Top Ad

header ads

ພົບສົບນິລະນາມຢູ່ກາງປ່າເລິກແຖວໜອງເຕົ່າ ເຂດບ້ານໂພນສິມ ຄາດວ່າເສຍຊີວິດມາແລ້ວກວ່າ 1 ອາທິດ


ທ່ານ ຮ້ອຍເອກ ວົງປະກອນ ດຳລົງບຸນ ຫົວໜ້າກອງສອບສວນຄະດີອາຍາ ຫ້ອງຕຳຫຼວດ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ນັກຂ່າວໜັງສືພິມສະຫວັນພັດທະນາພວກເຮົາໃນຄັ້ງວັນທີ 9/3/2018ວ່າ: ໃນວັນທີ 25 ກຸມພາ 2018 ເວລາ 12 ໂມງ ໄດ້ຮັບແຈ້ງຈາກອຳນາດການປົກຄອງບ້ານໂພນສິມ ເມືອງໄກສອນພົມວິຫານວ່າ: ໄດ້ພົບລົດຈັກເວບສີຟ້າ-ດຳ ບໍ່ມີປ້າຍທະບຽນ ຈອດໄວ້ຢູ່ກາງປ່າ ຫ່າງຈາກໜອງເຕົ່າໄປທາງທິດເໜືອ ປະມານ 1,5 ກິໂລແມັດ ເຊິ່ງລົດຄັນດັ່ງກ່າວ ໄດ້ມາຈອດໄວ້ຫຼາຍວັນແລ້ວ ແຕ່ບໍ່ຮູ້ວ່າເປັນລົດໃຜ.
ແຕ່ທາງເຈົ້າໜ້າທີ່ໄດ້ຮັບແຈ້ງຄົນຫາຍ ໃນວັນທີ 18/2/2018 ຄື: ທ້າວ ສຸລິເຍດ ອາຍຸ 69 ປີ ອາຊີບກຳມະກອນ, ບ້ານໂພນສະຫວັນ ເມືອງໄກສອນພົມວິຫານ ທີ່ໄດ້ອອກຈາກເຮືອນ ແລະບໍ່ກັບມາເລີຍ. ດັ່ງນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ປະສານຫາລູກຊາຍຜູ້ກ່ຽວມາເບິ່ງລົດ ແລະກໍ່ໄດ້ຢັ້ງຢືນວ່າ: ເປັນລົດຂອງພໍ່ຄື ທ້າວ ສຸລິເຍດ ແທ້. ຈາກນັ້ນ ການຄົ້ນຫາຈຶ່ງໄດ້ດຳເນີນໄປ ແລະກໍ່ໄດ້ສອບຖາມຈາກປະຊາຊົນ ແຕ່ກໍ່ບໍ່ພົບ, ຈົນມາຮອດວັນທີ 7 ມີນາ 2018 ໄດ້ມີປະຊາຊົນຊາວບ້ານໂພນສິມ ຈຳນວນ 4 ຄົນ, ໄດ້ພາກັນໄປຫາຊອກເຜິ້ງ ຢູ່ດົງນາຕາດ, ໄດ້ພົບເຫັນຄົນນອນເສຍຊີວິດຢູ່ກາງປ່າ ຕອນເວລາ 9:30 ໂມງ, ຈາກນັ້ນ ພວກເຮົາກໍ່ໄດ້ມາແຈ້ງອຳນາດການປົກຄອງ ແລະເຈົ້າໜ້າທີ່ ອອກໄປຊັນນະສູດຊາກສົບດັ່ງກ່າວ ຈຶ່ງໄດ້ຮູ້ວ່າ: ເປັນສົບຂອງທ້າວ ສຸລິເຍດ ທີ່ຫາຍສາບສູນໄປ, ເຊິ່ງເສຍຊີວິດຢູ່ໃນທ່ານອນຫງາຍ, ປິ່ນຫົວໄປທາງທິດຕາເວັນອອກ, ສະພາບຊາກສົບບໍ່ໄດ້ນຸ່ງໂສ້ງ-ເສື້ອ, ເນົ່າສົ່ງກິ່ນເໝັນ, ຄາດວ່າອາດຈະເສຍຊີວິດມາແລ້ວປະມານ 7-8 ວັນ, ເຊິ່ງຈຸດພົບສົບຫ່າງຈາກລົດຈັກປະມານເກືອບ 3 ກິໂລແມັດ.


