Top Ad

header ads

ອີກ 3 ເດືອນຕໍ່ໜ້າ "ກັນຊາ" ອາດຖືກກົດໝາຍໃນ ສປປ ລາວ ເປັນປະເທດທຳອິດໃນອາຊຽນ


ເວັບໄຊບີບີຊີ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງປະເທດໃນພາກພື້ນອາຊຽນ ໂດຍສະເພາະໄທ ໃນການເປີດຊ່ອງທາງເພື່ອໃຫ້ໃຊ້ກັນຊາເຂົ້າໃນກການສຶກສາວິໄຈກັບມະນຸດໄດ້ເປັນຄັ້ງທຳອິດ ເພື່ອປັບປຸງກົດໝາຍໃຫ້ຮອງຮັບການເຄື່ອນໄຫວດັ່ງກ່າວ ພ້ອມອ້າງອີງຂໍ້ມູນຈາກແຫຼ່ງຂ່າວ ລະບຸ ລາວກຳລັງຈະຖອນກັນຊາອອກຈາກບັນຊີຢາເສບຕິດໃນອີກ 3 ເດືອນຂ້າງໜ້າເປັນປະເທດທຳອິດໃນອາຊຽນ ເພື່ອໃຊ້ສານສະກັດຈາກກັນຊາເຂົ້າໃນທາງການແພດຢ່າງຖືກຕ້ອງຕາມກົດໝາຍ.

ບີບີຊີພາກພາສາໄທໄດ້ລາຍງານເມື່ອວານນີ້ (16 ພຶດສະພາ 2018) ອ້າງອີງຄຳໃຫ້ສຳພາດຂອງ ທ່ານ ບັນທູນ ນິຍະມາພາ ຊາວໄທເຊິ່ງເປັນຜູ້ລິເລີ່ມ "ເຄືອຂ່າຍທີ່ຊ່ວຍຮັກສາຜູ້ປ່ວຍດ້ວຍສານສະກັດຈາກກັນຊາ" ໂດຍໃນປັດຈຸບັນ ທ່ານ ບັນທູນ ໄດ້ຍ້າຍ ມາອາໄສຢູ່ທີ່ ສປປ ລາວ ແລະ ກ່າວວ່າກຳລັງເຮັດວຽກຮ່ວມກັບລັດຖະບານລາວດຳເນີນການສະກັດກັນຊາ ເພື່ອໃຊ້ທາງການແພດຢ່າງຖືກຕ້ອງຕາມກົດໝາຍ ໃນຮູບແບບໂຄງການທົດລອງ ເຊິ່ງມີໂຮງໝໍທັງລັດ ແລະ ເອກະຊົນຮອງຮັບ.



ທ່ານ ບັນທູນ ນິຍະມາພາ ຫຼື ລຸງຕູ້

"ຂ້າພະເຈົ້າຢາກເຮັດເປັນຕົວຢ່າງໃຫ້ລັດຖະບານໄທເປັນວ່າມັນບໍ່ຕ້ອງໃຊ້ເງິນທຶນ. ລາວບໍ່ຕ້ອງກູ້ເງິນເພາະຂອງກໍມີຢູ່ແລ້ວໃນປະເທດເຂົາ. ໃນໄທກໍມີ ແຕ່ເຮົາບໍ່ນຳມາໃຊ້", ທ່ານໃຫ້ສຳພາດກັບບີບີຊີໄທ.

ແນວໃດກໍຕາມ ອີງຕາມກົດໝາຍອາຍາສະບັບປັດຈຸບັນຂອງ ສປປ ລາວ ເຮົານັ້ນ, ຍັງມີການກຳນົດໃຫ້ການຄອບຄອງ, ຜະລິດ, ຫຼື ຂາຍກັນຊາເປັນສິ່ງທີ່ຜິດກົດໝາຍ ແລະ ມີໂທດທັງປັບໃໝ ແລະ ຕັດອິດສະລະພາບ. ແຕ່ ທ່ານ ບັນທູນ ໄດ້ອ້າງວ່າ ໃນອີກປະມານ 3 ເດືອນຕໍ່ໜ້າ ປະເທດລາວຈະຖອນກັນຊາອອກຈາກລາຍຊື່ຢາເສບຕິດ ເປັນປະເທດທຳອິດໃນອາຊຽນ.

