ວັນທີ16/05/2018 ເວລາ 21:40ໂມງ ຫນ່ວຍກູ້ໄພມູສນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດ ລົດໃຫຍ່ຕຳກົ້ນລົດພວງ ຈຸດເກີດເຫດທາງ450ປີ ບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
![](http://tholakhong.com/wp-content/uploads/2018/05/img_3978.jpg)
ພໍຫນ່ວຍກູ້ໄພມູນນິທິ1623ອອກກວດສອບ ພົບ ມີຄົນຕິດພາຍໃນ1ຄົນ ແລະ ເສຍຊີວິດ 1ຄົນ ທາງຫນ່ວຍກູ້ໄພຈຶ່ງໄດ້ນຳເຄື່ອງ ຕັດຖ່າງ ເພື່ອເຂົ້າຊ່ວຍເຫລືອຜູ້ບາດເຈັບອອກມາຈາກລົດ ໃຊ້ເວລາປະມານ 1ຊົ່ວໂມງ ຈຶ່ງສາມາດນຳຜູ້ບາດເຈັບອອກມາຈາກລົດໄດ້ ແລ້ວປະຖົມພະຍາບານຂັ້ນຕົ້ນ ນຳສົ່ງໂຮງຫມໍມິດຕະພາບ150ຕຽງ
![](http://tholakhong.com/wp-content/uploads/2018/05/img_3977.jpg)
ສ່ວນຜູ້ເສຍຊີວິດ1ລາຍ ເປັນເພດຊາຍ ອາຍຸ26ປີ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ກວດໄດ້ເບື້ອງຕົ້ນ ຄໍຫັກ ມີບາດເປີດໃຫຍ່ຢູ່ຫົວ ກະທົບຫນ້າເອິກ ດັ່ງນັ້ນ ທາງມູນນິທິຈຶ່ງນຳສົບ ຝາກໄວ້ໂຮງເຢັນມູນນິທິຈີນ ເພື່ອໃຫ້ພີ່ນ້ອງ ນຳຮ່າງໄປເຮັດພິທີທາງສາສະຫນາ
——————————————
ບາດເຈັບສຸກເສີນໂທ1623ຕະຫລອດ24ຊົ່ວໂມງ
![](http://tholakhong.com/wp-content/uploads/2018/05/img_3979.jpg)
![](http://tholakhong.com/wp-content/uploads/2018/05/img_3976.jpg)
![](http://tholakhong.com/wp-content/uploads/2018/05/img_3975.jpg)
![](http://tholakhong.com/wp-content/uploads/2018/05/img_3974.jpg)
![](http://tholakhong.com/wp-content/uploads/2018/05/img_3973.jpg)
![](http://tholakhong.com/wp-content/uploads/2018/05/img_3972.jpg)
![](http://tholakhong.com/wp-content/uploads/2018/05/img_3971.jpg)
![](http://tholakhong.com/wp-content/uploads/2018/05/img_3970.jpg)
![](http://tholakhong.com/wp-content/uploads/2018/05/img_3908.jpg)
ລາຍງານຈາກ ປະຊາຊົນ ແລະ 1623 ໃຫ້ຮູ້ວ່າ ປະຈຸບັນ (22:30-16/5/2018) ກໍາລັງຊ່ວຍ ຜູ່ປະສົບອຸບັດຕີເຫດ ລົດເກັງ ຕໍາທ້າຍລົດຂົນສົ່ງ. ຈຸດເກີດດຫດ ແມ່ນ ທສງ 450 ປີ ເຂດ ຍ່ານໂຊກນ້ອຍ ນະຄອນຫຼວງວຽງຈັນ
![](http://tholakhong.com/wp-content/uploads/2018/05/img_3909.jpg)
ຂໍ້ມູນເບື້ອງຕົ້ນ ຄົນເຈັບຕິດພາຍໃນລົດ 2 ຄົນ ອາການສາຫັດໜັກ
![](http://tholakhong.com/wp-content/uploads/2018/05/img_3910.jpg)
ຄລິບລາຍງາຍສົດ
![](http://tholakhong.com/wp-content/uploads/2018/05/img_3907.jpg)