Top Ad

header ads

ຂົນຢາໄອ 25 ເປົາ ພີ່ນ້ອງເອີຍໃຈກ້າ ທ້າທາຍຄຸກ ທີ່ບໍແກ້ວ




ໃນວັນທີ 11 ພຶດສະພາ 2018 ນີ້. ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງຢາເສບຕິດຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄປແຂວງຫຼວງນໍ້າທາ ໂດຍໃຊ້ລົດພລາໂດຂົນສົ່ງ ຈໍານວນ 03 ຄັນ.


ເມື່ອໄດ້ຮັບແຫຼ່ງຂ່າວແລ້ວ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ລົງກວດກາ-ຕິດຕາມເປົ້າໝາຍ ແລະ ຕັ້ງດ່ານສະກັດລັດລົດຢູ່ຈຸດກວດກາບ້ານນາຫຼວງ, ພໍເຖິງເວລາປະມານ 16-17 ໂມງແລງຈຶ່ງໄດ້ພົບເຫັນລົດພລາໂດສີຂາວ ໝາຍເລກທະບຽນ ວທ 9992 ກໍາແພງນະຄອນ ແລ່ນນໍາໜ້າມາກ່ອນ, ທາງເຈົ້າໜ້າທີ່ຈຶ່ງໄດ້ລັດລົດແຕ່ບໍ່ຈອດ. ຈາກນັ້ນ, ເວລາຜ່ານໄປປະມານ 30 ວິນາທີ ກໍ່ໄດ້ມີລົດພລາໂດສີເທົາດໍາ ໝາຍເລກທະບຽນ ກມ 5929 ກໍາແພງນະຄອນ ແລ່ນຕາມມາ ທາງເຈົ້າໜ້າທີ່ຈຶ່ງໄດ້ລັດລົດແຕ່ກໍ່ບໍ່ຍອມຈອດ ແລະຈາກນັ້ນຕໍ່ມາອີກປະມານ 30 ວິນາທີ ກໍ່ມີລົດພລາໂດ ສີຂາວໝາຍເລກທະບຽນ ກຣ 9883 ກໍາແພງນະຄອນແລ່ນຕາມມາອີກ ທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ລັດລົດ ແລ້ວຜູ້ຂັບຂີ່ກໍ່ໄດ້ຈອດລົດ ເຊິ່ງຂັບຂີ່ໂດຍທ້າວວຽງໄຊ ແກ້ວມະນີ.


ຈາກນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ປະສານຫາ ປກສ ກຸ່ມບ້ານທ່າຟ້າໃຫ້ລັດລົດຈໍານວນ 02 ຄັນທີ່ແຫກດ່ານກວດກາ. ພໍຕົກມາຮອດເວລາປະມານ 17:30 ນາທີ ຈຶ່ງສາມາດກັກລົດພລາໂດໝາຍເລກທະບຽນ ວທ 9992 ກໍາແພງນະຄອນມາໄດ້ ເຊິ່ງມີຜູ້ຂັບຂີ່ຈໍານວນ 03 ຄົນຄື: ທ້າວ ຈັນທອນ ແກ້ວມະນີ ທ້າວ ດວງຈັນ ແລະທ້າວເຮີຢາງ. ແລ້ວທ້າວຈັນທອນໄດ້ລົມກັບເຈົ້າໜ້າທີ່ວ່າ: ຈະເອົາເງິນໃຫ້ຈໍານວນ 2000.000 ບາດ ເພື່ອໃຫ້ປ່ອຍຕົວ ແລະບໍ່ໃຫ້ກວດກາ, ສວນລົດພລາໂດ ໝາຍເລກທະບຽນ ກມ 5929 ກໍາແພງນະຄອນ ແມ່ນໄດ້ລ້ຽວລົດກັບຄືນ. ດັ່ງນັ້ນ, ທາງເຈົ້າທີ່ພາກສ່ວນຈຶ່ງໄດ້ໄລ່ຕາມ ແຕ່ຜູ້ຂັບຂີ່ໄດ້ຂັບຂີ່ລົດລົບໜີເຂົ້າໄປທາງໃນບ້ານຫ້ວຍຫະ ແລ້ວເອົາລົດໄປຈອດໄວ້ຂ້າງເຮືອນຂອງປະຊາຊົນ. ຜ່ານການກວດກາລົດພລາໂດຄັນດັ່ງກ່າວ ໂດຍຊ່ອງໜ້າກັບອໍານາດການປົກຄອງບ້ານຫ້ວຍຫະ ຈຶ່ງໄດ້ພົບເຫັນຢາເສບຕິດປະເພດຢາໄອສ ຈໍານວນ 25 ເປົາ ມີ 651 ຫໍ່ ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີ.


