Top Ad

header ads

ສູ້ຊີວິດແຕ່ ອາຍຸ 15 ຈົນຮອດ 23 ສ້າງເຮືອນໃຫ້ແມ່ຢູ່! ແຮງບັນດານໃຈ ຈາກຊີວິດຈິງ




ມື້ນີ້ຂໍອານຸຍາດ ຍົກເອົາເລື່ອງລາວຊີວິດຂອງ Tonkham Phonchanheuang (ສາວ ຕົ້ນຄຳ ພົນຈັນເຮືອງ) ... ທີ່ໄດ້ໂພດຂໍ້ຄວາມ ເລົ່າຊີວິດ ການຕໍ່ສູ້ ຈາກປະສົບການ,​ ຄວາມອົດທົນ, ຄວາມກະຕັນຍູ ແລະ ການຕັ້ງເປົ້າໝາຍໃຫ້ກັບຊີວິດ. ເພື່ອເລື່ອງລາວນີ້ ຈະເປັນອີກແງ່ມູມ ເພື່ອຊ່ວຍໃຫ້ຄົນທີ່ ກໍາລັງທໍ້ແທ້ ຫຼື ຄິດວ່າຊາດນີ້ຈະບໍ່ມີວັນໄດ້ໃນສິ່ງທີ່ຝັນເອົາໄວ້. ຈົ່ງໄດ້ເກັບກ່ຽວເອົາບົດຮຽນຈາກສາວນ້ອຍຄົນນີ້...

ໝາຍເຫດ: ຂໍຄວາມບໍ່ໄດ້ມີການປັບແຕ່ງ, ເອົາມາຈາກ ສາວ ຕົ້ນຄຳ ແບບຕົ້ນສະບັບເລີຍ... ກົດອ່ານຂ້າງລຸ່ມເດີ...



#ບົດຄວາມນີ້ອາດເປັນແຮງກຳລັງໃຈ #ໃຫ້ຄົນທີ່ສູ້ຊິວິດ #ທໍ້ໄດ້ #ແຕ່ຕ້ອງສູ້💪🏻
ຂ້ອຍເປັນເດັກນ້ອຍ ທີ່ຄອບຄົວໂດຍພື້ນຖານ ບໍ່ໄດ້ເປັນຄົນມັ່ງມີ ເປັນເດັກນ້ອຍທີ່ກຶກພາສາ ( ຮຽນບໍ່ເກັ່ງ )

ຕອນນ້ອຍເຮັດຫມົດທຸກຢ່າງທີ່ຫາເງີນໄດ້
ອາຍຸ 15ປີ ຂາຍປີ່ງເອັນໃມ້ລະພັນ ນຳ້ປັ່ນຈອກ 2-3ພັນ😊
ເລີກຮຽນຕອນສວຍ ຕົ້ມນຳ້ກະຈ໋ຽບ ເກັກຮວຍ ໃສ່ຖົງຢ່າງ ໄປເລາະຂາຍຢູ່ຕະຫລາດຫນອງດ້ວງ ຕຸກລະ 3ພັນກີບ😉( ຄົນໃນຕະຫລາດຈະຮູ້ຈັກຂ້ອຍດີ ) #ຂ້ອຍເລິ່ມມີລາຍໄດ້ ( ຮຽນມໍ4 ເລິ່ມບໍ່ຂໍເງີນແມ່ໄປ ຮຮ ) ຈົນຮຽນຈົບມໍ7

ຂ້ອຍເລີ່ມຄິດຢາກເປັນແມ່ຫວຍ #ເພາະມັນໄດ້ເງີນດອກ ສຸດທ້າຍໄປບໍ່ລອດ ເປັນຫນີ້ 10ປາຍກ່ວາລ້ານ😓 #ຍ້ອນກັບໄປ 5-6ປີກ່ອນ ກະຖືວ່າເປັນເງີນ ທີ່ຫລາຍທີ່ສຸດໃນຊິວິດຂ້ອຍ
ແຕ່ຂ້ອຍກະສູ້ ເພາະມີຄອບຄົວທີ່ດີ ຄ່ອຍປະຄອງເອົາກັນ
( ຂື້ນປີ1 ) ຂ້ອຍຂີ່ລົດຈັກເປັນເດັກຕິດຕໍ່ພົວພັນສົ່ງເອກກະສານ ຢູ່ຄ້າຍເພັງ #ທີເຄ ເງີນເດືອນ 6-7ແສນກີບ💪🏻💪🏻




