Top Ad

header ads

ພິທີປະກາດສ້າງຕັ້ງເມືອງປາກເຊ ແຂວງຈໍາປາສັກ ເປັນນະຄອນປາກເຊ ນັ້ນ ຈະຈັດຂຶ້ນໃນວັນທີ 31 ພຶດສະພາ 2018


ພິທີປະກາດສ້າງຕັ້ງເມືອງປາກເຊ ແຂວງຈໍາປາສັກ ເປັນນະຄອນປາກເຊ ນັ້ນ ຈະຈັດຂຶ້ນໃນວັນທີ 31 ພຶດສະພາ 2018 ທີ່ຈະມາເຖິງນີ້ ເຊິ່ງໃນງານຈະມີຫຼາຍໆກິດຈະກໍາ, ລາຍລະອຽດນັ້ນ ທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈໍາພັກແຂວງ ເຈົ້າເມືອງໆປາກເຊ ຮອງປະທານ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລວມ ໃນການກະກຽມປະກາດເມືອງປາກເຊ ເປັນນະຄອນ ໃຫ້ສໍາພາດໃນວັນທີ 10 ພຶດສະພາ 2018 ນີ້ວ່າ: ໃນງານປະກາດເມືອງປາກເຊ ເປັນນະຄອນ ທີ່ຈະມີຂຶ້ນໃນມໍ່ໆນີ້ ຈະມີຫຼາຍໆກິດຈະກໍາໃຫຍ່ ຄື: ວັນທີ 29 ພຶດສະພາ 2018 ຄະນະຮັບຜິດຊອບພວກເຮົາ ຈະໄດ້ຫ້າງຫາກະກຽມຕັ້ງກອງບຸນຂຶ້ນ 3 ກອງ, ຕອນແລງກໍ່ມີພິທີສູດມຸງຄຸນ, ເຊົ້າວັນທີ 30 ພຶດສະພາ ກໍ່ຈະມີພິທີທໍາບຸນໃສ່ບາດ, ຖວາຍທານແດ່ພະສົງ ຕາມຮີດຄອງປະເພນີອັນດີງາມຂອງຄົນລາວຊາວພຸດ ທີ່ເຄີຍຈັດຕັ້ງປະຕິບັດສືບທອດກັນມາແຕ່ບູຮານນະການ ເພື່ອອຸທິດບຸນກຸສົນໃຫ້ແກ່ບັນພະບູລຸດ ກໍ່ຄືອະດີດການນໍາເມືອງປາກເຊ ແຕ່ລະໄລຍະ ຜູ້ທີ່ລ່ວງລັບໄປແລ້ວນັ້ນ ທັງເປັນການຄອບບອກເຈົ້າຖິ່ນເຈົ້າຖານທັງຫຼາຍ ໃຫ້ຮັບຮູ້ເຖິງການປະກາດສ້າງຕັ້ງເມືອງປາກເຊ ເປັນນະຄອນ ເພື່ອສ້າງສາພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຕໍ່ໄປພາຍໜ້າ.



ທ່ານ ສຸລິວັນ ສະຫວັດທະສິນ ກ່າວຕໍ່ອີກວ່າ: ຕອນເຊົ້າວັນທີ 31 ພຶດສະພາ 2018 ກໍ່ຈະມີກິດຈະກໍາຂະບວນການອອກແຮງງານອະນາໄມລວມຄັ້ງໃຫຍ່ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກົມກອງ, ສໍານັກງານ, ຄຸ້ມບ້ານຕ່າງໆທີ່ນອນໃນຂອບເຂດເມືອງປາກເຊ ເຮັດອະນາໄມຕາມຖະໜົນຫົນທາງສາຍສໍາຄັນ ພ້ອມທັງຕິດທຸງຊາດ, ທຸງທິວ, ປະດັບປະດາຕາມສໍານັກງານ, ອົງການໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນຂອບເຂດຂອງເມືອງປາກເຊ ນັບແຕ່ຫຼັກ 9 ເໜືອ – ຫຼັກ 9 ໃຕ້. ຕໍ່ມາ ກໍ່ຈະມີກິດຈະກໍາແຫ່ອ້ອມເມືອງ ເຊິ່ງແຫ່ດ້ວຍລົດຕາງໜ້າຂອງຂະແໜງການກົມກອງ, ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ ແລະ ໂຮງແຮມຕ່າງໆ ບໍ່ຫຼຸດ 20 ຂະບວນ ທັງປະດັບປະດາ, ຜູກໂບ ແລະ ຕິດປ້າຍປະກາດ ເມືອງປາກເຊ ເປັນນະຄອນ ໂດຍໃຊ້ເວລາໃນການແຫ່ປະມານ 2-3 ຊົ່ວໂມງ. ຕອນແລງ ກໍ່ຈະມີພິທີປະກາດເມືອງປາກເຊ ເປັນນະຄອນ ຢ່າງເປັນທາງການ ຢູ່ສະໜາມກິລາຫຼັກ 2.



