Top Ad

header ads

ຝາກເຖິງອຳນາດພັກລັດ ຊ່ວຍເຫຼືອອະດີດທະຫານເກົ່າ ພໍ່ເຖົ້າບຸນຈັນ ຈູມມະລີ




ຝາກເຖິງອຳນາດພັກລັດ ຊ່ວຍເຫຼືອອະດີດທະຫານເກົ່າ ພໍ່ເຖົ້າບຸນຈັນ ຈູມມະລີ
ສະໄໝເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແກ້ໄຂ:
ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າ


ຕີລາຄາສະຖານະການຮ່ວມກັນ ແລະ ພິດຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິດຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ

 

ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະງ່າງາມ.(ແຕ່ຢ່າລືມວ່າປະເທດຊາດບ້ານເມືອງເຮົາມີມື້ນີ້ໄດ້ກໍ່ຍ້ອນທະຫານນັກລົບຜູ້ນເພີ່ນໄດ້ເສຍສະຫລະເລືອດເນື້ອເຮື່ອແຮງສຸມໃສ ໜຶ່ງໃນນັ້່ນກໍ່ມີລຸງຄົນນີ້ເຂົ້າຮ່ວມນຳ) ຖ້າຫາກທ່ານທັງຫລາຍໄດ້ເບີ່ງຄລິບນີ້ຈົບແລ້ວ,ຢ່າລືມກົດໄລ໌ກົດແຊລ໌ ອີກປະການໜຶ່ງຂໍຝາກໄປເຖີງທ່ານ ຜູ້ນຳພາພັກ-ລັດ ທັງຫລາຍ ທີ່ໄດ້ເບີ່ງຄລິບນີ້ແລ້ວຂໍຈົ່ງໄດ້ເກັບໄປພິນິດພິຈາລະນາດ້ວຍ.
Ad