ຢູ່ໃນຄ້າຍເພັງດົນເຕີບ ຄຸກຄີ່ກັບການເຮັດວຽກວົງການ ຄິດພັດທະນາ ດັ້ງດົ້ນ ຝຶກໂຕເອງ ໃຫ້ໂຕເປັນພິທິກອນລາຍການ #ມີງານບຸນງານສິນ😊 ໄປສະຫມັກເປັນພິທິກອນອອກຕາມບຸ໋ດຕ່າງທີ່ເຂົາຈ້າງ #ຮັບງານເລັກງານນ້ອຍ ຄົນຂາດເຂົາກະຮ້ອງໃຊ້ #ໄປງານຫັ້ນງານນີ້ ຫລາຍປີເຕີບ🎤🎤
ສຸດທ້າຍ ໄດ້ໂອກາດຈາກຜູ້ໃຫຍ່ ຫລາຍໆຄົນ ທີມອບໃຫ້ ເປັນພິທິກອນ #ຈາກຫລັກແສນ ຈົນກາຍເປັນພິທິກອນ #ຫລັກລ້ານ ຢູ່ໄດ້ຫລາຍປີ🎤🎤

ຄຸກຄີ່ວົງການ ມີຄວາມຄິດຢາກ #ເຮັດໂມເດວລິ້ງເປັນຂອງໂຕເອງ ❤️ #ເຮັດຄົນດ່ຽວ #ບໍ່ມີລະບົບ ເຮັດຕາມມີຕາມເກີດ ເອົາປະຊົບການໂຕເອງລວມໆ 😉#ມີທໍ້ແນ່ #ຜິດຫວັງແນ່ ( ແຕ່ກະສູ້ )
ເຮັດຕໍ່ໄປ #ໃຫ້ປະສົບຜົນສຳເລັດ ໃນຄະນະນັ້ນ ມີຄວາມຄິດຢາກເປີດຮ້ານຂາຍເຄື່ອງທີ່ພໍໃຫ້ລາຍໄດ້ເພີ່ມເວລາວ່າງ #ສຸດທ້າຍໄດ້ເປີດຮ້ານຂາຍເຄື່ອງປະດັບສົມໃຈ💍💍
#ຮັບງານພິທິກອນໄປນຳ ຄອບຄູ່ 3ຢ່າງໄປພ້ອມກັນ ໃນເວລາດ່ຽວກັນ
ນອນມື້ລະ 3-4ຊົ່ວໂມງກະມີ




#ແຕ່ກໍເຮັດໃຫ້ເຮົາສຸກໃຈ ເພາະມັນເຮັດໃຫ້ເຮົາມີມື້ນີ້
ມື້ທີ່ຄວາມຝັນເດັກນ້ອຍອາຍຸ 23 ປີໄດ້ກາຍເປັນຈິງ
ເດັກນ້ອຍຄົນນີ້ ທີ່ບໍ່ມີຫຍັງ ຕອນນີ້ ກຳລັງຈະສ້າງບ້ານໃຫ້ແມ່ຢຸ່ #ໃນບັ້ນປາຍຊິວິດຂອງເພີ່ນ
ຢາກຈະເຮັດທຸກຢ່າງໃຫ້ເພີ່ນມິຄວາມສຸກ ເທົ່າທີ່ລູກຄົນຫນຶ່ງຈະເຮັດໄດ້ #ໃນມື້ນີ້ທີ່ເຮົາເຫມື່ອຍ ກ່ອນຫນ້ານີ້ ແມ່ເຮົາເຫມື່ອຍຫລາຍກ່ອນນີ້ #ເພີ່ນຍັງບໍ່ເຄີຍຈົ່ມ

ຢາກຈະບອກວ່າທຸກຄົນມີຄວາມຝັນ ຈົ່ງຕັ້ງໃຈອົດທົນ ສູ້ຊົນ ມັນໄປໃຫ້ໄດ້ ບໍ່ມີຊິວິດໄດ ທີ່ຈະບໍ່ພົບກັບອຸປະສັກ ຈົ່ງມີຄວາມຝັນໃຫ້ໂຕເອງ ຜົນສຳເລັດມັນຢຸ່ບໍ່ໄດ້ໄກ ສູ້ຕໍ່ໄປ✌️✌️ #ຍັງເປັນຫນີ້ຢຸ່ອີກ5ແສນ😂 ສູ້ຕໍ່ໄປເປັນກຳລັງໃຈໂຕເອງ ຊິວິດຍັງອີກຢາວໄກ

#ແຕ່ຕອນນີ້ໃຫ້ແມ່ຈົ່ງພູມໃຈ #ກັບພາລະຫນ້າທີ່ອີກຫນຶ່ງອັນ #ທີ່ລູກຄົນນີ້ຈະເຮັດໃຫ້ເຕັມທີ່ #ໃຫ້ເປັນຫນ້າ #ເປັນຕາບ້ານເມື່ອງ #ທີ່ຜ່ານມາເຮົາສູ້ມາຫລາຍແລ້ວ #ແລະເຮົາກະຍັງຈະຄົງສູ້ຕໍ່ໄປ


 
------------------------------------------ 


ທີ່ມາຈາກ ໂທລະໂຄ່ງ ແລະ Tonkham Phonchanheuang

Ad