Top Ad

header ads

ປອມເປັນເຈົ້າໜ້າທີ່ສາຍກວດ(ສະແກມແດງ) ຂູ່ເອົາເງິນປະຊາຊົນ (ມີຄລິບຂ່າວ)



ເມື່ອບໍ່ດົນມານີ້, ໄດ້ມີປະຊາຊົນສ່ອງແສງເຂົ້າມາວ່າ ມີເຈົ້າໜ້າທີ່ສາຍກວດລົດສະເກມແດງ ເຄື່ອນໄຫວກວດກາ ແລະ ໄລ່ລ່າປັບໃໝເອົາເງິນ ແລະ ຢຶດເອົາເຄື່ອງຂອງຕ່າງໆຂອງປະຊາຊົນທີ່ຂີ່ລົດຢູ່ຕາມເສັ້ນທາງສໍາຄັນ ໃນຊ່ວງເວລາຄໍ່າຄືນຢູ່ນະຄອນຫຼວງວຽງຈັນ; ນອກຈາກນີ້, ເຈົ້າໜ້າທີ່ຍັງໄລ່ປະຊາຊົນຢູ່ຕາມເສັ້ນທາງ ຈົນເກີດອຸບັດຕິເຫດ ແລະ ເຮັດໃຫ້ຜູ້ຊ້ອນທ້າຍເສຍຊີວິດ ເຊິ່ງເປັນການກະທໍາທີ່ເກີນຂອບເຂດ, ສິດໜ້າທີ່ຂອງເຈົ້າໜ້າທີ່.


ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ໄດ້ອອກມາຊີ້ແຈງຕໍ່ສື່ມວນຊົນ ປກສ ໃນວັນທີ 17 ພຶດສະພາ 2018 ວ່າ: ພາຍຫຼັງເຈົ້າໜ້າທີ່ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ຮັບແຈ້ງຈາກປະຊາຊົນ ເວລາ 4:00 ໂມງເຊົ້າ ຂອງໃນວັນທີ 19 ພະຈິກ 2017; ວ່າມີກໍາລັງສາຍກວດລົດສະເກມແດງ ອອກໄລ່ລ່າປະຊາຊົນປັບໃໝເອົາເງິນ ແລະ ໄລ່ລ່າຈົນໃຫ້ລົດເສຍຫຼັກຕໍາຄູກາງທາງລົ້ມລົງເຮັດໃຫ້ຜູ້ຂັບຂີ່ບາດເຈັບສາຫັດ ແລະ ຜູ້ຊ້ອນທ້າຍເສຍຊີວິດຄາທີ່; ດັ່ງນັ້ນ, ກອງບັນຊາການ ປທ ຈຶ່ງແຕ່ງຕັ້ງຄະນະກໍາມະການກວດກາຂຶ້ນເພື່ອກວດກາຫາສາເຫດທີ່ເກີດຂຶ້ນ



