຄືກະຊວງສຶກສາທິການ ແລະ ກິລາ ວ່າປີນີ້ແມ່ນໃຫ້ທຸກໆໂຮງຮຽນ, ມະຫາວິທະຍາໄລ ແລະ ວິທະຍາ ໄລທັງພາກລັດ ແລະ ພາກເອກະຊົນ ທົ່ວປະເທດ ບໍ່ໃຫ້ມີການຈັດພິທີມອບ-ຮັບໃບປະກາດຄືປີຜ່ານມາ, ເພາະການຈັດພິທີມອບ-ຮັບນັ້ນ ເຮັດໃຫ້ເສຍງົບປະມານ ແລະ ອີກຢ່າງໜຶ່ງເຫັນວ່ານັກສຶກສາຈະສຸມໃສ່ແຕ່ຄ່ານິຍົມຂອງປະກາສະນີຍະບັດ ເຊັ່ນ: ຈົບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ໂດຍບໍ່ຄຳນຶງເຖິງຄຸນຄ່າທີ່ແທ້ຈິງວ່າເຮົາຈົບມາສາມາດນຳເອົາຄວາມຮູ້, ຄວາມສາມາດໄປຕອບໜອງຕໍ່ໜ້າທີວຽກງານ, ຄວາມສາມາດພັດທະນານາຕົນເອງ ແລະ ພັດທະນາປະເທດຊາດ.

ທ່ານ ຮສ ປອ ຄຳຜົງ ນາມມະນີໄຊ ໃຫ້ຮູ້ອີກວ່າ: ສົກສຶກສາ 2016-2017 ມະຫາວິທະຍາໄລແຫ່ງຊາດ ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ທັງໝົດຈຳນວນ 5,303 ຄົນ, ຍິງ 2,354 ຄົນ, ນັກສຶກສາໃນແຜນ 1,935 ຄົນດ ຍິງ 960 ຄົນ, ປະລິນຍາໂທ 456 ຄົນ, 178 ຄົນ, ປະລິນຍາຕີ 4,785 ຄົນ, 2,149 ຄົນ, ນັກສຶກສາອານຸປະລິນຍາ 62 ຄົນ, ຍິງ 29 ຄົນ, ນັກສຶກສາຕ່າງປະເທດ 514 ຄົນ, ຍິງ 20 ຄົນ, ພຣະສົງ-ສາມະເນນ 38 ອົງ.

ໃນນັ້ນ ມີນັກສຶກສາທີ່ໄດ້ກຽດນິຍົມ (ປະກາສະນີຍະບັດແດງ) ຈຳນວນທັງໝົດ 45 ຄົນ, ຍິງ 25 ຄົນ. ພິທີການສະຫຼຸບສົກຮຽນ (ຖອດຖອນບົດຮຽນ ແລະ ເຊັນຮັບໃບປະກາດ) ແມ່ນໄດ້ເລີ່ມແຕ່ວັນທີ 25 ສິງຫາ ຮອດ ວັນທີ 15 ກັນຍາ ແມ່ນສຳເລັດເປັນທີ່ຮຽບຮ້ອຍ.

ທ່ານ ຮສ. ປອ. ສີຖານ ສຸຂະວົງ ຮອງຄະນະບໍດີ ຄະນະສຶກສາສາດ ໄດ້ກ່າວວ່າ: ໃບປະກາສະນີ ຍະບັດບໍ່ໄດ້ຢັ້ງຢືນວ່ານັກສຶກຜູ້ນັ້ນມີຄວາມຮູ້ຄວາມສາມາດສໍ່າໃດ? ແຕ່ສິ່ງສຳຄັນແມ່ນຕອນໄປເຮັດວຽກສາມາດມາດນຳເອົາຄວາມຮູ້ທີ່ຮຽນມາປະກອບອາຊີບຂອງຕົນເອງ ແລະ ພັດທະນາປະເທດຊາດແນວໃດ? ຖ້າວ່າເຮົາຈະຈັດພິທີມອບ-ຮັບຄືຜ່ານມາ ເຫັນໄດ້ວ່າສະຖານທີ່ແອອັດການສັນຈອນຕິດຂັດ ເຮັດໃຫ້ເກີດຂໍ້ຫຍຸ້ງຍາກໃນການໄປມາ ແລະ ເປືອງງົບປະມານ. ສຳລັບປີນີ້ ພວກເຮົາໄດ້ຈັດຕັ້ງປະຕິບັດແບບລຽບງ່າຍໂດຍໃຫ້ແຕ່ລະຄົນມາເຊັນຮັບເອົາໃບປະກາສະນີຍະບັດຕາມຄະນະຂອງຕົນເອງ.

ທີ່ມາ: ເສດຖະກິດ-ການຄ້າ  
Ad