Top Ad

header ads

ປອມຕົວເປັນແມ່ເລົ້າອ້າງມາຕິດຕໍ່ແຂກ ເພື່ອມາລັກຊັບພົນລະເມືອງ ທີ່ ບໍແກ້ວ




ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ໄດ້ຈັບກຸ່ມເປົ້າໝາຍ ໃນຄະດີລັກຊັບພົນລະເມືອງ ໃນຄັ້ງວັນທີ 12 ມັງກອນ 2018 ທີ່ຜ່ານມາ ໄດ້ມີຜູ້ຖືກເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ພະນັກງານສືບສວນ-ສອບສວນຄະດີອາຍາ ປກສ ແຂວງບໍ່ແກ້ວວ່າ: ໄດ້ມີຄົນຮ້າຍບໍ່ຮູ້ຊື່ເປັນເພດຊາຍເຂົ້າໄປລັກເອົາເງິນຜູ້ທີ່ມາໃຊ້ບໍລິການພັກເຊົາຢູ່ບັນດາເຮືອນພັກ, ໂຮງແຮມເປັນຈໍານວນຫຼາຍຄັ້ງ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະລົງກວດກາສັນນະສູດສະຖານທີ່ເກີດເຫດຕົວຈິງເຫັນວ່າ: ມີມູນຄວາມຈິງ.


ສະນັ້ນ, ພວກເຮົາຈຶ່ງລົງເກັບກໍາຂໍ້ມູນ ແລະ ສືບຫາເປົ້າໝາຍສົງໃສ, ຂຶ້ນບັນຊີເປົ້າໝາຍ, ຄັດຈ້ອນເປົ້າໝາຍ ພ້ອມທັງເປີດການສືບສວນ-ສອບສວນຕໍ່ກັບເຫດການດັ່ງກ່າວ, ຈົນຕົກມາຮອດ ວັນທີ 16 ມັງກອນ 2018 ຈຶ່ງສາມາດຈັບຕົວເປົ້າໝາຍໄດ້ຄື: ທ້າວ ຈູນນີ ທັນໃຈ ຫຼື (ຈຸ່ນ) ອາຍຸ 25 ປີ ອາຊີບ ກໍາມະກອນ ປະຈຸບັນຢູ່ບ້ານ ປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ໃນວັນທີ 16 ພຶດສະພາ 2018 ນີ້ ທາງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຄະດີອາຍາ ປກສ ແຂວງບໍ່ແກ້ວ ກໍ່ໄດ້ນໍາຕົວຜູ້ຖືກຫາມາປະກອບແຜນຄະດີໃນການກໍ່ເຫດແຕ່ລະຄັ້ງຢູ່ທີ່ຈຸດເກີດເຫດ ຈໍານວນ 04 ຈຸດ ຕາມບ້ານພັກ-ໂຮງແຮມໃນຂອບເຂດເທດສະບານເມືອງຫ້ວຍຊາຍ.



ຮູບແບບໃນການລັກຊັບໃນຄັ້ງນີ້: ຜູ້ກ່ຽວໄດ້ແຕ່ງກາຍເປັນເພດຍິງ, ເພື່ອເຂົ້າໄປຕິດຕໍ່ບັນດາເຮືອນພັກ, ໂຮງແຮມໃດມີແຂກ ຫຼື ບໍ່ມີແຂກໂດຍຢ່າງເຂົ້າໄປໃນຫ້ອງ ເມື່ອເຫັນຄົນຜູ້ມາພັກເຊົາ ຜູ້ກ່ຽວກໍ່ໄດ້ອ້າງວ່າຕ້ອງການຜູ້ສາວບໍ່?, ແລ້ວກໍ່ຍ່າງໄປເບິ່ງຫ້ອງອື່ນໆອີກ ຕາງສັງເກດວ່າ: ແຕ່ລະຫ້ອງໃສກະແຈຫຼືບໍ່?, ອຸປະກອນໃນການລັກຊັບຂອງຜູ້ກ່ຽວໃນການກໍ່ເຫດແຕ່ລະຄັ້ງ ແມ່ນໄດ້ໃຊ້ຂອງແຂງເຂົ້າກໍ່ເຫດກໍ່ຄື: ມີດ, ເຫຼັກສະແລ່ງ ແລະ ໄມ້ ຜົນເສຍຫາຍທີຍຶດໄດ້ຄືນມີ:
 ເງິນກີບຈໍານວນ 9.500.000ກີບ (ເກົ້າລ້ານຫ້າແສນກີບ)
 ເງິນຢວນຈໍານວນ 9700 ຢວນ (ເກົ້າພັນເຈັດຮ້ອຍຢອນ)
 ເງິນບາດ 25.000 ບາດ (ຊາວຫ້າພັນບາດ)








ຕໍ່ກັບເຫດການໃນຄັ້ງນີ້: ທາງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົາ, ບັນດາພະແນກການ, ສໍານັກງານ, ລັດວິສາຫະກິດ, ຫ້າງຮ້ານ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນຢູ່ພາຍໃນແຂວງບໍ່ແກ້ວ ຈົ່ງຍົກສູງສະຕິລະວັງຕົວ, ເປັນເຈົ້າການປົກປັກຮັກສາວັດຖຸເຄື່ອງຂອງຕ່າງໆຂອງຕົນໃຫ້ດີ, ບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ໂອກາດຊອກຫາຊ່ອງວ່າງເຄື່ອນໄຫວການກະທໍາຜິດໄດ້.



Cr: ປກສ ແຂວງບໍ່ແກ້ວ
Ad