Top Ad

header ads

ແມ່ມານເກີດລູກກະທັນຫັນກ່ອນຮອດໂຮງໝໍ ໂຊກດີປອດໄພທັງແມ່ແລະລູກ


ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 ລາຍງານວ່າ: ໃນວັນທີ 22/5/2018 ເວລາປະມານ03:00 ໂມງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນເຈັບທ້ອງເກີດລູກ ຢູ່ບ້ານ ໂພນຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຄົນເຈັບ 1 ຄົນ ເປັນເພດຍິງ ເຊິ່ງມີອາການເຈັບທ້ອງຢ່າງຮຸນແຮງ, ຫາຍໃຈບໍ່ສະດວກ, ນໍ້າຄາວປາແຕກແລະເດັກໄດ້ເກີດອອກກ່ອນກູ້ໄພຈະຮອດ.
#ເດັກເປັນເພດຊາຍແຂງແຮງດີ ປອດໄພທັງແມ່ແລະລູກ; 





 
ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ.
ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200000993902001 ເບີໂທຕິດຕໍ່ 020 2244 1624

Ad