Top Ad

header ads

ເຈົ້າໜ້າທີ່ເລັ່ງສຶບສວນເກັບກຳຂໍ້ມູນຫຼັກຖານການເກີດອຸບັດຕິເຫດຢູ່ຖະໜົນທາງ 450 ປີ


ອີງຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວ ວ່າ: ວັນທີ 28ພຶດສະພາ2018.ຕຳຫຼວດຈະລາຈອນ ພວມສຶບສວນເກັບຂໍ້ມູນຫຼັກຖານ ການເກີດອຸບັດຕິເຫດຢູ່ຖະໜົນທາງ 450ປີ ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຈຸດເກີດເຫດເປັນບ່ອນລ້ຽວເຂົ້າທາງຮ່ອມບ້ານ ເຊີ່ງຫ່າງຈາກສາມແຍກສາງທ່ານາແລ້ງປະມານ 3 ກິໂລແມັດ.
ລົດທ່ອງທ່ຽວໝາຍເລກທະບຽນ ບສ6789 ນະຄອນຫຼວງວຽງຈັນແມ່ນໄດ້ນຳນັກທ່ອງທ່ຽວຫວຽດນາມ 45 ຄົນເຊີ່ງກັບຈາກການທ່ອງທ່ຽວມາແຕ່ປະເທດໄທ ມາຮອດຈຸດເກີດເຫດແມ່ນ ມີລົດຈັກຂ້າມທາງມາ ໃນເວລານັ້ນ, ຄົນຂັບເຊີ່ງເປັນຄົນຫວຽດນາມ ຈື່ງໄດ້ຫັກພວງມະໄລກະທັນຫັນເຮັດໃຫ້ລົດເຈືອກຕົກລົງຮ່ອງແຄມທາງຄວາມເລິກປະມານ 3 ແມັດ,ເຊີ່ງເຮັດໃຫ້ຜູ້ໂດຍສານທີ່ເດີນທາງມາບາດເຈັບ 20 ກວ່າຄົນແລະ ບາດເຈັບໜັກ 3 ຄົນ,ຄົນເຈັບແມ່ນໄດ້ຖືສົ່ງໄປປີ່ນປົວຢູ່ໂຮງໝໍ 150ຕຽງ.ສ່ວນຄົນຂັບລົດຈັກ ຊາບຂໍ້ມູນເບື້ອງຕົ້ນເປັນຄົນບ້ານທ່າມ່ວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແມ່ນບາດເຈັບພໍສົມຄວນ.
ຖະໜົນທາງ 450ປີ ເປັນຖະໜົນສາຍສຳຄັນ ເວັ້ນນອກເມືອງເຊີ່ງມີການສັນຈອນໄປມາຂອງລົດບັນທຸກໜັກແລ່ນຫຼາຍ,ເສັ້ນທາງເສັ້ນນີ້ແມ່ນ ມັກມີການແລ່ນລົດບໍ່ຖືກຕາມລະບຽບກົດຈະລາຈອນ ມັກຂີ່ກັບລູກສອນ ຍ້ອນຄວາມມັກງ່າຍຂອງຜູ້ຂັບຂີ່ຈຳນວນໜື່ງ ເຊີ່ງມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.
Ad