Top Ad

header ads

ນາຊາ ເລັ່ງຫາທາງສະກັດ ດາວເບນນູຈະຕໍາກັບໂລກ ກ່ອນສາຍເກີນໄປ ເຖິງຂັ້ນຄິດຈະໃຊ້ນິວເຄຍທຳລາຍ



ທີມນັກວິທະຍາສາດຊາດນາຊ່າ ເລັ່ງເຮັດວຽກບໍ່ໃຫ້ດາວເຄາະນ້ອຍ ຂະໜາດໃຫຍ່ເບນນູ  ຈະຕໍາໂລກທີ່ຄາດວ່າ ຈະສ້າງຄວາມເສຍຫາຍຢ່າງໜັກ ລວມທັງແຜ່ນຈະສົງອາວຸດນິວເຄຍຂື້ນໄປທຳລາຍ
ເມືອວັນທີ່ 25 ມີນາ 2018 ທີ່ຜ່ານມານີ້ ເວັບໄຊ Metro ລາຍງານວ່າ ບັນດານັກວິທະຍາສາດ ທີມປົກປ້ອງດາວເຄາະຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງສະຫະລັດ(ນາຊ່າກຳລັງເຮັດວຽກເພືອຢຸດຢັ້ງ ບໍ່ໃຫ້ດາວເຄາະນ້ອຍຂະໜາດຍັກເບນນູ ຈະຊົນໂລກ ໃນປີ ຄ.ສ 2135 ຫຼື 117 ປີ ຂ້າງໜ້າເຊິງອາດຈະສ້າງຄວາມເສຍຫາຍແກ່ໂລກຢ່າງມະຫາສານ ມີຄົນລົ້ມຕາຍແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍ
ເວັບໄຊ Metro ໄດ້ຮັບຊາບວ່າ ການວິໄຈຢ່າງຕໍ່ເນືອງ ການໃຊ້ຈະຫຼວດຕິດ ອາວຸດນິວເຄຍຕິດຂື້ນໄປ ດາວເຄາະເບັນນູນັ້ນ ສຳເລັດແລ້ວ ແລະກ້ຽມພ້ອມຈະລົງ ວາລະສານ ວິຊາການສະບັບໜຶ່ງ ຂະນະທີ່ການສຶກສາ ວິໄຈໄເຜີຍອອກມາວ່າ ຍານອະວະກາດ ນາຊາທີ່ເອີ້ນວ່າ HAMMER ໄດ້ຖືກອອກແບບ ສຳຫຼັບປະຕິບັດການ ພັກດັນດາວເຄາະນ້ອຍເບນນູ ເຂົ້າສູ່ວົງຈອນໃໝ່ ລວມທັງການທຳລາຍດາວເຄາະນ້ອຍ ດວງນີ້ໂດຍອະນຸພາບຂອງນິວເຄຍ
Ad