Top Ad

header ads

ເຈົ້າສາວອາຍຸ 25 ປີ ໄດ້ຖ່າຍຮູບແຕ່ງງານກັບເຈົ້າບ່າວ ອາຍຸ 87 ປີ ໃນທີ່ສຸດລາວກໍ່ເຮັດໃຫ້ຝັນຂອງຝ່າາຍຊາຍເປັນຈິງ





Fu Xuewei ຍິງສາວ ອາຍຸ 25 ປີ ໄດ້ໂພດຮູບງານແຕ່ງຂອງລາວກັບ Fu Qiquan ເປັນພໍຕູ້ຂອງລາວອາຍຸ 87 ປີ ເຊິ່ງລາວຢາກເຫັນຫຼານສາວຂອງລາວໄດ້ແຕ່ງງານເປັນຝັ່ງເປັນຝາ ເນື່ອງຈາກຫຼານສາວຂອງລາວຍັງບໍ່ທັນໄດ້ມີແຜນແຕ່ງງານໃນໄວໆນີ້ ເພາະລາວຢາກຈະເຮັດໜ້າທີ່ໃຫ້ດີກ່ອນດັ່ງນັ້ນລາວຈຶ່ງຍັງຄອງໂສດຢູ່ໃນຕອນນີ້ ແຕ່ພໍ່ຕູ້ຂອງລາວໄດ້ເກີດລົ້ມປ່ວຍໜັກ ແລະ ອາດຈະບໍ່ມີຊີວິດຢູ່ໄດ້ບໍ່ດົນທີ່ຈະມີໂອກາດໄດ້ເຫັນຫຼານສາວຂອງລາວມີຄອບຄົວ ດັ່ງນັ້ນ Xuewei ລາວຈຶ່ງໄດ້ຕັດສິນໃຈທີ່ຈະໃສ່ຊຸດເຈົ້າສາວເພື່ອພໍ່ຕູ້ຂອງລາວ ພ້ອມກັບໄດ້ຍ່າງຄ້ຽງຂ້າງກັນເຂົ້າໄປທີ່ໂບດ





Xuewei ລາວໄດ້ເປັນນັກທຸລະກິດສາວຈາກເມືອງ ເສິງຕູ ມົນທົນເສສວນ ພໍ່ຕູ້ແລະແມ່ຕູ້ ຂອງລາວໄດ້ລ້ຽງລາວມາຈົນເຕີບໃຫຍ່ ຫຼັງຈາກທີ່ພໍ່ແມ່ຂອງ Xuewei ໄດ້ແຍກທາງກັນຕັ້ງແຕ່ອາຍຸ 10 ປີ ເຊິ່ງພວກເຂົາໄດ້ເບິ່ງແຍງຫຼານສາວຄົນນີ້ມາຕະຫຼອດ ໃນທີ່ສຸດຫຼານສາວກໍ່ໄດ້ໄປຮຽນຕໍ່ທີ່ຕ່າງປະເທດສະວິດເຊີແລນ ແລະ ສິງກະໂປຣ ຕອນອາຍຸ 18 ປີ ດັ່ງນັ້ນລາວຈຶ່ງໄດ້ມີຄວາມຜູກພັນກັບພໍ່ຕູ້ ແລະ ແມ່ຕູ້ຂອງລາວ ໃນທີ່ສຸດທຸກຢ່າງກໍ່ປ່ຽນໄປໃນເດືອນກັນຍາເມື່ອປີທີ່ຜ່ານມາ ເມື່ອພໍ່ຕູ້ຂອງລາວໄດ້ລົ້ມປ່ວຍໜັກ ແລະ ທ່ານໝໍໄດ້ເວົ້າວ່າພໍ່ຕູ້ຂອງລາວອາດຈະຈາກໄປໄດ້ທຸກເມື່ອ




ຫຼານສາວຂອງລາວໄດ້ໃຊ້ເງິນ 3,000 ຫຍວນ (15,000 ບາດ) ເພື່ອຖ່າຍຮູບແຕ່ງງານຂອງລາວກັບພໍ່ຕູ້ເອົາໄວ້ ເມື່ອບໍ່ດົນມານີ້ລາວກໍ່ໄດ້ພາພໍ່ຕູ້ໄປກວດຮ່າງກາຍຕາມທີ່ທ່ານໝໍໄດ້ນັດໄວ້ທີ່ໂຮງໝໍ ກ່ອນທີ່ຈະບອກກັບແມ່ຕູ້ວ່າ ລາວໄດ້ເຊີໄພຣພໍ່ຕູ້ດ້ວຍການຖ່າຍຮູບແຕ່ງງານໃນມື້ນັ້ນ ແລະ ຄວາມຝັນຂອງພໍ່ຕູ້ໄດ້ເປັນຈິງ ແລະ Xuewei ຍັງໄດ້ສັກຮູບຂອງພໍ່ຕູ້ໄວ້ທີ່ແຂນໃນຊ້ວງເດືອນມັງກອນທີ່ຜ່ານມາ ເພາະຢາກຈະໃຫ້ໝູ່ເພື່ອນໃໝ່ ແລະ ລູກໆຂອງລາວໃນອານາຄົດໄດ້ເຫັນໃບໜ້າຂອງພໍ່ຕູ້ພວກເຂົາວ່າເປັນແບບໃດ ແລະລາວກໍ່ຮູ້ສຶກວ່າພໍ່ຕູ້ຍັງຢູ່ກັບລາວຕະຫຼອດໄປ.
Ad