Top Ad

header ads

ຫວຽດນາມຮຽກຮ້ອງຈີນ ຖອນຂີປະນາວຸດອອກຈາກເກາະພິພາກ



ເມື່ອ 8ພຶດສະພາທີ່ຜ່ານມາ ກະຊວງການຕ່າງປະເທດຫວຽດນາມ ຖະແຫລງຮຽກຮ້ອງໃຫ້ຈີນຖອນຂີປະນາສຸດອອກຈາກຫມູ່ເກາະພິພາກໃນທະເລຈີນໃຕ້ ເພາະເປັນເລື່ອງຜິດກົດຫມາຍເປັນໄພຄຸກຄາມສັນຕິພາບ ແລະ ລະເມີດອະທິປະໄຕຫວຽດນາມຍ່າງຮ້າຍແຮງ ຄຳເຕືອນນີ້ມີຂື້ນຫລັງເຄືອຂ່າຍໂທລະທັດ ຊີເອັນບີຊີ ລາຍງານເມືອ່ອາທິດທີ່ຜ່ານມາວ່າ: ຈີນໄດ້ຕິດຕັ້ງຂີປະນາວຸດຕໍ່ຕ້ານເຮືອຮົບ ແລະ ຂີປະນາວຸດແບບພື້ນສູ່ອາກາດ ເທິງຫມູ່ເກາະສະແປດລີໃນທະເລຈີນໃຕ້ ເຊິ່ງຫວຽດນາມອ້າງກຳມະສິດເຊັ່ນກັນ
ດ້ານໂຄສົກກະຊວງການຕ່າງປະເທດຈີນ ຖະແຫລງຕອບໂຕ້ເມື່ອ 9ພຶດສະພາວ່າ: ຈີນມີອະທິປະໄຕທີ່ບໍ່ອາດໂຕ້ແຍ້ງໄດ້ເຫນືອຫມູ່ເກາະສະແປດລີ ເຊິ່ງຈີນເອິ້ນວ່າ: ຫນານຊາ ແລະ ນ່ານນໍ້າຮອບໆ
ທັງນີ້ຈີນອ້າງກຳມະສິດໃນທະເລຈີນໃຕ້ເກືອບທັງຫມົດ ຂະນະທີ່ຫວຽດນາມ, ຟີລິບປິນ, ມາເລເຊຍ, ບູໄນ, ໄຕ້ຫວັນ ກໍ່ອ້າງກຳມະສິດບາງສ່ວນ ຄວາມຕຶດຄຽດລະຫວ່າງຈີນກັບຫວຽດນາມພຸ່ງເຖິງຈຸດສູງສຸດໃນປີ 2557 ຫລັງຈີນເຄື່ອນຍ້າຍແທ່ນຂຸດເຈາະນໍ້າມັນເຂົ້າສູ່ນ່ານນໍ້າທະເລຈີນໃຕ້ ເຊິ່ງຫວຽດນາມອ້າງວ່າເປັນຂອງຕົນຈົນເກີດກະແສປະທ້ວງຮຸນແຮງໃນຫວຽດນາມ


ຂໍ້ມູນຈາກ: thairath
Ad