Top Ad

header ads

ນັກວິຊາການອາວຸໂສຂອງກຳປູເຈຍອ້າງ ລາວກຳລັງຈະຍື່ນຮ້ອງຟ້ອງກຳປູເຈຍຕໍ່ສານໂລກ ກໍລະນີຂໍ້ພິພາດຊາຍແດນ


ເວັບໄຊ Khmer Times ສື່ຂອງກຳປູເຈຍລາຍງານເມື່ອຕອນເຊົ້າມື້ນີ້ (30 ພຶດສະພາ 2018) ວ່າ ນັກວິຊາການອາວຸໂສເຊິ່ງເຮັດການຄົ້ນຄວ້າກ່ຽວກັບຊາຍແດນກ່າວເມື່ອວານນີ້ (29 ພຶດສະພາ 2018) ວ່າ ສປປ ລາວ ກຳລັງກຽມທີ່ຈະຍື່ນຮ້ອງຟ້ອງກຳປູເຈຍ ຕໍ່ສານຍຸຕິທຳສາກົນ (International Court of Justice) ໃນກໍລະນີຂໍ້ພິພາດຊາຍແດນບໍລິເວນຊາຍແດນລາວ-ກຳປູເຈຍ.
Sok Touch ຫົວໜ້າສະພາວິຊາການຂອງລາຊະອານາຈັກກຳປູເຈຍ (RAC: Royal Academy of Cambodia) ໄດ້ກ່າວວ່າ ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວໄດ້ຍົກບັນຫາບໍລິເວນຫ້ວຍອາໄລ ແລະ ຫ້ວຍຕະເງົາຂຶ້ນມາອີກຄັ້ງ ເຊິ່ງເປັນຂໍ້ພິພາດກັນມາຕັ້ງແຕ່ປີກ່ອນ ອີງຕາມການລາຍງານຂອງ Khmer Times.
ທັງນີ້ ເມື່ອບໍ່ດົນມານີ້ທາງການລາວກໍຄືສະຖາບັນວິທະຍາສາດສັງຄົມແຫ່ງຊາດ ໄດ້ອອກເອກະສານ "ຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ" ເຊິ່ງລະບຸວ່າ ຝ່າຍກຳປູເຈຍບໍ່ປະຕິບັດຕາມການຕົກລົງທີ່ຄະນະກຳມະການຊາຍແດນຮ່ວມຂອງສອງປະເທດໄດ້ຕົກລົງກັນ ໂດຍການສ້າງເສັ້ນທາງໃນພື້ນທີ່ຄົງຄ້າງທີ່ຍັງບໍ່ມີການປັກຫຼັກໝາຍຊາຍແດນ.
Sok Touch ອ້າງວ່າ ລາວກຳລັງຈະນຳເອົາບັນຫາດັ່ງກ່າວສະເໜີຮ້ອງຟ້ອງຕໍ່ສານຍຸຕິທຳສາກົນ ເຊິ່ງຕັ້ງຢູ່ເມືອງເຮັກ ປະເທດເນເທີແລນ.
ພ້ອມກັນນັ້ນ Sok Touch ຍັງປະກາດວ່າ ຈະຈັດພິທີຖະແຫຼງຂ່າວໃນວັນທີ 6 ມິຖຸນານີ້ ເມື່ອ RAC ສຳເລັດການປະຊຸມໂຕະມົນກັບລັດຖະບານ ກ່ອນທີ່ຈະມີການເລືອກຕັ້ງນາຍົກລັດຖະມົນຕີຂອງກຳປູເຈຍ.
ທັງນີ້ Sok Touch ໄດ້ເປີດເຜີຍຕໍ່ກອງປະຊຸມດັ່ງກ່າວເມື່ອວັນຈັນທີ່ຜ່ານມາວ່າ ຕົນເອງໄດ້ກະກຽມເອກະສານທີ່ໄດ້ສຶກສາຄົ້ນຄວ້າເອງ ແລະ ແຜນທີ່ 13 ແຜ່ນ ເພື່ອຕໍ່ສູ້ກັບຝ່າຍລາວ.
ສ່ວນໃນເອກະສານ "ຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ" ສະບັບພາສາລາວ ທີ່ຕີພິມໂດຍສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ລະບຸວິທີທາງແກ້ໄຂຂໍ້ພິພາດທີ່ສົມເຫດສົມຜົນໄວ້ວ່າ ຄວນຖືເອົາການພົບປະເຈລະຈາເປັນສິ່ງທີ່ສຳຄັນ, ແກ້ໄຂບັນຫາໂດຍອີງໃສ່ຫຼັກການສາກົນ ແລະ ຫຼີກເວັ້ນການໃຊ້ກຳລັງທະຫານເຂົ້າມາຂົ່ມຂູ່ແກ້ໄຂ.
ຂໍຂອບໃຈ
ຂໍ້ມູນ : Khmer Times
ທີ່ມາ : Muan.la
Ad