ຜ່ານການກວດກາຢູ່ພາຍໃນເຈົ້າໜ້າທີ່ສາຍກວດ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ແລະ ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ (ນວ) ແມ່ນບໍ່ໄດ້ອອກກວດກາລາດຕະເວນໃນມື້ເກີດເຫດ; ດັ່ງນັ້ນ, ເຈົ້າໜ້າທີ່ກອງບັນຊາການຈຶ່ງສົບທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາຈຸດເກີດເຫດ ແລະ ຕິດຕາມກ້ອງວົງຈອນປິດຢູ່ນະຄອນຫຼວງວຽງຈັນ ຈຶ່ງພົບວ່າ ມີລົດສະເກມແດງ 1 ຄັນ, ພ້ອມຄົນ 2 ຄົນທີ່ຢູ່ໃນຊຸດເຄື່ອງແບບໄລ່ລົດຈັກ 1 ຄັນ ທີ່ຂັບຂີ່ມາແຕ່ 3 ແຍກສີໄຄ ຫາ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ເຮັດໃຫ້ຜູ້ຂັບລົດຈັກເສຍຫຼັກຕໍາຄູກາງທາງລົ້ມລົງ ແລະ ເສຍຊີວິດ 1 ຄົນ; ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ຈຶ່ງມອບໝາຍໃຫ້ກໍາລັງວິຊາສະເພາະຕິດຕາມຫາກຸ່ມຄົນດັ່ງກ່າວ ຈົນມາຮອດວັນທີ 3 ມັງກອນ 2018 ເຈົ້າໜ້າທີ່ສາມາດສືບຮູ້ ແລະ ເຂົ້າກັກຕົວໄດ້ກຸ່ມແກ້ງດັ່ງກ່າວ ຈໍານວນ 3 ຄົນ ຄື: ທ້າວ ບຸນຍາລິດ ຫຼື ຈອບ ອາຍຸ 20 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ເປັນຜູ້ຂັບ, ທ້າວ ສຸລິຍາກອນ ຫຼື ເອັກ ອາຍຸ 23 ປີ ນັກສຶກສາຢູ່ບ້ານໂພນສະອາດ ເມືອງໄຊເສດຖາ ເປັນຜູ້ຊ້ອນທ້າຍ ແລະ ທ້າວ ສັນຕິສຸກ ຫຼື ອາລີ ອາຍຸ 22 ປີ ນັກສຶກສາຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ແລະ ຢຶດລົດຈັກສະເກມ ຈໍານວນ 1 ຄັນ ໝາຍເລກທະບຽນ ດຄ 9895 ກໍາແພງນະຄອນ ແລະ ຊຸດຕໍາຫຼວດປອມຂອງກໍາລັງປ້ອງກັນເຄື່ອນທີ່ ຈໍານວນ 2 ແບບຄື: ຊຸດລາຍ ແລະ ຊຸດດໍາ ຈໍານວນຫຼາຍຊຸດມາທໍາການສອບສວນ.


 ຜ່ານການສອບສວນຂະຫຍາຍຜົນ ພວກກ່ຽວທັງ 3 ຮັບສາລະພາບວ່າ: ໄດ້ຮ່ວມກັນປອມເປັນເຈົ້າໜ້າທີ່ຕໍາຫຼວດເຄື່ອນທີ່ແທ້ ເພື່ອເຄື່ອນໄຫວກວດກາ ແລະ ໄລ່ປະຊາຊົນໃນໄລຍະເວລາ 11:00-12:00 ໂມງກາງຄືນຂຶ້ນໄປ ແລ້ວປັບໃໝເອົາເງິນ, ບາງຄັ້ງເມື່ອປະຊາຊົນບໍ່ມີເງິນໃຫ້ປັບໃໝ ກໍຢຶດເອົາໂທລະສັບມືຖື, ໄອແພັດ, ຄອມພິວເຕີໂນດບຸກຂອງປະຊາຊົນນໍາໄປຂາຍຕໍ່ ແລ້ວນໍາເງິນມາໃຊ້ຈ່າຍ ແລະ ຫຼິ້ນກິນຈົນໝົດ; ທ້າວ ບຸນຍາລິດ ສາລະພາບຕື່ມອີກວ່າ: ມື້ເກີດເຫດຕົນເອງຮ່ວມກັບ ທ້າວ ສຸລິຍາກອນ ໃສ່ຊຸດຕໍາຫຼວດອອກເຄື່ອນໄຫວໄລ່ລົດຈັກໄວລຸ້ນທີ່ຂີ່ມາຕາມທາງ ຢູ່ບໍລິເວນ 3 ແຍກສີໄຄ ພົບເຫັນລົດຈັກເປົ້າໝາຍ 1 ຄັນ ຂັບຂີ່ມາ 2 ຄົນ ດ້ວຍຄວາມໄວ ຈຶ່ງລັດລົດຄັນດັ່ງກ່າວ ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ຈຶ່ງໃຊ້ລົດສະເກມໄລ່ ພໍຮອດຈຸດເກີດເຫດ ຈຶ່ງຕັດສິນໃຈຂີ່ແນບຂ້າງ ແລ້ວຕັດໜ້າລົດຈັກຄັນດັ່ງກ່າວເຂົ້າຄູກາງທາງ ເຮັດໃຫ້ລົດຈັກທີ່ຖືກໄລ່ຕາມລົ້ມລົງ, ສ່ວນຕົນເອງກັບ ທ້າວ ສຸລິຍາກອນ ຕົກໃຈ ຈຶ່ງເອົາຕົວຫຼົບໜີ; ຈາກນັ້ນມາ, ທັງ 3 ຄົນ ກໍຜັດປ່ຽນກັນອອກເຄື່ອນໄຫວໄລ່ລ່າປັບໃໝເອົາເງິນປະຊາຊົນຈໍານວນຫຼາຍຄັ້ງ, ຈົນມາຮອດວັນທີ 3 ມັງກອນ 2018 ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ; ປັດຈຸບັນ, ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ມອບຕົວຜູ້ຖືກຫາທັງ 3 ຄົນ ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ດໍາເນີນຄະດີຕາມລະບຽບກົດໝາຍ.



