Top Ad

header ads

ພິທີ ເລີ່ມປະຕິບັດລະບົບແຈ້ງພາສີປະຕູດຽວການນຳເຂົ້າພາຫະນະ



ວັນທີ 18 ພຶດສະພາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ກົມພາສີ ກະຊວງການເງິນ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມື ເພື່ອທົດລອງຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ ໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ໂດຍການລົງນາມຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກັບ ທ່ານ ປອ. ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ, ພະນັກງານ – ລັດຖະກອນ, ເຈົ້າໜ້າທີ່ພາສີເຂົ້າຮ່ວມ.


 ການເຊັນບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອກໍານົດສິດ ແລະ ຄວາມຮັບຜິດຊອບກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເຂົ້າໃນການຄຸ້ມຄອງກວດກາ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບການນໍາເຂົ້າສິນຄ້າປະເພດພາຫະນະ ລະຫວ່າງ ກົມພາສີ ກະຊວງການເງິນ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ລະບົບແຈ້ງພາສີປະຕູດຽວ ( Lao National Single Window – LNSW ) ແມ່ນລະບົບການເຊື່ອມໂຍງຂໍ້ມູນແບບລວມສູນ ທີ່ມີຄວາມສະດວກ, ປອດໄພ, ວ່ອງໄວ ແລະ ໂປ່ງໃສໃນຮູບແບບເອເລັກໂຕຣນິກ ລະຫວ່າງຜູ້ປະກອບການ ແລະ ຂະແໜງຂອງພາກລັດທີ່ກ່ຽວຂ້ອງໃນການນຳເຂົ້າ – ສົ່ງອອກສິນຄ້າລະຫວ່າງປະເທດ.


ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການຂໍອອກໃບອະນຸຍາດ ແລະ ໃບຢັ້ງຢືນຕ່າງໆຜ່ານລະບົບອອນລາຍແບບຄົບວົງຈອນກັບພາກລັດ ເຊິ່ງຜູ້ປະກອບການສາມາດຮັບ – ສົ່ງຂໍ້ມູນຜ່ານລະບົບເອເລັກໂຕຣນິກດັ່ງກ່າວກັບພາກລັດ ໂດຍບໍ່ຈຳເປັນຕ້ອງໄປຕິດຕໍ່ພົວພັນໂດຍກົງກັບຫ້ອງການ ຫຼື ສຳນັກງານລັດດ້ວຍຕົນເອງຄືກັບໃນເມື່ອກ່ອນ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງກໍ່ສາມາດກວດກາຄວາມຖືກຕ້ອງຂອງຂໍ້ມູນ ແລະ ສາມາດອະນຸມັດເອກະສານໄດ້ທາງອອນລາຍເຊັ່ນກັນ.
ໄລຍະທຳອິດລະບົບປະກອບມີ 2 ໂມດູນຫຼັກ ຄື: ໂມດູນການອອກໃບອະນຸຍາດ ( E – Permit ) ແລະ ໂມດູນກັບການຂົນສົ່ງສິນຄ້າ ( Manifest ). ປັດຈຸບັນການພັດທະນາລະບົບແຈ້ງພາສີປະຕູດຽວໄດ້ສຳເລັດຕົ້ນແບບຂອງລະບົບ ເຊິ່ງໄລຍະທີ່ຜ່ານມາກໍ່ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບກົມການນຳເຂົ້າ – ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອທົດລອງອອກໃບອະນຸຍາດນຳເຂົ້າພາຫະນະໃຫ້ແກ່ຜູ້ປະກອບການຈຳນວນໜຶ່ງ ເຊິ່ງເຫັນວ່າລະບົບມີ ຄວາມພ້ອມ ແລະ ສາມາດນຳໃຊ້ໄດ້ໂດຍພື້ນຖານ. ຫຼັງຈາກນັ້ນ, ຈຶ່ງໄດ້ຜັນຂະຫຍາຍໄປສູ່ຂະແໜງການອື່ນໆເຊັ່ນ: ກົມເຕັກໂນໂລຊີ, ຂໍ້ມູນ – ຂ່າວສານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກໃບຢັ້ງຢືນເຫັນດີ ແລະ ຮັບຮູ້ການນຳໃຊ້ລາຍເຊັນດິຈິຕອລທີ່ມີການປ້ອງກັນຂອງຕ່າງປະເທດ ທີ່ນຳໃຊ້ໃນລະບົບແຈ້ງພາສີປະຕູດຽວແຫ່ງຊາດ ແລະ ການລົງນາມໃນບົດບັນທຶກຄວາມເຂົ້າໃຈການນຳໃຊ້ລະບົບ LNSW ລະຫວ່າງກົມພາສີ ກະຊວງການເງິນ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນຄັ້ງນີ້, ກົມຂົນສົ່ງຈະເລີ່ມນຳໃຊ້ລະບົບນີ້ເພື່ອອອກໃບອະນຸຍາດທາງດ້ານເຕັກນິກການນຳເຂົ້າຍານພະນະໃຫ້ມີຄວາມສະດວກ, ວ່ອງໄວ ແລະ ກະທັດຮັດກວ່າເກົ່າ ເຊິ່ງຜູ້ປະກອບການສາມາດສົ່ງຄຳຮ້ອງເພື່ອຂໍໃບອະນຸຍາດຈາກກົມຂົນສົ່ງແບບອອນລາຍໄດ້ເຊັ່ນດຽວກັນ.
ການນຳໃຊ້ລະບົບແຈ້ງພາສີປະຕູດຽວ ຖືເປັນໜຶ່ງໃນບາດກ້າວທີ່ສຳຄັນເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ທຸກຂົງເຂດຂອງວຽກງານ ເຊິ່ງຈະເຮັດໃຫ້ລະບົບແຈ້ງພາສີປະຕູດຽວຂອງ ສປປ ລາວ ກ້າວໄປສູ່ຄວາມທັນສະໄໝ ແລະ ສາມາດເຊື່ອມໂຍງເຂົ້າກັບລະບົບແຈ້ງພາສີປະຕູດຽວ ຂອງອາຊຽນໃນອະນາຄົດ


ຂອບໃຈຂໍ້ມູນຈາກ: ນສພ ເສດຖະກິດ-ການຄ້າ

Ad