Top Ad

header ads

ຂອບໃຈທີ່ຊ່ວຍເຫຼືອ! ສາວເປັນມະເຮັງຜົ່ງຕາ ລ່າສຸດໄດ້ຮັບການຜ່າຕັດແລ້ວ ສຸດທ້າຍເປັນແບບນີ້..



ຫຼັງຈາກທີ່ເລື່ອງລາວຂອງສາວທີ່ເປັນມະເຮັງຜົ່ງຕາ ຕ້ອງການຮັບຄວາມຊ່ວຍເຫຼືອນັ້ນ ໄດ້ເຜີຍແຜ່ອອກໄປ ກໍໄດ້ຮັບການແຊຣ໌ຈາກຊາວເນັດເປັນຈຳນວນຫຼາຍ ພ້ອມທັງຊ່ວຍບໍລິຈາກຄ່າຮັກສານຳອີກດ້ວຍ ໃນທີ່ນີ້ກໍຕ້ອງຂອບໃຈແລະຊົມເຊີຍຊາວເນັດຜູ້ໃຈບຸນທັງຫຼາຍທີ່ຊ່ວຍ ແຊຣ໌ແລະບໍລິກຈາກຄ່າຮັກສາໃຫ້ . ໂດຍລ່າສຸດ ສາວດັ່ງກ່າວກໍໄດ້ຮັບຜ່າຕັດເປັນທີ່ຮຽບຮ້ອຍແລ້ວ (20.9.2017) ໂດຍລາຍງານຈາກຜູ້ໃຊ້ເຟສບຸກຊື່ @ນັກຣົບ ອິດສະຫຼະ ໄດ້ກ່າວລາຍລະອຽດວ່າ : ການຜ່າຕັດຂອງນາງຈັນຄອບຄົວທຸກຢາກໄດ້ຜ່ານພົ້ນໄປດ້ວຍດີ ຈາກທີມແພດ ໃນໂຮງຫມໍ150 ໂດຍການຜ່າຕັດເອົາເຊື່ອມະເລັງໂດຍຜ່າຈາກກະໂຫຼກຫົວມາໃສ່ເບົ້າຕາ ໂດຍໄດ້ຮັບທືນຄ່າຜ່າຕັດຄັ້ງນີ້ໂດຍການຊ່ວຍເຫຼືອຈາກທ່ານຜູ້ໃຈດີໂດຍການລະດົມທືນຈາກສາວໄກ່ ຜູ້ທີ່ອອກຊ່ວຍສັງຄົມມາຕະຫຼອດທີ່ຜ່ານມາ ແລະຫມໍຜູ້ຊ່ຽວຊານລົງມືຜ່າໄຫ້ເພາະຄວາມສົງສານ ຈາກຄົນໃກ້ຕາຍໄດ້ມາມີຊີວິດປົກກະຕິ ແລະຊີວິດໃຫມ່ອີກຄັ້ງ 
ຂອບໃຈທຸກທ່ານທີ່ເອົາໃຈຊ່ວຍເຮົາ ຈົນເຮັດໃຫ້ຊີວິດອີກຄົນໄດ້ໄປຕໍ່
ຂໍໃຫ້ທ່ານກົດ like ກົດ share ໃຫ້ຄົນຊ່ວຍສັງຄົມຄືພວກເຮົາໄດ້ມີຄົນຍ້ອງໃຫ້ບ້ານເມືອງເຮົາມີຂ່າວສັງຄົມທີ່ເປັນກະແສດີແນ່
ຂໍຂອບໃຈ .

ຮູບຂອງນາງຈັນ ກ່ອນການຜ່າຕັດ 👇🏿👇🏿
ແພດໝໍກຳລັງຈັດແຈງຕັດຜົມບໍລິເວນທີ່ກຳລັງຈະເຮັດການຜ່າຕັດອອກ ເພື່ອສະດວກໃນການຜ່າຕັດ

ເລີ່ມເຂົ້າຫ້ອງຜ່າຕັດແລ້ວ
ເຮັດການຜ່າຕັດ



ສຳເລັດໄປດ້ວຍດີ!👏👏
ສຸດທ້າຍ ແມ່ນຮູບຂອງນາງຈັນ ຫຼັງໄດ້ຮັບການຜ່າຕັດ 😊😊
Ad