Top Ad

header ads

ສີຂອງລິ້ນສາມາດ ບົ່ງບອກໄດ້ວ່າ ທ່ານເປັນພະຍາດຫຍັງ..? ຄວນຮູ້ໄວ້ເພື່ອສຸຂະພາບຂອງທ່ານ..!!!


ເຊື່ອວ່າໃຜຫຼາຍຄົນຄົງຈະເຄີຍໄດ້ຍິນວ່າລິ້ນສາມາດບົ່ງບອກເຖິງຄວາມແຂງແຮງຂອງສຸກຂະພາບໄດ້ ກໍ່ຄືສີຂອງມັນອາດເປີດເຜີຍໃຫ້ເຫັນເຖິງບັນຫາທີ່ມີຢູ່ໃນຮ່າງກາຍ ລວມເຖິງພະຍາດມະເຮັງນຳດ້ວຍ
ດັ່ງນັ້ນ ມັນຈຶ່ງມີຄວາມສຳຄັນຢ່າງຍິ່ງທີ່ຈະບໍ່ເບິ່ງຂ້າມອາການເຫຼົ່ານີ້ ແລະ ຫາກລິ້ນຂອງທ່ານມີສີທີ່ປ່ຽນໄປ ຄວນຈະໄປພົບແພດ ແລະ ກວດສອບຫາຕົ້ນຕໍຂອງບັນຫາ

* ລິ້ນໄດ້ລວບລວມກ້າມຊີ້ນຈຳນວນຫລາຍ ເຊິ່ງຊ່ວຍໃຫ້ເຮົາສຳຜັດໄດ້ເຖິງຣົດຊາດຂອງອາຫານ ແລະ ເຄື່ອງດື່ມ ສາມາດເວົ້າຈາ ແລະ ກືນສິ່ງຂອງລົງຄໍໄດ້ ການປ່ຽນແປງຂອງສີລິ້ນອາດຈະເປັນຜົນມາຈາກການຂາດວິຕາມິນ A ແຕ່ກໍຢັງສາມາດບົ່ງບອກເຖິງບັນຫາສຸຂະພາບທີ່ຄ່ອນຂ້າງຮຸນແຮງໄດ້ອີກດ້ວຍ
+ ຕໍ່ໄປນີ້ຄືວິທີການອ່ານສັນຍານະສຸຂະພາບຈາກລິ້ນ:




1. ລິ້ນສີຂາວ
ການທີ່ລິ້ນມີສີຂາວອາດມີສາເຫດມາຈາກຫຼາກຫຼາຍປັດໄຈ ໂດຍສ່ວນໃຫຍ່ແລ້ວ ອາດມີສາເຫດມາຈາກການເຕີບໂຕທີ່ຫລາຍເກີນໄປຂອງເຊື້ອແຄນດິດາ (Candida) ເທິງເຍື່ອບຸໃນຊ່ອງປາກ ເຊິ່ງມັກຈະເກີດຂຶ້ນໃນກໍລະນີທີ່ມີພູມຄຸ້ມກັນຕ່ຳ ຫລື ບຸກຄົນນັ້ນມີການໃຊ້ຢາປະຕິຊີວະນະມາເປັນເວລາດົນ ແລະ ອາດຍັງມີສາເຫດມາຈາກຝ້າຂາວ (leukoplakia) – ສະພາວະທີ່ນຳໄປສູ່ການສ້າງຈຸດສີຂາວໃນຊ່ອງປາກ ມັນຈະເປັນບາດແຜເຊິ່ງອາດກໍ່ໃຫ້ເກີດມະເຮັງໄດ້

