Top Ad

header ads

ສະຫະປະຊາຊາດຮຽກຮ້ອງ ປະເທດເຂດສາມຫລ່ຽມຄຳ ໂດຍສະເພາະ ຈີນ ມຽນມາ ລາວ ແລະໄທ ກວດລ້າງ ຢາບ້າ-ໄອຊ


ສະຫະ​ປະຊາ​ຊາດ (UN) ຮຽກຮ້ອງ​ປະ​ເທດ​ເຂດ​ສາມຫລ່ຽມ​ຄຳ​ແກ້​ໄຂ​ບັນຫາ​ທຸ​ຈະລິດ ​ແລະ ​ເພີ່ມ​ການ​ຮ່ວມ​ມື​ກັນ​ແກ້​ໄຂ​ບັນຫາ​ການ​ຜະລິດ ​ແລະ ຄ້າຂາຍ​ຢາ​ບ້າ​ທີ່​ລະບາດ​ທັງ​ໃນ ​ແລະ ນອກ​ພາກພື້ນ.


ທ່ານ ​ເຈ​ເຣມີ ດັກ​ລາສ ຕົວ​ແທນ​ປະຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປາຊີ​ຟິກ ຂອງ​ສຳນັກງານ​ປ້ອງ​ກັນ​ຢາ​ເສບ​ຕິດ ​ແລະ ປາບ​ປາມ​ອາ​ຊະ​ຍາ​ກຳ​ແຫ່ງ ສປຊ (UNODC) ກ່າວ​ໃນ​ກອງ​ປະຊຸມ​ຕຳຫລວດ ​ແລະ ​ເຈົ້າໜ້າ​ທີ່​ລະດັບ​ພາກພື້ນ ທີ່​ນະຄອນຫລວງ​ເນ​ປີ​ດໍ ຂອງ​ມຽນມາ ​ເລື່ອງ​ກຳນົດ​ຍຸດ​ທະ​ສາດ​ໃໝ່​ໃນ​ການ​ຕໍ່ສູ້​ກັບ​ໄພ​ຢາ​ເສບ​ຕິດ​ວ່າ: ຫລັກ​ນິຕິ​ລັດ ​ແລະ ທຳ​ມາ​ພິບານ​ຄື​ປັດ​ໄຈ​ສຳຄັນ​ໃນ​ການ​ຫລຸດ​ການ​ຜະລິດ ​ແລະ ການ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ໄລຍະ​ຍາວ, ​ເວົ້າ​ໃຫ້​ງ່າຍໆ​ຄື​ການ​ແກ້​ໄຂ​ບັນຫາ​ທຸ​ຈະລິດ, ສະພາບ​ແວດ​ລ້ອມ ​ແລະ ສິ່ງ​ເບາະ​ບາງ​ຕ່າງໆທີ່​ເປີດ​ຊ່ອງ​ທາງ​ໃຫ້​ແກ້ງ​ອາ​ຊະ​ຍາ​ກຳ​ແຜ່​ຂະຫຍາຍ​ການ​ຜະລິດ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ. ຂະນະ​ດຽວ​ກັນ ຕ້ອງ​ແກ້​ໄຂ​ບັນຫາ​ຟອກ​ເງິນ, ​ເພີ່ມ​ການ​ແບ່ງປັນ​ຂໍ້​ມູນຂ່າວສານ​ເລື່ອງ​ແກ້ງ​ຄ້າ​ຢາ ​ແລະ ມີ​ສູນ​ບຳບັດ​ລະດັບ​ທ້ອງ​ຖິ່ນ​ໃຫ້​ແກ່​ຜູ້​ເສບ​ຕິດ ​ແລະ ຜູ້​ຄ້າ​ລາຍ​ຍ່ອຍ​ແທນ​ການ​ລົງ​ໂທດ​ຈຳ​ຄຸກ.
UNODC ລະບຸ​ວ່າ: ສາມຫລ່ຽມ​ຄຳ​ເປັນ​ດິນ​ແດນທີ່​ຜະລິດ​ຢາ​ເສບ​ຕິດ​ຫລາຍ​ເປັນອັນ​ດັບ​ສອງ​ຂອງ​ໂລກ, ​ແຫ​ລ່ງຜະລິດ​ໃຫຍ່​ຢູ່​ໃນ​ລັດ​ສານ​ຂອງ​ມຽນມາ​ທີ່​ເຕັມ​ໄປ​ດ້ວຍ​ການ​ສູ້​ຮົບ. ​ແຫ​ລ່ງຜະລິດ​ເຫລົ່າ​ນີ້​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ ​ເພື່ອ​ໃຫ້​ແກ້ງ​ອາ​ຊະ​ຍາ​ກຳ​ຂະຫຍາຍ​ຕະຫລາ​ດອອກ​ໄປ​ນອກ​ພາກພື້ນ ​ໂດຍ​ໄປ​​ໄກ​ເຖິງ​ອົດ​ສະຕຣາລີ ​ແລະ ຍີ່ປຸ່ນ, ຄາດ​ວ່າ​ແຕ່ລະ​ປີ​ມີ​ຢາ​ບ້າ​ຈາກ​ສາມຫລ່ຽມ​ຄຳ​ຜ່ານ​ເຈົ້າໜ້າ​ທີ່​ທຸ​ຈະລິດ ​ແລະ ດ່ານ​ຊາຍ​ແດນ​ຕ່າງໆ ຄິດ​ເປັນ​ມູນ​ຄ່າ​ເຖິງ 40.000 ລ້ານ​ໂດ​ລາ​ສະຫະລັດ, ປະລິມານ​ຢາ​ທີ່​ເພີ່ມ​ຂຶ້ນສົ່ງ​ຜົນ​ໃຫ້​ລາຄາ​ຫລຸດ​ລົງ ​ໂດຍ​ມີ​ລາຄາ​ຖືກ​ທີ່​ສຸດ​ເມັດ​ລະ 2 ​ໂດ​ລາ​ສະຫະລັດ ​ໃນ​ລາວ ​ແລະ 7 ​ໂດ​ລາ​ສະຫະລັດ ​ໃນ​ສິງກະ​ໂປ.
Ad