Top Ad

header ads

ປູກຕົ້ນໄມ້ຊະນິດນີ້ໃນບ້ານຈະດືງດູດເງິນທອງເຂົ້າບ້ານ


ຕົ້ນຄາດຊູລ່າ ( Crassula Ovata  ຫຼື Jade Plant ) ຕົ້ນໄມ້ໃບເງິນ ພືດຊະນິດນີ້ ຈະຊ່ວຍກອງອາກາດ ແລະ ປົກປ້ອງເຈົ້າຈາກຝຸ່ນລະອອງ ແລະ ຊ່ວຍເພີ່ມພະລັງງານບວກມາສູ່ບ້ານຂອງເຈົ້າ
ຮວງຈຸ້ຍເປັນປັດຊະຍາຈີນເກົ່າທີ່ມີປະຕິບັດກັບສະພາບແວດລ້ອມ ແລະ ຜູ້ຄົນ ປັດຊະຍາບູຮານນີ້ມີຊື່ສຽງ ແລະ ເປັນທີ່ຍອມຮັບຫຼາຍ ແລະ ນັກອອກແບບຕົກແຕ່ງບ້ານພາຍໃນນິຍົມນຳມາໃຊ້ຮ່ວມກັບການເຮັດວຽກ
ທິດສະດີທີ່ຢູ່ເບື້ອງຫຼັງປັດຊະຍານີ້ຄືທຸກໆສິງໃນໂລກຮ່ວມຢູ່ໃນຈັກກະວານທີ່ບໍ່ມີບ່ອນສິ້ນສຸດທີ່ຮວມເຂົ້າກັບພະລັງງານຊີວິດຫຼືເອີ້ນວ່າພະລັງງານຈິດໝາຍເຖີງການຍົກລະດັບຄຸນນະພາບຊີວິດທີ່ມີຜົນບວກຕໍ່ຊີວິດເຮົາ
ຕາມທີ່ຜູ້ຊ່ຽວຊານລະບຸໄວ້ ພືດຊະນິດນີ້ຊ່ວຍປ່ວຍພະລັງງານບວກທີ່ເປັນປະໂຫຍດໃນທຸກພື້ນທີ່ຂອງຊີວິດໂດຍສະເພາະ ດ້ານການເງິນ ດັ່ງນັ້ນຫາກເຈົ້າຕ້ອງການຍົກລະດັບສະຖານະທາງການເງິນ ເຈົ້າຄວນມີພືດຊະນິດນີ້ໄວ້ໃນບ້ານ ອີກທັ້ງມັນຍັງນຳຄວາມໂຊກດີມາໃຫ້ເຈົ້າອີກດ້ວຍ
ລັກສະນະຂອງພືດຊະນິດນີ້
ພືດຊະນິດນີ້ນິຍົມທົ່ວໂລກ ມັນມີໃບສີຂຽວສວຍງາມມີລັກສະນະຄ້າຍຄືກັບຫຼຽນ ໃບໜານຽນສາມາດອອກດອກເປັນສີຊົມພູຫຼືສີຂາວຂະໜາດນ້ອຍຄ້າຍຮູບດາວ ດອກຂອງມັນຈະອອກໃນຊ່ວງລະດູໜາວ ແລະ ບານເຕັມທີ່ຈົນເຖີງລະດູໃບໄມ້ປົ່ງ ໃນເດືອນຕຸລາເຖີງເມສາ ມັນຈະແຕກໜໍ່ອອກມາໃໝ່ຈະຄາຍເປັນສີນ້ຳຕານ ແລະ ເຕີບໃຫຍ່ເປັນຕົ້ນໄມ້
ສັນຍາລັກຂອງພືດ
ພືດຊະນິດນີ້ເປັນສັນຍາລັກຂງໂຊກລາກ ແລະ ຄວາມໂຊກດີ ເໝາະທີ່ຈະນຳໄປເປັນຂອງຂວັນສຳລັບຂຶ້ນບ້ານໃໝ່ຕາມທີ່ອ້າງອີງຈາກປັດຊະຍາຈີນ ແລະ ສະຖານະການທີ່ທີ່ດີທີ່ສຸກສຳລັບວາງພືດນີ້ຄືມຸມທິດຕາເວັນອອກສຽງໃຕ້ຂອງບ້ານ ນອກຈາກນີ້ຈຳນວນໃບຂອງພືດຊະນິດນີ້ຈະສົ່ງຜົນຕໍ່ໂຊກລາກ ແລະ ຄວາມໝັ່ນຄົງອີກດ້ວຍ
 ຂອບໃຈທີ່ມາ www.laoslike.com
Ad