2. ລິ້ນສີເຫຼືອງ
ລິ້ນສີເຫຼືອງເກີດຈາກການສະສົມຂອງແບກທີເຣຍ ນອກຈາກນີ້ປຸ່ມຮັບຣົດເທິງລິ້ນອາດເກີດການອັກເສບໄດ້ຫາກຮ່າງກາຍຂາດນ້ຳ ປາກແຫ້ງເກີນໄປ ເນື່ອງຈາກການສູບຢາ ໃນກໍລະນີທີ່ອຸນຫະພູມຂອງຮ່າງກາຍສູງ ຫລື ເກີດຈາກການຫາຍໃຈທາງປາກເປັນຕົ້ນ ແຕ່ສາມາດແກ້ໄດ້ໂດຍການດື່ມນ້ຳໃນປະລິມານຫລາຍ ແລະ ການຮັກສາສຸຂະອະນາໄມຊ່ອງປາກທີ່ເໝາະສົມ

3. ລິ້ນສີດຳ
ການສະສົມຂອງເຊື້ອຣາ ແລະ ແບກທີເຣຍມັກຈະນຳໄປສູ່ການເກີດປຸ່ມຂະໜາດນ້ອຍສີດຳເທິງລິ້ນ ນອກຈາກນີ້ ສຸຂະອະນາໄມຊ່ອງປາກທີ່ບໍ່ດີອາດເຮັດໃຫ້ເກີດການປ່ຽນແປງເທິງຜິວຂອງລິ້ນ ອັນເປັນຜົນເນື່ອງມາຈາກເຄື່ອງດື່ມ ອາຫານ ແລະ ການສູບຢາ

ມັນບໍ່ແມ່ນບັນຫາສຸຂະພາບທີ່ຮ້າຍແຮງ ແຕ່ລັກສະນະຂອງມັນບໍ່ໜ້າເບິ່ງ ນອກຈາກນີ້ ການໃຊ້ຢາປະຕິຊີວະນະບາງປະເພດ ຢາເສບຕິດ ຫລື ນ້ຳຢາບ້ວນປາກ ອາດເຮັດໃຫ້ລິ້ນກາຍເປັນສີດຳໄດ້ ການບໍລິໂພກກາເຟໃນປະລິມານທີ່ຫລາຍເກີນ ຫລື ການທີ່ຮ່າງກາຍຂາດນ້ຳ ອາດເຮັດໃຫ້ລິ້ນເປັນສີດຳໄດ້ເຊັ່ນດຽວກັນ ຫາກອາການນີ້ຍັງຢູ່ເກີນ 10 ມື້ ຄວນໄປພົບແພດ
ນອກຈາກການປ່ຽນສີຂອງລິ້ນແລ້ວ ທ່ານອາດຈະຍັງມີອາການປວດໃນລິ້ນໄດ້ອີກດ້ວຍ ຂໍ້ຕໍ່ໄປນີ້ຄືສາເຫດທີ່ພົບໄດ້ຫຼາຍທີ່ສຸດ:

– ພະຍາດເບົາຫວານ ແລະ ພະຍາດເລືອດຈາງເຮັດໃຫ້ເກີດການອັກເສບຂອງລິ້ນ
– ຄວາມຄຽດອາດນຳໄປສູ່ການເກີດບາດແຜເທິງລິ້ນ
– ການສູບຢາອາດເຮັດໃຫ້ລິ້ນເກີດການລະຄາຍເຄືອງ ແລະ ຄວາມເຈັບປວດ

– ຜູ້ຍິງບາງຄົນຮູ້ສຶກສຽວແສບເທິງລິ້ນຫຼັງຈາກໄວໝົດປະຈຳເດືອນ
– ຮອຍແຕກ ຫລື ຮອຍຕັດນ້ອຍໆ ເທິງລິ້ນອາດຈະເປັນຜົນມາຈາກການຕິດເຊື້ອຣາ
– ມະເຮັງໃນຊ່ອງປາກພົບຫລາຍໃນຜູ້ສູບຢາ ແລະ ນັກດື່ມ ດັ່ງນັ້ນທ່ານຈຶ່ງຄວນປຶກສາແພດ ຖ້າປວດເປັນເວລາດົນກວ່າ 2 ອາທິດ
Ad