ທ່ານຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກ່າວຕື່ມອີກວ່າ: ຈາກບັນຫາທີ່ເກີດຂຶ້ນນັ້ນ ແມ່ນສົ່ງຜົນກະທົບຫຼາຍດ້ານໃຫ້ແກ່ອິດທິພົນ, ບົດບາດຂອງເຈົ້າໜ້າທີ່ເວົ້າລວມ, ເວົ້າສະເພາະແມ່ນບົດບາດຂອງກໍາລັງປ້ອງກັນເຄື່ອນທີ່ ເຮັດໃຫ້ປະຊາຊົນ ແລະ ສື່ສັງຄົມອອນໄລຈົ່ມວ່າ ແລະ ໂຈມຕີເຈົ້າໜ້າທີ່ໄປໃນທາງທີ່ຜິດ, ປະຕິບັດໜ້າທີ່ເກີນຂອບເຂດ, ບໍ່ຖືກຕາມລະບຽບການຕ່າງໆ; ດັ່ງນັ້ນ, ຈຶ່ງຢາກໃຫ້ບັນດາພໍ່-ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ຄົນຕ່າງດ້າວ-ຊາວຕ່າງປະເທດໃຫ້ມີຄວາມເຂົ້າໃຈຕໍ່ການປະຕິບັດໜ້າທີ່ຂອງກໍາລັງສາຍກວດ ເພາະກໍາລັງສາຍກວດຂອງກອງບັນຊາການປ້ອງກັນເຄື່ອນທີ່ ຈະບໍ່ອະນຸຍາດໃຫ້ລົດສະເກມອອກກວດ ຈໍານວນ 1 ຄັນ, ໂດຍອອກກວດໃນແຕ່ລະຄັ້ງຈະໃຊ້ລົດສະເກມຢ່າງໜ້ອຍ 2-3 ຄັນຂຶ້ນໄປ ແລະ ມີກໍາລັງພົນຢ່າງໜ້ອຍ 4 ຄົນຂຶ້ນໄປ ແລະ ມີອາວຸດຄົບມື; ນອກນີ້, ຢາກໃຫ້ບັນດາທ່ານມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ສວຍໂອກາດປອມເປັນເຈົ້າໜ້າທີ່ເຄື່ອນໄຫວ ປັບໃໝເອົາເງິນປະຊາຊົນ ໂດຍບັນດາທ່ານສາມາດສັງເກດເບິ່ງໄດ້ງ່າຍໆວ່າ ລົດຂອງເຈົ້າໜ້າທີ່ຈະແຕກຕ່າງກັນກັບລົດຂອງກຸ່ມຄົນບໍ່ດີຫຼາຍຈຸດເຊັ່ນ: ລົດຂອງເຈົ້າໜ້າທີ່ຈະມີປ້າຍ ປກສ ຕິດຢູ່ທາງຫຼັງ, ທາງໜ້າກາກລົດຈະເປັນສີແດງ ມີໂລໂກ້ ປກສ ຕິດຢູ່ໜ້າກາກລົດ; ສ່ວນລົດຂອງກຸ່ມຄົນບໍ່ດີໃຊ້ເຄື່ອນໄຫວແມ່ນຈະບໍ່ຕິດປ້າຍທະບຽນ, ໜ້າກາກລົດຈະເປັນສີຂາວ ແລະ ບໍ່ມີໂລໂກ້ ປກສ ຕິດໃສ່; ດັ່ງນັ້ນ, ເມື່ອທ່ານພົບເຫັນພຶດຕິກໍາທີ່ໜ້າສົງໄສຢາກໃຫ້ບັນດາທ່ານແຈ້ງເຂົ້າມາກອງບັນຊາການຢ່າງຮີບດ່ວນ ເພື່ອເຈົ້າໜ້າທີ່ຈະໄດ້ກວດກາຄືນຫາຜູ້ແອບອ້າງປອມຕົວເປັນເຈົ້າໜ້າທີ່ມາດໍາເນີນຄະດີຕາມລະບຽບກົດໝາຍ.
