ເປັນໄປດັ່ງທີ່ຄາດກັນໄວ້ສຳລັບ iPhone X ລຸ່ນສະຫຼອງ 10 ປີ iPhone ມີຫຍັງໜ້າສົນໃຈ ໃນ iPhone ລຸ້ນພິເສດໂຕນີ້ສະຫຼຸບຂໍ້ມູນສະຫລຸບກັນເລີຍ
iPhone X
Apple ເປີດຕັວ iPhone X (ໄອໂຟນເທັນ) ລຸ້ນພິເສດສະຫລອງ 10 ປີ iPhone ໃນງານ Apple Special Event 2017 ທີ່ຜ່ານມາມີໄຮໄລທ໌ເດັ່ນໆ ທີ່ໜ້າສົນໃຈດັ່ງນີ້
ຮຽບຮຽງໂດຍ YOULIKELAOS
ໃຊ້ຊື່ iPhone X (ໄອໂຟນເທັນ)
Apple ໄດ້ເປີດຕັວແລະວາງຂາຍ iPhone ລຸ້ນທຳອິດເມື່ອປີ 2007 ແລະຕອນນີ້ປີ 2017 ຜ່ານມາ 10 ປີແລ້ວ ໂດຍ Apple ຈະໃຊ້ຊື່ iPhone ລຸ້ນພິເສດນີ້ iPhone X (ໄອໂຟນເທັນ) ເນື່ອງຈາກ X ໝາຍເຖິງ ເປັນຕັວແທນຂອງເລກ 10
ໂຕເຄື່ອງແລະການອອກແບບ
iPhone X ໃຊ້ຕັວເຄື່ອງພື້ນຜິວວັດດຸກະຈົກທັງໜ້າແລະຫຼັງຄືກັບ iPhone 4 ມີກອບສແຕນເລດຄອບໂຕເຄື່ອງໂດຍອ້ອມ ຮອງຮັບການສາກແບບໄຮ້ສາຍ (Wireless Charging) ຜ່ານແທ່ນຊາຣົ໌ດຄື່ກັບ Apple Watch
ຈໍ OLED ເຕັມຂອບກວ້າງ 5.8 ນິ້ວ Super Retina Display
iPhone X ໃຊ້ຈໍ OLED ຄືກັບ Apple Watch ໂດຍໃຊ້ໜ້າຈໍຄວາມກວ້າງ 5.8 ນິ້ວ (ວັດຈາກແນວທແຢງ) ເທກໂນໂລຢີ Super Retina Display ຄວາມລະອຽດ 2436×1125 ມີການເວັ້ນຊ່ອງສຳລັບກ້ອງໜ້າ TrueDepth ດ້ານເທິງ
ຈໍ OLED ຊ່ວຍໃຫ້ iPhone X ສາມາດສະແດງໜ້າດສົດໃສຂຶ້ນ ມີຄວາມຢືດຫຢຸ່ນສາມາດຢືດຫລື ໃຫ້ເຕັມພື້ນທີ່ໜ້າດຈໍໂຕເຄື່ອງໄດ້ແລະທີ່ສຳຄັນເທກໂນໂລຢີຈໍ OLED ກໍຈະຊ່ວຍໃຫ້ປະຫຢັດພະລັງງານໃນການສະແດງຜົນໄດ້ອີກດ້ວຍ
TrueTone Display
Apple ເປີດຕັວເທກໂນໂລຢີ TrueTone Display ໃນ iPad Pro ທີ່ສາມາດປັບສະພາບສີແລະແສງຂອງຈໍໃຫ້ສອດຄ້ອງກັບສະພາບແວດລ້ອມທີ່ຜູ້ໃຊ້ໃຊ້ງານຢູ່ ໂດຍ iPhone X ຈໍ OLED ມີເທກໂນໂລຢີ TrueTone Display ຊ່ວຍເພີ່ມປະສິດທິພາບການສະແດງຜົນເຊັ່ນດຽວກັນ
Tap to Wake
