Top Ad

header ads

ລົດເມໂດຍສານ ຜົ້ງສາລີ-ນະຄອນຫຼວງວຽງຈັນ ເກີດອຸປະຕິເຫດຕົກເຫວ ຢູ່ທາງພາກເໜືອ ຕາຍຄາທີ 7 ຄົນ ບາດເຈັບ 10 ກວ່າຄົນ


ມື້ນີ້ຫຼາຍຄົນມີຄຳຖາມຂຶ້ນຢາກຮູ້ເປັນຫຍັງກູ້ໄພຫຼາຍແທ້ທີ່ສະໜາມບິນວັດໄຕ ມີລົດສຸກເສີນເຂົ້າໄປເຖິງ 7-8 ຄັນ ຍ້ອນວ່າມີລົດໃຫຍ່ເກີດອຸປະຕິເຫດຢູ່ທາງພາກເໜືອ ເພື່ອຮັກສາຊີວິດຜູ້ໄດ້ຮັບບາດເຈັບຈິ່ງນຳຍົນເຮລີຄອບເຕີ ໄປຮັບມາໂຮງໝໍໃຫຍ່ຢູ່ວຽງລວມມີຜູ້ໄດ້ຮັບບາດເຈັບທັງໝົດ 13 ຄົນທີ່ຖືກນຳສົ່ງມາຮອດວຽງຈັນຕາມຂໍ້ມູນເບື້ອງຕົ້ນ.

ຕາມຂໍ້ມູນບໍ່ເປັນທາງການໃຫ້ຮູ້ວ່າ: ເຫດທີ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນຫຼາຍດັ່ງກ່າວນີ້ແມ່ນຍ້ອນ ລົດເມຕົກເຫວເຂດພູເກົ້າຫຼັກ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນບາດເຈັບອີກຈຳນວນຫຼາຍ.


ເຫດເກີດເວລາປະມານ 11:30 ໂມງ ຂອງວັນທີ 25 ກຸມພາ 2018 ລົດຄັນທີ່ເກີດເຫດເປັນລົດເມ 2 ຊັ້ນ ສາຍຜົ້ງສາລີ-ນະຄອນຫຼວງວຽງຈັນ ຍ້ອນເບກແຕກໂຊເຟີບໍ່ສາມາດຄຸມລົດໃຫ້ຢຸດຈອດລານຈອດລົດໄດ້ ຈຶ່ງເຮັດໃຫ້ລົດຕົກເຫວ, ເຊິ່ງລົດດັ່ງກ່າວມີຜູ້ໂດຍສານທັງໝົດ 27 ຄົນ ໃນນັ້ນ, ຕາຍຄາທີ 7 ຄົນ ໃນນັ້ນ, ເປັນຜູ້ຍິງ 3 ຄົນ ແລະ ບາດເຈັບ 20 ຄົນ (ສາຫັດ 8 ຄົນ).


ເຈົ້າໜ້າທີ່ໄດ້ຊ່ວຍກັບເກັບກູ້ ແລະ ຊ່ວຍເຫຼືອຄົນເຈົບ ຂຶ້ນຈາກເຫວ ແລ້ວນຳສົ່ງໂຮງໝໍ 150 ຕຽງໃນຕອນບ່າຍຂອງວັນທີ 26 ກຸມພາ 2018 ໂດຍໃຊ້ຍົນເຮລີຄັອບເຕີ ຊ່ວຍບິນໄປຮັບຄົນເຈັບໃຫ້ສາມາດສົ່ງເຖິງໂຮງໝໍໃຫຍ່ໄວທີ່ສຸດ.


ຕ້ອງຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດຫຼາຍໆ ແລະຂໍໃຫ້ຜູ້ໄດ້ຮັບບາດເຈັບຈົ່ງຫາຍວັນຫາຍຄືນເດີ!!!!







ຂອບໃຈຮູບຈາກສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ
Ad