ໃນໄລຍະຜ່ານມາ, ການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນເຄື່ອນທີ່ ແມ່ນບໍ່ອະນຸຍາດໃຫ້ບຸກຄົນໃດ້ປັບໃໝເອົາເງິນປະຊາຊົນໂດຍພາລະການຢ່າງເດັດຂາດ, ຖ້າວ່າມີການກະທໍາຜິດເຊັ່ນ: ລົດດັດແປງສະພາບເຕັກນິກ ເຮັດໃຫ້ສຽງດັງເກີນກໍານົດ, ຕິດເຄື່ອງສຽງດັງ ແລະ ເປີດເຄື່ອງສຽງດັງເກີນຂອບເຂດໃນເວລາຄໍ່າຄືນ, ໂຫຼດຕໍ່າ-ສູງ, ໃສ່ຢາງນ້ອຍ, ຊຸກເຊື່ອງອາວຸດເສິກ, ຊຸກເຊື່ອງຢາເສບຕິດ, ມົ້ວສຸມຢາເສບຕິດຢູ່ຕາມສາຍທາງໃນເວລາຄ່ໍາຄືນ, ຂີ່ລົດເປັນກຸ່ມແກ້ງກວນເມືອງ, ມີການຍົກລໍ້, ແຂ່ງກັນ ແລະອື່ນໆ ເຈົ້າໜ້າທີ່ຈະຢຶດລົດ ພ້ອມກັກຕົວບຸກຄົນຈໍານວນເຫຼົ່ານັ້ນເຂົ້າມາສຶກສາອົບຮົມ, ປັບໃໝຢູ່ກອງບັນຊາການ ແລ້ວສົ່ງຄືນໃຫ້ເຈົ້າຂອງເດີມ ເພື່ອທໍາການດັດແປງໃຫ້ກັບຄືນສະພາບເດີມ, ຕໍ່ກັບຜູ້ທີ່ມີອາວຸດເສິກ, ຢາເສບຕິດແມ່ນຈະດໍາເນີນຄະດີຕາມຂັ້ນຕອນ.
ເຖິງຢ່າງໃດກໍຕາມ, ບັນຫາດັ່ງກ່າວນີ້ແມ່ນບັນຫາທີ່ສົ່ງຜົນກະທົບຕໍ່ເຈົ້າໜ້າທີ່ໂດຍກົງ, ສ້າງພາບພົດທີ່ບໍ່ດີ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ; ສະນັ້ນ, ຈຶ່ງຢາກໃຫ້ປະຊາຊົນທຸກຊັ້ນຄົນ ຮ່ວມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ເພື່ອບໍ່ໃຫ້ເຫດການດັ່ງກ່າວເກີດຂຶ້ນຊໍ້າຮອຍ; ນອກຈາກເຫດການດັ່ງກ່າວນີ້ແລ້ວ, ອາດຍັງມີຫຼາຍເຫດການ ເປັນຕົ້ນແມ່ນ: ປອມ ຫຼື ແອບອ້າງເປັນເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ປກສ ກຸ່ມ, ປກສ ບ້ານ ສວຍໂອກາດເຄື່ອນໄຫວປັບໃໝເອົາເງິນປະຊາຊົນ ບັນດາທ່ານຄວນມີສະຕິລະວັງຕົວຢູ່ສະເໝີກັບກຸ່ມຄົນດັ່ງກ່າວ ບໍ່ໃຫ້ກຸ່ມຄົນເຫຼົ່ານັ້ນຫຼອກລວງໄດ້ຢ່າງງ່າຍດາຍ ເມື່ອທ່ານເຫັນເຫດການບໍ່ດີຄືທີ່ກ່າວມານັ້ນ ໃຫ້ບັນດາທ່ານແຈ້ງຕໍ່ອົງການຈັດຕັ້ງ ຫຼື ເຈົ້າໜ້າທີ່-ທີ່ໃກ້ທີ່ສຸດ ເພື່ອກວດກາຫາກຸ່ມຄົນແອບອ້າງເຫຼົ່ານັ້ນມາລົງໂທດຕາມກົດໝາຍ.
 ຄລິບຂ່າວ


ພາບ-ຂ່າວ: ນສພ ຄວາມສະຫງົບ
Ad