ອີກໜຶ່ງຟີເຈີຣ໌ທີ່ເພີ່ມເຂົ້າມາໃໝ່ຊ່ວຍໃຫ້ການເປີດໜ້າດຈໍເຮັດໄດ້ງ່າຍຂຶ້ນຊື່ວ່າ “Tap to Wake” ຫລືແຕະເພື່ອປຸກ ໂດຍການແຕະໄປທີ່ໜ້າດຈໍ 2 ເທື່ອເພື່ອໃຫ້ໜ້າດຈໍສະແດງຂະນະທີ່ລັອກຫລືປິດຢູ່ ໂດຍຟີເຈີຣ໌ນີ້ມີຢູ່ແລ້ວໃນ Apple Watch ຈໍ OLED
ກ້ອງໜ້າ TrueDepth
iPhone X ໃຊ້ກ້ອງໜ້າຄວາມລະອຽດ 7MP ທີ່ມີຄຸນສົມບັດການວັດໄລຍະວັດຖຸຮ່ວມກັບເຊັນເຊີຣ໌ຕ່າງໆ ຊ່ວຍໃຫ້ສາມາດຖ່າຍພາບ Selfie ໄດ້ຄົມແຈ້ງ ມີມິຕິກວ່າເກົ່າ ເອີ່ນເທກໂນໂລຢີນີ້ວ່າກ້ອງໜ້າ TrueDepth
ກ້ອງໜ້າ TrueDepth ນະວັດຕະກຳຂອງ Apple ມີເຊັນເຊີຫຼາກຫຼາຍທີ່ຊ່ວຍເລື່ອງການສະແກນໃບໜ້າ Face ID, Portrait Selfie
ສະແກນໃບໜ້າ Face ID
ສະແກນໃບໜ້າ (Face ID) ມາແທນການສະແກນນິ້ວ Touch ID ເນື່ອງຈາກ iPhone X ຕັດປຸ່ມ Home ອອກໄປ ໂດຍເທກໂນໂລຢີ Face ID ນີ້ຈະໃຊ້ກ້ອງໜ້າ TrueDepth ສາມາດສະແກນໜ້າຜູ້ໃຊ້ງານໄດ້ໄວຫຼາຍ ແລະມີຄວາມແມ່ນຢຳແລະໄວ 1 ໃນ 1,000,000 ໄວກວ່າ Touch ID
ສຳລັບການສະແກນໃບໜ້າເຮັດໄດ້ໂດຍຢົກ iPhone X ຂຶ້ນມາ > ມອງໄປທີ່ໜ້າດຈໍໂຕລະບົບຈຶ່ງຈະສະແກນໃບໜ້າ
ສຳລັບການໃຊ້ໃບຫນ້າທີ່ບໍ່ແມ່ນຄົນແທ້້ ໂຕລະບົບກໍຈະຮຽນຮູ້ແລະຈົດຈຳໃບໜ້າຜູ້ໃຊ້ ແລ້ວແຢກໄດ້ວ່າໃບໜ້າໃດຄືໃບໜ້າແທ້
ດ້ວຍອິນຟາເຣດຂອງກ້ອງໜ້າຊ່ວຍສແກນໃບໜ້າໄດ້ເຖິງແມ່ນຢູ່ໃນທີ່ມືດ
ກ້ອງຫຼັງ 2 ຕັວແນວຕັ້ງ
ກ້ອງຫຼັງ 2 ຕັວແນວຕັ້ງ 12MP f/1.8 ແລະ f/2.4 ໂດຍເລນສ໌ທັງຄູ່ມີລະບົບກັນພາບສັ່ນ (OIS) ໃຊ້ເຊັນເຊີຣ໌ໃໝ່ມີຂະໜາດໃຫຍ່ຂຶ້ນ ຖ່າຍພາບໃນທີ່ແສງນ້ອຍໄດ້ດີຂຶ້ນ
ໂໝດຖ່າຍພາບໃໝ່
ການປ່ຽນໄປໃຊ້ກ້ອງໜ້າ TrueDepth ແລະກ້ອງຫຼັງ 2 ຕັວແນວຕັ້ງ ສາມາດຮອງຮັບການຖ່າຍພາບໂໝດຕ່າງໆ ໄດ້ຫຼາຍແບບຂຶ້ນ ເຊັ່ນ
Animoji
Animoji ຄື Emoji ທີ່ປ່ຽນໄປຕາມຮູບແບບການປ່ຽນແປງໃບໜ້າຂອງເຮົາໄດ້
Portrait Selfie