ເມື່ອກ້ອນກໍາລັງຕ່າງໆເຂົ້າສູ່ສະໜາມຮຽບຮ້ອຍແລ້ວ ກໍ່ຈະມີການສະແດງສິລະປະ, ການສະແດງບົດຟ້ອນສຽງແຄນລາວເປັນມໍລະດົກໂລກ, ບົດຟ້ອນຢ້ອນຍຸກ ຫຼື ບົດຟ້ອນລາວຮ່ວມສະໄໝ, ລໍາສີພັນດອນ. ພິເສດ ຄະນະຮັບຜິດຊອບຈັດງານພວກເຮົາ ໄດ້ເຊີນເອົາ ນາງ ແຜັດ ເພັດດາວອນ ຄໍາມະນີວົງ ນັກຮ້ອງ ແຊັມ 21 ສະໄໝ ຈາກລາຍການ ເສິກວັນດວນເພງ ທີ່ຫຼາຍໆຄົນຮູ້ຈັກ ມາຮ້ອງເພງໃຫ້ພໍ່ແມ່ພີ່ນ້ອງຟັງ ແລະ ມີການສະແດງສວນສະໜາມຂອງກອງຕຸລິຍາງຈາກກອງທັບປະຊາຊົນລາວຕື່ມອີກ.ຈາກນັ້ນ ກໍ່ເຂົ້າສູ່ພິທີປະກາດເມືອງປາກເຊ ເປັນນະຄອນຢ່າງເປັນທາງການ ເຊິ່ງຈະມີການຜ່ານປະຫວັດຄວາມເປັນມາຂອງເມືອງປາກເຊ ໂດຍຫຍໍ້ ແລະ ຜ່ານບົດລາຍງານການກະກຽມສ້າງເມືອງປາກເຊ ເປັນນະຄອນ, ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງນະຄອນປາກເຊ. ຕໍ່ມາ ກໍ່ແມ່ນຕາງໜ້າມວນຊົນຊາວເມືອງປາກເຊ ຂຶ້ນຜ່ານບົດສະແດງຄວາມດີໃຈ ທີ່ເມືອງປາກເຊ ຖືກປະກາດເປັນນະຄອນ. ຈາກນັ້ນ ກໍ່ເຊີນຄະນະປະທານຂຶ້ນລັ່ນຄ້ອງໃຫຍ່ 9 ບາດ, ປ່ອຍນົກສັນຕິພາບ, ປ່ອຍປຸ່ມເປົ້າ ແລະ ຕັດແຖບຜ້າ ເປີດປ້າຍຈໍາລອງນະຄອນປາກເຊ ແລະ ໃນເວລານີ້ ກໍ່ຈະມີການຈູດດອກໄມ້ໄຟ, ຕີກອງ 9 ຄູ່ ພ້ອມທັງເຊີນຊວນມວນຊົນທີ່ເຂົ້າຮ່ວມພາກັນຕົບມືສະແດງຄວາມດີໃຈ 5 ນາທີ ເພື່ອເຮັດໃຫ້ງານມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.










* ຂ່າວ-ພາບ: ທູນທອງໃຈ ໜັງສືພິມຈໍາປາໃໝ່ *
Ad