Top Ad

header ads

ເອົາໃຈຊ່ວຍ 2 ທີມມະຫາວິທະຍາໄລຈາກລາວ! ມຊ ເຂົ້າຊີງຊະນະເລີດ – ມສ ຊີງທີ 3 ແລງມື້ນີ້




ໃນຕອນບ່າຍຂອງ ວັນທີ 27/05/2018 ການແຂ່ງຂັນບານເຕະ ລາຍການ ສັບປະດາແລກປ່ຽນວັດທະນະທຳ ແລະກິລາ ຂອງນັກສຶກສາ ວິທະຍາໄລຕອນໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 4 (4th South and Southeast Asia College Student Culture and Sports Week) ໄດ້ເດີນທາງມາຮອດ ຮອບຮອງຊະນະເລີດແລ້ວ, ໂດຍມີການແຂ່ງຂັນ 2 ຄູ່ດ້ວຍກັນ, ຄູ່ທີ 1 ເລີ່ມແຂ່ງຂັນກັນໃນເວລາ 14:00 ເປັນການພົບກັນລະຫວ່າງ ມະຫາວິທະຍາໄລ ວິທະຍາສາດເທັກໂນໂລຊີຄຸນໝິງ(ເຈົ້າພາບ) ພົບກັບ ທີມມະຫາວິທະຍາໄລ ພະລະສຶກສາແລະກີລາຮ່າໂນ້ຍ(ຫວຽດນາມ).



 ເຖິງແມ່ນວ່າ ສະພາບອາກາດໃນສະໜາມຂ້ອນຂ້າງເຢັນໂດຍອຸນຫະພູມຢູ່ ລະຫວ່າງ 16-19 ອົງສາ ແຕ່ການແຂ່ງຂັນຂອງຄູ່ນີ້ ເປັນໄປຢ່າງດຸເດືອດ ແລະ ມີຈັງຫວະ ການຫຼິ້ນນອກເກມຫຼາຍຄັ້ງ ຄົນກຳມະການຕ້ອງໄດ້ຢຸດເກມ ແລະມີໃບເຫຼືອງຖືກຈົກອອກຈາກຖົງຂອງກຳມະການເຖິງ 5 ບັດ ພ້ອມດ້ວຍບັດແດງຝ່າຍລະບັດ, ເມື່ອຈົບເກມຜົນປະກົດວ່າ ທີມມະຫາວິທະຍາໄລພະລະສຶກສາ ແລະ ກີລາຮ່າໂນ້ຍ ສາມາດເອົາຊະນະ ທີມເຈົ້າພາບໄປ 2-0 ປະຕູຜ່ານເຂົ້າໄປຫຼິ້ນນັດຊີງຊະນະເລີດໃນມື້ອື່ນ.

  ສ່ວນຄູ່ເອກເລີ່ມການແຂ່ງຂັນໃນເວລາ 16:00 ໂມງ ເປັນການພົບກັນລະຫວ່າງ 2 ທີມຈາກ ສປປ.ລາວ ໂຄຈອນມາພົບກັນເອງຄື ມະຫາວິທະຍາໄລແຫ່ງຊາດ(ມຊ) ພົບກັບ ມະຫາວິທະຍາໄລສຸພານຸວົງ(ມສ) ພໍເກມເລີ່ມຂຶ້ນເປັນທາງຝ່າຍ ມຊ ເປີດເກມບຸກເຂົ້າໃສ່ທັນທີ ແລະມີໂອກາດຄອງບານໄດ້ຫຼາຍກວ່າ ພ້ອມທັງສາມາດສ້າງສັນເກມຈົນໄດ້ຈົບດ້ວຍການຍິງປະຕູຫຼາຍຄັ້ງແຕ່ກໍ່ບໍ່ສາມາດຍິງຂຶ້ນນຳກ່ອນໄດ້, ສ່ວນທາງ ມສ ກໍ່ອາໃສຈັງຫວະໂຕ້ກັບ ແລະສາມາດເອີ້ນຟາວຈາກອງຫຼັງຂອງ ມຊ ໄດ້ ພ້ອມທັງອາໃສລູກຟຣີຄິກໃນການເຂົ້າຍິງປະຕູແຕ່ທັງ 2 ທີມຍັງຄົມບໍໍ່ໍ່ພໍເຮັດໃຫ້ ຈົບເກມໃນເຄິ່ງເວລາທີ 1 ທັງຄູ່ຍັງສະເໝີກັນ 0-0.

ເຂົ້າສູ່ເຄີ່ງເວລາທີ 2 ຮູບເກມຍັງຄົງຄ້າຍກັບເຄິ່ງເວລາທີ 1 ຈາກຮູບເກມມື້ນີ້, ຕ້ອງຍອມຮັບວ່າ ມສ ວາງເກມຮັບມາໄດ້ດີຫຼາຍເຖິງແມ່ນວ່າ ມຊ ຈະເປັນຝ່າຍຄອງບານບຸກເຂົ້າໃສ່ຫຼາຍກວ່າ ຢ່າງຈະແຈ້ງກໍ່ຕາມ ແຕ່ວິໄນໃນການເດີນເກມຂອງກອງກາງ ແລະ ກອງຫຼັງ ຂອງທີມ ຈາກຫຼວງພະບາງເຮັດໄດ້ດີຫຼາຍ ສ້າງຄວາມຫຍຸ້ງຍາກໃນການສ້າງສັນເກມເຂົ້າໄປຈົບດ້ວຍການຍິງປະຕູຂອງ ມຊ ໄດ້ດີພໍສົມຄວນ ຈົນເບິ່ງຄືວ່າ ເກມໃນຄູ່ນີ້ຕ້ອງໄດ້ຕັສິນການເຂົ້າຮ່ວມດ້ວຍການຍິງ ລູກໂທດປະນັງຕີ້ຕັດສິນ.








ຂ່າວຈາກ: lao sport news
Ad