ກ້ອງໜ້າ TrueDepth ຮອງຮັບການຖ່າຍ Portrait Selfie ຜ່ານກ້ອງໜ້າ
AirPower ແທ່ນທີ່ສາກໄຮ້ສາຍ (Wireless Charging)
AirPower ເປັນແທ່ນທີ່ສາກໄຮ້ສາຍອຸປະກອນ Apple ໄດ້ຫລວງຫລາຍບໍ່ວ່າຈະເປັນ iPhone X, Apple Watch, AirPods ໂດຍ AirPower ຈະເປີດຂາຍປີ 2018
ຊິບ A11 Bionic ຊົງພະລັງ
ຊິບ A11 Bionic ຂອງ iPhone X ຈະມີປະສິດທິພາບທີ່ດີກວ່າ A10X ຫລາຍຂຶ້ນໄປອີກ ໂດຍຊິບ A11 10nm 64-bit ມີປະສິດທິພາບແຮງຫລາຍກວ່າ A10X 2 ເທົ່າ ປະຫຢັດພະລັງງານກວ່າ ແລະໃຊ້ CPU ແບບ 6-Core
ຮອງຮັບ Augmented Reality
ລະບົບຄວາມສົມຈິງຫລື Augmented Reality ຊ່ວຍປ່ຽນຮູບແບບການໃຊ້ງານ iPhone ໄປອີກຂັ້ນໜຶ່ງ iPhone X ຮອງຮັບເທກໂນໂລຢີນີ້ຢ່າງແນ່ນອນແລະດ້ວຍເຊັນເຊີຣ໌ 3 ມິຕິທີ່ມາບພ້ອມກັບລຸ້ນນີ້ ເຮັດໃຫ້ການໃຊ້ AR ໃນ iPhone X ມີຄວາມພິເສດກວ່າລຸ້ນອື່ນ
ຮູບແບບການໃຊ້ງານແບບຂາດປຸ່ມ Home (iOS 11)
ການຕັດປຸ່ມ Home ອອກໄປໃນ iPhone X ເຮັດໃຫ້ຮູບແບບການໃຊ້ງານຂອງ iPhone X ແຕກຕ່າງຈາກລຸ້ນອື່ນ ເຊັ່ນ
ເອີ່ນ Control Center ໂດຍລາກຈາກມຸມເທິງຂວາ
ກ້ບມາຍັງໜ້າ Home ເຮັດໄດ້ໂດຍປັດຂຶ້ນເພື່ອກລັບໄປໜ້າ Home
ເປີດ Multitasking ເຮັດໄດ້ໂດຍແຕະຄ້າງໄວ້ປັດຂຶ້ນເພື່ອກລັບໄປໜ້າ Home
ການເອີ່ນ Siri ເຮັດໄດ້ໂດຍກົດປຸ່ມ Power ຄ້າງໄວ້
ຄວາມຈຸ 64GB 256GB
ສຳລັບຄວາມຈຸກອົງ iPhone X ນັ້ນມີຢູ່ 2 ຄວາມຈຸ ຄື 64GB ແລະ 256GB ບໍ່ມີຄວາມຈຸຂະໜາດໃຫຍ່ 512GB ເໝືອນທີ່ລືກັນກ່ອນໜ້ານີ້
ລາຄາ
iPhone X 64GB — ປະມານ 999 ໂດລາ
iPhone X 256GB — ປະະມານ n/a ໂດລາ
ມື້ເປີດຈຳໜ່າຍ
ມື້ເປີດຕັວ : 12 ກັນຍາ. 2017
ມື້ເປີດຈອງ (Pre-Order) : 27 ກັນຍາ 2017
ມື້ເປີດຂາຍມື້ທຳອິດ : 3 ພະຈິກ. 2017
ມື້ເປີດຂາຍໃນລາວມື້ທຳອິດ : ຍັງບໍ່ມີກຳນົດ(n/a)