Top Ad

header ads

ເຮົາເລືອກເກີດບໍ່ ໄດ້ ແຕ່ເລືອກຈະແບ່ງປັ້ນໄດ້


ນໍ້າຕາໄຫລຫນຸ່ມລ້ຽງເຂົ້າ ພ້ອມຍໍ້ມື້ໄຫວ້
ເຮົາ​ບໍ່​ເຄຍ​ໃຫ້​ເງີນ​ຂໍ​ທານ​
ຫຼັງ​ເລີກ​ວຽກງານ​ຢາກ​ກິນ​ສ​ເຕັກ​ ເລີຍ​ແວະ​ໄປ​ຮ້ານ​ໃນຮ່ວຍ​ຫໍ​ພັກ ພໍ​ນັ່ງ​ປຸ້ບ​ກໍ​ເຫັນ​ລຸງ​ຄົນ​ນີ້​ ຢືນ​ຢົກ​ມື​ໄຫວ້​ຂໍ​ເງີນ​ໂຕະ​ຂ້າງ​ໆ​ ຕອນ​ແຮກ​ເຮົາເບິ່ງ ​ກໍ​ບໍ່​ຫຍັງ​ ແປບໜຶ່ງ​ລາວ​ຍ່າງ​ມາ​ໂຕະ​ເຮົາ​ມາຂໍ ​ເງີນ​ກິນ​ກ໋ວຍເຝີຈັກ​ຖ້ວຍໜຶ່ງ​ ເຮົາ​ກໍ​ບອກອ້າຍຢາກ​ກິນ​ຫຍັງ​ ຖ້າ​ຫິວກໍ​ມາ​ນັ່ງ​ກິນ​ກັບ​ຂ້ອຍ​ເລີຍ​ ດ໋ຽວ​ຂ້ອຍ​ລ້ຽງ​ເອງ​ ແຕ່​ຖ້າ​ຈະ​ຂໍ​ເງີນ​ຂ້ອຍບໍ່​ໃຫ້​ເດີ໋​ ເຂົາ​ເວົ້າ​ມາບປະ​ໂຫຍກ​ໜຶ່ງ​ວ່າ​ ” ຂ້ອຍ​ບໍ່​ຄູ່​ຄວນ​ດ໋ອກ​ກັບ​ອາຫານ​ແບບ​ນີ້​ ” ເຊ໋ຍໆໆ​ ເຈັບ​ຈີ໊ດ​​ ອາຫານ​ແມ່ງ​ມີ​ຄວາມ​ເໝາະ​ຫລື​ບໍ່​ເໝາະ​ແດ່​​ວະ​ ໃຜ​ແມ່ງ​ເປັນ​ຄົນ​ກຳນົດເຮົາ​ເລຍ​ບອກ​ບໍ່​ມີ​ຫຍັງ​ບໍ່​ຄູ່​ຄວນ​ດ໋ອກ​ ມາ​ພີ່ອ້າຍມາ​ນັ່ງ​ກັບຂ້ອຍ​ ແລ້ວ​ເລືອກ​ເລີຍ​ຈະ​ກິນ​ຫຍັງ​ ພໍ​ສັ່ງ​ປຸ້ບ​ກໍ​ນັ່ງ​ລົມ​ກັນ​ຈັກ​ແປບໜຶ່ງ​ໄດ້​ຄວາມ​ວ່າ​ ເປັນ​ຄົນ​ແຂວງ​ຮ້ອຍ​ເອັດ​ ພໍ່​ແມ່​ເສຍ​ໝົດ​ແລ້ວ​ແຟນ​ກໍ​ເລີກ​ລາ​ກັນ​ໄປ​ ເຂົ້າ​ມາ​ເຮັດວຽກ​ທີ່ກ​ຣຸງ​ເທບ​ແຕ່​ກໍ​ຕົກ​ງານ​ ມາ​ເປັນ​ເດັກ​ວັດ​ໄດ້​ 8 ເດືອນ​

ພໍ​ເຂົ້າ​ມາ​ປຸ້ບ​ລາວ​ກໍ​ກິນ​ໄວ້​ຫລາຍ​ອາດຈະ​ເປັນ​ເພາະຢາກເຂົ້າ​ຫລາຍ​ ແລ້ວ​ກໍ​ນັ່ງລົມກັນ​ໄປ​ ເຮົາ​ໄດ້​ແລກ​ປ່ຽນ​ການ​ເວົ້າລົມ​ກັບ​ຄົົນທີ່​ເຮົາ​ບໍ່​ຮູ້​ຈັກ​ ເຮົາ​ໄດ້ຮັບ​ຮູ້​ເຖິງ​ມຸມ​ມອງ​ຂອງ​ລາວ ຫຼັງ​ຈາກ​ກິນ​ອິ່ມອ້າຍ​ຄົນນັ້ນ​ກໍ​ຢົກ​ມື​ນົບ ​ ຂ້ອຍ​ບອກ​ບໍ່​ຕ້ອງນົບ​ ພໍແປັບໜຶ່ງອ້າຍຄົນນັ້ນ​ກໍ​ຂໍໂຕ​ໄປ​ເກັບ​ຂອງ​ເກົ່າ​ຕໍ່​ ເຮົາ​ກໍ​ເອີ່ນ​ເກັບ​ເງີນ​ ອ້າຍເຈົ້າຂອງຮ້ານ​ກໍ​ບອກ​ວ່າ​ຂ້ອຍ​ຄິດ​ແຕ່​ອັນທີ່ເຈົ້າກິນເດີ໋​ ​ ຂ້ອຍ​ກໍ​ບອກ​ບໍ່​ໄດ້​ຂອງ​ຊື້​ຂອງ​ຂາຍ​ ອ້າຍເຈົ້າຂອງຮ້ານ​ urban street ລາວກໍ​ຢືນຢັນ​ວ່າ​ຈະ​ບໍ່​ເກັບ​ເງີນ​ ອ້າຍໃຈ​ດີ​ຫລາຍ​ໆ​​ນັບ​ຖື​ໃຈ​ເລີຍ​ ພໍ​ຕອນກັບຂ້ອຍ​ກໍ​ໄດ້​ແຕ່​ຄິດວ່າ​ ແທ້ ໆ​ເງີນດາມໜ້ອຍ​ ​ ທີ່​ເຮົາ​ພໍ​ຫາ​ໄດ້​ ການ​ລ້ຽງ​ເຂົ້າ​ໃຜ​ຊັກ​ຄົນ​ມັນ​ບໍ່​ໜ້າ​ຈະ​ຫຍັງ​ຫລາຍ​ດ໋ອກ ເຮົາ​ຮູ້​ວ່າ​ການຫິວ​ແລ້ວ​ບໍ່​ມີ​ເງີນ​ມັນ​ເປັນຈັງໃດ ມື້​ນີ້​ເຮົາ​ໃຫ້​ເຂົາກິນ​ເຂົາ​ໄດ້​ອິ່ມ​ທ້ອງ​ເຮົາ​ກໍ​ສະບາຍ​ໃຈ​ ເທົ່ານັ້ນ​ ເຮົາ​ບໍ່​ຮູ້​ວ່າ​ທີ່ອ້າຍ​ເວົ້າ​ມາ​ແມ່ຄວາມຈິງ​ບໍ​ ເຮົາ​ຮູ້​ແຕ່​ວ່າ​ການ​ເບິ່ງ​ຄົນ​ອື່ນ​ກິນ​ແຕ່​ໂຕ​ເອງ​ບໍ່​ໄດ້​ກິນ​ ”ແມ໋ງໆທໍລະມານ​ສັດ​ໆ​”



Ad