Top Ad

header ads

ວິທີກຳຈັດແມ່ທ້ອງ ແລະລ້າງພິດອອກຈາກຮ່າງກາຍ ດ້ວຍກະທຽມສົດ




ກະທຽມ ເປັນສະໝຸນໄພທີ່ມີປະສິດທິພາບຫຼາຍທີ່ສຸດ ສາມາດໃຊ້ເພື່ອຊ່ວຍບຳລຸງສຸຂະພາບຂອງເຮົາໄດ້ຫຼາຍຢ່າງ ແລະກະທຽມຍັງໄດ້ ຖືກນຳມາໃຊ້ເພື່ອ ດູແລສຸຂະພາບມາຫຼາຍສະຕະວັດ, ອີກທັງຍັງມາເປັນສ່ວນປະກອບໃນການປຸງແຕ່ງອາຫານໄດ້ອີກດ້ວຍ
ການກິນ ກະທຽມສົດ ຈະໃຫ້ປະໂຫຍດກັບສຸຂະພາບຫຼາຍທີ່ສຸດ ເພາະຊ່ວຍກຳຈັດແມ່ທ້ອງໃນຮ່າງກາຍ ແລະຂັບສານພິດໄປພ້ອມກັນ, ການກຳຈັດແມ່ທ້ອງນັ້ນ ພຽງແຕ່ຕັດກະທຽມເປັນຕ່ອນນ້ອຍໆ ປະມານ​ 1-2 ກີບ ແລະປະສົມກັບນໍ້າ 1 ຈອກ ດື່ມກ່ອນກິນອາຫານ ຫຼື ກິນນໍ້າກະທຽມ 6 ບ່ວງແກງ; ເອົາກະທຽມ 1 ກີບປະສົມ ກັບນໍ້າມັນໝາກພ້າວໜ້ອຍໜຶ່ງ ແລະຫົວຫອມບົ່ວ 1 ຫົວ ແລ້ວກໍກິນທຸກວັນ ຈະຊ່ວຍກຳຈັດແມ່ທ້ອງຊະນິດຕ່າງໆໄດ້
 
ນອກຈາກນີ້ ກະທຽມຍັງຊ່ວຍລ້າງສານພິດ ອອກຈາກຮ່າງກາຍ ແລະຊ່ວຍໃຫ້ມີສະມາທິຫຼາຍຂຶ້ນ ພຽງແຕ່ປາດກະທຽມປະໄວ້ໃກ້ຕົວ ແລະປະໃຫ້ກິ່ນຂອງມັນລອຍຢູ່ໃນອາກາດຫ້ອງຂອງເຈົ້າ

ກະທຽມສົດສາມາດ ປິ່ນປົວສຸຂະພາບຮ່າງກາຍຂອງເຈົ້າໄດ້ດັ່ງນີ້:
ບັນຫາລະບົບພູມຄຸ້ມກັນ
ບັນຫາກ່ຽວກັບລຳໄສ້
ການຕິດເຊື້ອທາງເດີນຫາຍໃຈ
ບັນຫາຜິວໜັງ
ແມ່ທ້ອງ



 ການລ້າງສານພິດ
ຄວາມດັນເລືອດສູງ
ກະດູກຜ່ອຍ
ພະຍາດກ່ຽວກັບອາຍຸເຊັ່ນ: ອັນໄຊເມີ ແລະພາວະສະໝອງເສື່ອມ
ການເພີ່ມກະທຽມລົງໄປໃນອາຫານ ມັນຈະຊ່ວຍທຳຄວາມສະອາດຮ່າງກາຍຂອງເຈົ້າໄດ້ດີ ແລະກຳຈັດສານພິດທຸກປະເພດອອກຈາກຮ່າງກາຍ ແລະຍັງປ້ອງກັນບັນຫາສຸຂະພາບໃຫ້ກັບຮ່າງກາຍຂອງເຈົ້າອີກດ້ວຍ


Ad