ທັງນີ້ ກັນຊາມີສານ 2 ຊະນິດຫຼັກທີ່ຖືກນຳມາໃຊ້ເພື່ອປະໂຫຍດທາງການແພດໄດ້ແກ່ ສານ CBD (Cannabidiol) ເຊິ່ງມີລິດຫຼຸດຜ່ອນອາການປວດຮາກ ແລະ ການບວມອັກເສບຂອງບາດແຜ ແລະ ອີກສານໜຶ່ງແມ່ນ THC (Tetrahydrocannabinol) ເຊິ່ງມີຄຸນສົມບັດຊ່ວຍໃຫ້ຜູ້ປ່ວຍຮູ້ສຶກຜ່ອນຄາຍ ແລະ ຫຼຸດອາການເຈັບປວດ.

ສ່ວນໃນປະເທດໄທ ການນຳເອົາກັນຊາມາສະກັດເພື່ອທຳການວິໄຈທາງການແພດຍັງເປັນເລື່ອງທີ່ຫຍຸ້ງຍາກຫຼາຍ ເນື່ອງຈາກກົດໝາຍບໍ່ອະນຸຍາດໃຫ້ທົດລອງກັບມະນຸດ ແຕ່ສາມາດທົດລອງໃນຫຼອດທົດລອງ ແລະ ກັບສັດໄດ້ເທົ່ານັ້ນ. ອີກໜຶ່ງປັນຫາກໍຄື ກົດໝາຍໄທກຳນົດໃຫ້ກັນຊາເປັນສິ່ງເສບຕິດທີ່ຜິດກົດໝາຍ ເຊິ່ງຜູ້ທີ່ຄອບຄອງ ແລະ ຜູ້ເສບຈະໄດ້ຮັບໂທດທາງອາຍາ ຈຶ່ງເປັນອຸປະສັກຫຼາຍສຳລັບການສຶກສາວິໄຈກັນຊາ.

ຢ່າງໃດກໍຕາມ ໜຶ່ງໃນໂຄງການທີ່ທີມວິໄຈໃນໄທດຳເນີນການໄດ້ກໍຄື ພັດທະນາສະເປຣສີດພົ່ນໃນຊ່ອງປາກ ຈາກກັນຊາທີ່ຢຶດໄດ້ 40 ກິໂລກຣາມ ຫຼັງຈາກທີ່ສິ້ນສຸດຄະດີແລ້ວຈາກກອງບັນຊາການຕຳຫຼວດປາບປາມຢາເສບຕິດ. ສ່ວນໃນອະນາຄົດຖ້າຫາກປະມວນກົດໝາຍຢາເສບຕິດສະບັບໃໝ່ຂອງໄທປະກາດໃຊ້ ເຊິ່ງຈະເຮັດໃຫ້ລັດຖະມົນຕີກະຊວງສາທາລະນະສຸກມີອຳນາດພິຈາລະນາ ແລະ ອະນຸຍາດໃຫ້ປູກກັນຊາເພື່ອທາງການແພດໄດ້ ທາງທີມວິໄຈຂອງໄທກໍມີແຜນຈະເຮັດສວນປູກໃນລະບົບປິດ ເພື່ອຄວບຄຸມຄຸນນະພາບ, ຄວາມສະໝໍ່າສະເໝີຂອງສານສຳຄັນ ແລະ ປາສະຈາກສິ່ງປົນເປື້ອນຕ່າງໆ.

ຂອບໃຈທີ່ມາ muan.la
Ad