Top Ad

header ads

ສາວແພັດ ເພັດດາວອນ ປ້ອງກັນແຊມ 10 ສະໄໝໄດ້ສໍາເລັດ!



ຜ່ານພົ້ນໄປດ້ວຍດີສຳລັບດ່ານທີ 10 ໃນລາຍການ ເສິກວັນດວນເພງ ດ່ານທີ່ແຂງທີ່ສຸດ ເພາະມີເງິນຂັ້ນຮັບປະກັນເຖິງ 100,000 ບາດ ເປັນເດີມພັນ. ສົມຊື່ແລ້ວວ່າດ່ານແຂງ ມັນກໍຕ້ອງພົບກັບຄູ່ແຂ່ງທີ່ແຂງແກ່ນເຊ່ັນດຽວກັນ ເປັນດັ່ງພາຍຸໜ່ວຍໃຫຍ່ທີ່ຍາກຈະຕ້ານທານ.



ແຕ່ສາວລາວຄົນນີ້ກໍບໍ່ຍອມທໍ້ງ່າຍໆ ດ້ວຍຄວາມສາມາດທີ່ຄົບເຄື່ອງແລະຮ້ອງໄດ້ຫລາຍແນວເພງຢູ່ແລ້ວ ເຮັດໃຫ້ຊະນະໃຈກຳມະການ ປ້ອງກັນແຊມໄດ້ສຳເລັດ ຄວາມຝັນທີ່ຈະສ້າງເຮືອນໃຫ້ແມ່ໃກ້ເປັນຄວາມຈິງ.
 



Ad