Top Ad

header ads

ຂ້າ ຫມູ່ ມັກຖາມຫລາຍ ມື້ໃດສິເອົາເມຍ ຕາຍຍ້ອນ ຖາມ


ສຳນັກຂ່າວ​ອິນ​ໂດ​ນີ​ເຊຍ​ລາຍ​ງານ​ວ່າ​ ໜຸ່ມອາຍຸ​ 28 ໝົດ​ຄວາມ​ອົດ​ທົນ​ ຫຼັງ​ຖືກ​ເພື່ອນ​ບ້ານ​ຖາມ​ຢູ່​ນັ້ນ​ແຫຼະ​ວ່າ​ “ເມື່ອ​ໃດ​ຈະ​ແຕ່ງ​ງານ​ ​?” ຕັດ​ສິນ​ໃຈ​ເຂົ້າໄປ​ໃນ​ບ້ານ​ບີບ​ຄໍຈົນເສຍ ຊີວິດ​ ຂະນະ​ທີ່​ຜູ້​ຕາຍ​ກຳ​ລັງຖືພາ​ ບໍ່​ພໍ​ຍັງ​ລັກ​ເງີນ​ແລະໂທລະສັບ​ປິດ​ທ້າຍ​ອີກ


ເມື່ອ​ວັນທີ​ 19 ມັງກອນ  ທ້າວ​ ໄຟ​ອິ​ຊ​ ນູ​ຣ໌​ດິນ​ ອາ​ຍຸ​ 28 ປີ​ ກໍ່​ເຫດ​ຄາດ​ກຳ​ ນົດ.​ອາ​ອິ​ຊະ​ຮ໌​ ອາ​ຍຸ 32 ປີ​ ກຳ​ລັງຖືພາ​ໃນ​ບ້ານ​ພັກ​ຂອງ​ນາງ​ທີ່ກ​ຣຸງ​ຈາ​ກາ​ຕາ​ຣ໌​  ປະເທດ​ອິນ​ໂດ​ນີ​ເຊຍ​ ຫຼັງ​ທົນ​ບໍ່​ໄຫວ​ທີ່​ນາງ​ມົວ​ແຕ່​ມາ​ຖາມວ່າ​ມື້ໃດ​ເຈົ້າຈະ​ແຕ່ງ​ງານ​ ​ ໂດຍ​ຜູ້​ຕ້ອງ​ຫາ​ເປີດ​ເຜຍ​ຜູ້​ຕາຍ​ເວົ້າ​ກັບ​ລາວ​ວ່າ​ “ຮີບ​ແຕ່ງ​ງານ​ໃຫ້​ໄວໄດ້ ​!! ຄົນ​ອື່ນ​ຂົາ​ແຕ່ງ​ກັນ​ໄປຫມົດ​ແລ້ວ​ ເປັນຫຍັງຄື່ ​ບໍ່​ແຕ່ງ​ປານນີ້​?” ເຮັດໃຫ້​ທ້າວໄຟ​ອິ​ຊຮູ້ສຶ​ກວ່າຄືເປັນ​ຄຳ​ເວົ້າ​ເບິ່ງ​ດູມິນ​ ໃນ​ມື້​ດຽວ​ກັນ​ທ້າວ​ຈຶ່ງ​ໄປ​ຫາ​ຜູ້​ຕາຍ​ທີ່​ບ້ານ​ ນາງ​ໃຫ້​ທ້າວ​ເຂົ້າ​ມາ​ທີ່​ຫ້ອງ​ນັ່ງ​ຫລິ້ນ​ໂດຍ​ບໍ່​ຮູ້​ຊະ​ຕາກ​ຳ ກ່ອນ​ຈະ​ຖືກ​ຊຸກ​​ລົງ​ຕຽງ​ 

ຫຼັງ​ຈາກທ້າວ​ຂຶ້ນ​ຄ່ອມ​ນາງ​ພະຍາຍາມ​ສູ້ສຸດຊີວິດ​ ດ້ວຍ​ການ​ກັດ​ນິ້ວ​ ​ແຕ່​ຂາດ​ຜົນ​ ທ້າວໄຟ​ອິ​ຊ​ໃຊ້​ມື ບີບ​ຄໍ​ນາງ​ຈົນ​ເຖິງ​ແກ່​ຊີວິດ​ ເທົ່າ​ນັ້ນ​ຢັງ​ບໍ່​ພໍ​ ທ້າວໄຟ​ອິ​ຊ​ຢັງ​ລັກ​ໂທລະສັບ​ແລະ​ເງີນ​ຂອງ​ຜູ້​ຕາຍ​ໄປ​ອີກ​ປະ​ມານ​ 468,000 ກີບ​ ຕໍ່​ມາ​ຕຳ​ຫຼວດ​ໄດ້​ຕາມ​ໄລ່​ລ່າ​ຂະນະ​ທີ່ທ້າວ​ໄຟ​ອິ​ຊ​ພະຍາຍາມ​ຫຼົບ​ໜີ​ ກ່ອນ​ຮວບ​ຕົວ​ໄດ້​ຫຼັງ​ຖືກ​ຍິງ​ທີ່​ຂາ​ ລາຍ​ງານ​ລະ​ບຸ​ວ່າ​ຜູ້​ຕ້ອງ​ຫາ​ອາດ​ປະເຊີນ​ໂທດ​ຈຳ​ຄຸກ​ຕະຫລອດ​ຊີວິດ​ ຊຶ່ງ​ຕອນ​ນີ້​ກຳ​ລັງ​ຢູ່ໃນ​ລະຫວ່າງ​ຖ້າ​ຄຳ​ຕັດ​ສິນ​

Ad