Top Ad

header ads

ເກົາຫຼີເໜືອຍົກເລີກປະຊຸມກັບເກົາຫຼີໃຕ້ ອ້າງອາເມລິກາຊ້ອມຮົບຮ່ວມເກົາຫລີໃຕ້




ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຊລປະເທດເກົາຫຼີໃຕ້ເມື່ອວັນທີ່ 16 ພຶດສະພາວ່າ ກະຊວງການຕ່າງປະເທດເກົາຫຼີເໜືອອອກຖະແຫຼງການເມື່ອຊ່ວງເຊົ້າຂອງວັນພຸດຕາມເວລາທ້ອງຖິ່ນ ຍົກເລີກການພົບຫາລືລະຫວ່າງເຈົ້າໜ້າທີ່ລະດັບສູງຂອງລັດຖະບານປຽງຢາງ ກັບລັດຖະບານໂຊລ ທີ່ໜູ່ບ້ານປັນມຸນຈອມ ຊື່ງຕາມກຳນົດການເດີມຕ້ອງເກີດຂື້ນໃນມື້ດຽວກັນນີ້ ແລະຫົວຂໍ້ຂອງການປະຊຸມຄືການເວົ້າຕໍ່ຍອດກ່ຽວກັບການຈັດເຮັດສົນທິສັນຍາສັນຕິພາບ ຕາມແນວທາງທີ່ລົງນາມປະຕິນຍາປັນມຸນຈອມ ຊື່ງທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະປະທານາທິບໍດີມຸນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ ລົງນາມຮ່ວມກັນເມື່ອວັນທີ່ 27 ເມສາ ທີ່ຜ່ານມາ


ທັງນີ້ ລັດຖະບານປຽງຢາງໃຫ້ເຫດຜົນຂອງການຍົກເລີກການປະຊຸມກັບເກົາຫຼີໃຕ້ໃນຄັ້ງນີ້ວ່າເປັນເພາະປະຕິບັດການຊ້ອມຮົບ “ແມັກ ທັນເດີ” ລະຫວ່າງກອງທັບອາກາດສະຫະລັດ ອາເມລິກາ ກັບກອງທັບອາກາດເກົາຫຼີໃຕ້ ເຊີ່ງເປີດສາກຂື້ນເມື່ອວັນຈັນທີ່ຜ່ານມາ ແລະຈະໃຊ້ເວລາດົນ 2 ອາທິດເຕັມນັ້ນ ຄືເປັນເຈດຕະນາ “ການຊ້ອມການຮຸກຮານ” ແລະ “ຂົ່ມຂູ່ຄຸກຄາມ” ຂອງອາເມລິກາ ໃນຊ່ວງເວລາທີ່ຄວາມສຳພັນລະຫວ່າງສອງເກົາຫຼີກຳລັງດີຂື້ນ ພ້ອມທັງເຕືອນວ່າລັດຖະບານວໍຊິງຕັນຄວນ “ເພີ່ມການພິຈາລະນາຢ່າງຮອບຄອບ” ຕໍ່ອານາຄົດຂອງການຈັດປະຊຸມຮ່ວມກັບຜູ້ນຳເກົາຫຼີເໜືອ



ສຳລັບສາລະສຳຄັນຂອງການລົງນາມໃນປະຕິນຍາ ປັນມຸນຈອມທີ່ນອກເໜືອຈາກການຈັດເຮັດສົນທິສັນຍາສັນຕິພາບ ເພື່ອຢຸດຕິສົງຄາມເກົາຫຼີ “ຢ່າງເປັນທາງການ” ພາຍໃນປີນີ້ ຫຼັງຢູ່ພາຍໃຕ້ຂໍ້ຕົກລົງຢຸດຍິງມາດົນເຖິງ 65 ປີແລ້ວ ຍັງລວມເຖິງການທີ່ເກົາຫຼີເໜືອ ແລະເກົາຫຼີໃຕ້ຢຸດຕິ “ກິດຈະກຳອັນເປັນປໍລະປັກ” ການປັບປ່ຽນບັນຍາກາດເທີງເຂດປອດທະຫານໃຫ້ກາຍເປັນ “ເຂດສັນຕິພາບ” ການລົດການເຄື່ອນໄຫວທາງທະຫານ ແລະການຮ່ວມກັນຜັກດັນໃຫ້ເກີດການເຈລະຈາພະຫຸພາຄີ 4 ຝ່າຍ ຮ່ວມກັບອາເມລິກາ ແລະຈີນ
ດ້ານກະຊວງການຕ່າງປະເທດອາເມລິກາ ອອກຖະແຫຼງການວ່າການກຽມການປະຊຸມລະຫວ່າງປະທານາທິບໍດີໂດນັລ ທຣັມ ກັບທ່ານຄິມ ຈອງ-ອຶນ ທີ່ສິງກະໂປໃນວັນທີ່ 12 ມິຖຸນານີ້ ຈະຍັງຄົງດຳເນີນຕໍ່ໄປຕາມແຜນການ ແລະລະບຸດ້ວຍວ່າຜູ້ນຳຂອງເກົາຫຼີເໜືອເຄີຍກ່າວກ່ອນໜ້ານີ້ແລ້ວ “ມີຄວາມເຂົ້າໃຈ” ຕໍ່ການເຝິກຊ້ອມຮົບຂອງອາເມລິກາເທິງຄາບມະຫາສະໜຸດເກົາຫຼີ ຂະນະທີ່ຖະແຫຼງການຂອງກະຊວງປ້ອງກັນຄວາມສະຫງົບອາເມລິກາລະບຸວ່າ ການເຝິກຊ້ອມຮົບແມັກ ທັນເດີ “ເປັນໄປຕາມແຜນການທີ່ກຳນົດໄວ້ດົນແລ້ວ”


Ad