ຜ່ານການຊັນນະສູດພິກສົບບໍ່ພົບເຫັນຮ່ອງຮອຍບາດແຜທີ່ຈະຖືກກະທົບຈາກວັດຖຸແຂງ, ສົບມີລັກສະນະໄຂ່-ເບັງບໍ່ສາມາດລະບຸໃບໜ້າໄດ້, ແຕ່ຢູ່ຂ້າງສົບໄດ້ພົບ: ໂສ້ງຂາເຄິ່ງສີມົ່ນ, ໃນຖົງໂສ້ງມີກະເປົ໋າເງິນ ແລະມີເງິນຈຳນວນ 10.170 ບາດ (ສະກຸນເງິນໄທ), ເງິນກີບ 122.500 ກີບ, ພ້ອມທັງມີພວງກຸນແຈລົດຈັກເກາະໄວ້ຢູ່ຫູໂສ້ງ, ແຕ່ຢູ່ໃນພວງກຸນແຈມີແຫວນອີກ 1 ວົງຫ້ອຍຢູ່ນຳ. ຜ່ານການຢັ້ງຢືນຂອງລູກຊາຍ, ຂອງທຸກຢ່າງເປັນຂອງທ້າວ ສຸລິເຍດ. ບວກກັບການສອບຖາມແລະການໃຫ້ຂໍ້ມູນຂອງຄົນແຖວນັ້ນວ່າ: ໄດ້ພົບເຫັນທ້າວສຸລິເຍດມານັ່ງດື່ມເບຍຢູ່ຮ້ານ ເກດແກ້ວ (ຄັນຝາຍໜອງເຕົ່າ) ໃນເວລາ 11 ໂມງຂອງວັນທີ 18/2/2018, ເຊິ່ງໃນນັ້ນໄດ້ນັ່ງນຳກັນຈຳນວນ 7 ຄົນ, ໄດ້ພາກັນກິນເຂົ້າແລະດື່ມເບຍຈຳນວນ 1 ລາງ, ຮອດເວລາ 14:30 ໂມງ, ພາຍຫຼັງທ້າວ ສຸລິເຍດ ຈ່າຍເງິນແລ້ວກໍ່ໄດ້ຄອບໝູ່ວ່າ: ຈະອອກໄປວຽກກ່ອນແລ້ວກໍ່ຂີ່ລົດຈັກເວບສີຟ້າ-ດຳບໍ່ມີປ້າຍທະບຽນອອກຈາກຮ້ານຄົນດຽວ, ສ່ວນຄົນອື່ນໆ ກໍ່ນັ່ງດື່ມຕໍ່. ຈາກນັ້ນກໍ່ບໍ່ມີໃຜພົບເຫັນທ້າວສຸລິເຍດ ອີກເລີຍ.ດັ່ງນັ້ນສົບນິລະນາມທີ່ນອນເສຍຊີວິດຢູ່ນັ້ນຕ້ອງແມ່ນສົບຂອງທ້າວສຸລິເຍດຜູ້ທີ່ສູນຫາຍໄປນັ້ນ.


ຕາມການສັນນິຖານເບື້ອງຕົ້ນຂອງການເສຍຊີວິດຄັ້ງນີ້ ຄາດວ່າ: ຍ້ອນຜູ້ກ່ຽວຫຼົງປ່າຫລາຍວັນ, ຂາດອາຫານ, ຂາດນ້ຳດື່ມບວກກັບອາກາດຮ້ອນ ຈຶ່ງເຮັດໃຫ້ຜູ້ກ່ຽວເສຍຊີວິດ ແຕ່ມີຄວາມເຊື່ອອີກເລື່ອງໜຶ່ງ ແລະປະຊາຊົນເຂດນັ້ນເວົ້າກັນວ່າ: ຖ້າມີຄົນຖິ່ນອື່ນທີ່ກິນເຂົ້າກ່ຳ ຫຼືຖືເຂົ້າກ່ຳເຂົ້າປ່າແຖວນັ້ນ ຈະພາໃຫ້ຫຼົງປ່າໂດຍທີ່ອອກບໍ່ໄດ້ເລີຍ (ນີ້ແມ່ນຄວາມເຊື່ອສ່ວນບຸກຄົນ).
Ad