Top Ad

header ads

ໂພສປະຈານ! ສາວສັ່ງເຄື່ອງນຳແມ່ຄ້າຮັບຫິ້ວເຄື່ອງມາແຕ່ໄທ ແຕ່ຖືກຕວົະ ບໍ່ໄດ້ເຄື່ອງ ບໍ່ໂອນເງິນໃຫ້ຄືນ!



ໃນວັນທີ 16/5/2018 ຜູ້ໃຊ້ເຟສບຸກຊື່ @Panin Simongkhoun ໄດ້ໂພສປະຈານແມ່ຄ້າທີ່ຕົນໄດ້ສັ່ງເຄື່ອງ ໂດຍແມ່ຄ້າຄົນດັ່ງກ່າວແມ່ນໃຫ້ບໍລິການຮັບຫິ້ວເຄື່ອງມາແຕ່ປະເທດໄທ ແຕ່ກໍຖືກຕວົະ ບໍ່ໄດ້ສິນຄ້າ ແຖມບໍ່ໂອນເງິນໃຫ້ຄືນອີກ ໂດຍໂພສດັ່ງກ່າວມີເນື້ອໃນວ່າ




“ປະກາດເຕືອນໄພສັງຄົມ ເລື່ອງແມ່ຄ້າຮັບຫິ້ວເຄື່ອງຈາກໄທ
ສະບາຍດີ ຕອນຊ່ວງເດືອນ11ຂ້ອຍໄດ້ສັ່ງເຄື່ອງອອນໄລກັບແມ່ຄ້າຄົນນຶ່ງທີ່ລາວ”ຮັບຫິ້ວເຄື່ອງແຕ່ໄທ” ຂ້ອຍໄດ້ສັ່ງລິບສະຕິກຍີ່ຫໍ້ນຶ່ງ ລວມລາຄາ 5300 ບາດ
12 ອັນຄ່າຫິ້ວອັນລະ 60ບາດ ລະລາວໃຫ້ຈ່າຍເງິນກ່ອນເພາະມັນເປັນຈຳນວນເງິນຫລາຍ, ລະຂ້ອຍກະໄດ້ຈ່າຍໃຫ້ລາວ.. (.ທີ່ຈ່າຍໃຫ້ກ່ອນເພາະເຂົ້າໄປເບິ່ງເຟດບຸກລາວແລ້ວມີຄວາມຫນ້າເຊື່ອຖືດີ ຮຽນຢູ່ໂຮງຮຽນກະດີ ເລີຍໄວ້ໃຈ)
ລະຫລັງຈາກນັ້ນລາວວ່າເຄື່ອງບໍ່ມີລະລາວກະບໍ່ເອົາເງິນມາສົ່ງຂ້ອຍ ລະຂ້ອຍແຊັດໄປຖາມອີກລະວ່າມີເຄື່ອງ ແຕ່ທີ່ຈິງກະບໍ່ມີຕົວະໄປຕົວະມາຈົນຮອດເດືອນ2 ຂ້ອຍວ່າປ່ຽນໄປເອົາກະເປົາ LYN ແທນໄດ້ບໍ່ເພາະລາວບໍ່ມີເງິນມາສົ່ງລະລາວກະວ່າໄດ້ລະລາວກະຕົວະໄປຕົວະມາອີກ ລະລາວວ່າສິຊອກເງິນມາໃຊແຕ່ກະບໍ່ເອົາມາໃຊ້ຈກເທື່ອຈົນຮອດປະຈຸບັນນີ້ຂ້ອຍໄດ້ເງິນຈາກລາວແມ່ນ 200 000 ກີບ ແຕ່ທ້າຍເດືອນ4ລະກະບໍ່ໄດ້ອີກເລີຍ.,,
ຈຸດປະສົງທີ່ໂພດສນີ້ແມ່ນຍ້ອນຢາກໃຫ້ທຸກຄົນລະວັງໂຕແລະກວດສອບກ່ອນສັ່ງເຄື່ອກັບພວກຮັບຫິ້ວຢ່າໃຫ້ເງິນກ່ອນຖ້າໃຫ້ກະໃຫ້50% ພໍ ., ຄືແບບໃຫ້ໂອກາດ ໃຫ້ເອົາມາໃຊ້ອາທິດລະແສນເພີ່ນກະວ່າຕົກລົງແຕ່ກະບໍ່ເຫັນເຮັດໄດ້ ແທນທີ່ສິແຊັດມາບອກກັນແຕ່ກະມິດເລີຍຕະຫລອດ
ທີ່ໂພດສນິບໍ່ໄດ້ເຫມົາລວມຄົນຮັບຫິ້ວເຄື່ອງຫມົດທຸກຄົນຫມາຍເຖິງໃຫ້ລະວັງສະເພາະຄົນໃນຮູບນີ້ເທົ່ານັ້ນ .,



ປລ ແມ່ຄ້າທີ່ເຊື່ອໃຈໄດ້ມີຫລາຍ ນີ້ອາດເປັນ1ໃນຮ້ອຍຄົນທີ່ມັກຕົວະຕົ້ມຕຸນກະໄດ້

Ad