ດັ່ງນັ້ນ, ທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວຜູ້ຖືກຫາ ຈໍານວນ 04 ຄົນພ້ອມດ້ວຍຂອງກາງຄະດີມີ: ຢາໄອສ ຈໍານວນ 25 ເປົາ ເທົ່າກັບ 651 ຫໍ່, ລົດພລາໂດ 03 ຄົນ, ໂທລະສັບມືຖື 11 ເຄື່ອງ, ເງິນບາດ 231.000 ບາດ, ເງິນກີບ 468.000 ກີບ, ແຫວນມືຄ້າຍຄືຄໍາ ຈໍານວນ 04 ວົງ ແລະສາຍຄໍຄ້າຍຄືຄໍາ ຈຳນວນ 01 ເສັ້ນ ໄວ້ເພື່ອທຳການສືບສວນສອບສວນຂະຫຍາຍຜົນ.


ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນໄດ້ຮູ້ວ່າ: ຜູ້ຖືກຫາທັງ 04 ຊື່ທ້າວ ຈັນທອນ ແກ້ວມະນີ ອາຍຸ 30 ປີ, ທ້າວວຽງໄຊ ແກ້ວມະນີ ອາຍຸ 33 ປີ ທັງສອງເປັນອ້າຍນ້ອງກັນ ເຮັດອາຊີບຄ້າຂາຍ ສັນຊາດລາວ ຊົນເຜົ່າກຶມມຸ ແລະທ້າວດວງຈັນ ອາຍຸ23 ປີ ອາຊີບເຮັດນາ ສັນຊາດລາວ ທັງສາມຢູ່ບ້ານພຽງງາມ. ສ່ວນທ້າວເຮີຢາງອາຍຸ 30 ປີ ອາຊີບເຮັດນາ ສັນຊາດລາວ ຊົນເຜົ່າມົ້ງ ແມ່ນອາໃສຢູ່ບ້ານສີທາດ ເມືອງຕົ້ນເຜິ້ງ.


 ຜ່ານການສືບສວນ-ສອບສວນທ້າວຈັນທອນໄດ້ໃຫ້ການວ່າ: ເວລາ 9 ໂມງເຊົ້າຂອງວັນທີ 11 ພຶດສະພາ 2018 ຜູ້ກ່ຽວໄດ້ໂທລະສັບຫາທ້າວເຮີຢ່າງ ໃຫ້ມາຫາຕົນ ແລະນ້ອງເຂີຍທ້າວດວງຈັນຢູ່ຕະຫຼາດສີເມືອງງາມ ແລ້ວກໍ່ພາກັນຂັບຂີ່ລົດຂອງຕົນ ຍີ່ຫໍ້ພລາໂດ ສີຂາວ ໝາຍເລກທະບຽນ ວທ 9992 ກໍາແພງນະຄອນ ລົງມາຫ້ວຍຊາຍ. ພໍຕົກມາຮອດເວລາປະມານ 16 ໂມງແລງ ກໍ່ໄດ້ພາກັນຂັບຂີ່ລົດອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປແຂວງຫຼວງນໍ້າທາ ພໍໄປຮອດດ່ານກວດກາບ້ານນາຫຼວງຜູ້ກ່ຽວກໍ່ໄດ້ຂັບຂີ່ລົດກາຍໄປ ແຕ່ກໍ່ຖືກເຈົ້າໜ້າທີ່ກັກຕົວຢູ່ຂົວບ້ານທ່າຟ້າແລ້ວນໍາຕົວມາຈຸດກວດກາບ້ານນາຫຼວງ.


ຈາກນັ້ນ, ຜູ້ກ່ຽວກໍ່ໄດ້ລົມກັບເຈົ້າໜ້າທີ່ວ່າຈະເອົາເງິນໃຫ້ຈໍານວນ 2000.000 ບາດ ເພື່ອໃຫ້ປ່ອຍຕົວ ແລະບໍ່ໃຫ້ກວດກາສາເຫດຍ້ອນວ່າ ລົດພລາໂດ ໝາຍເລກທະບຽນ ກມ 5929 ກໍາແພງນະຄອນ ຂອງໝູ່ ຊື່ທ້າວ ເອ່ຍ ອາຍຸປະມານ 30 ປີ ສັນຊາດລາວ ເຊື້ອຊາດລາວ ຢູ່ບ້ານດອນທາດ ເມືອງຕົ້ນເຜິ້ງ ມີຢາເສບຕິດ. ສ່ວນທ້າວວຽງໄຊ ແກ້ວມະນີ ຜູ້ເປັນອ້າຍແມ່ນໃຫ້ມາເບິ່ງທາງ ເຊິ່ງຈະໃຫ້ຄ່າຈ້າງເປັນເງິນຈໍານວນ 50.000 ບາດ.ຜ່ານການສືບສວນ-ສອບສວນແລ້ວເຫັນວ່າ: ພວກກ່ຽວທັງ 04 ແມ່ນມີຄວາມຜິດເຈດຕະນາຮ່ວມກັນຂົນສົ່ງຢາເສບຕິດ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວພວກກ່ຽວໄວ້ເພື່ອທໍາການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຄ້າຂາຍຢາເສບຕິດລາຍນີ້ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.











ຂ່າວ: ຮຕ ນາຊູ ອິນທະບັນດິດ
Ad