Top Ad

header ads

ນະຄອນແມ່ນຫຍັງ? ມີສິດໜ້າທີ່ແຕກຕ່າງຈາກ ເມືອງ ຄືແນວໃດ?

ກະແສການສ້າງຕັ້ງໃນລາວກຳລັງໄດ້ຮັບຄວາມສົນໃຈຈາກມວນຊົນທົ່ວປະເທດ ເຊິ່ງຕາມການປະກາດຂອງລັດຖະບານເມື່ອບໍ່ດົນມານີ້ ໄດ້ອອກດຳລັດສ້າງຕັ້ງນະຄອນ 3 ແຫ່ງໃນທົ່ວປະເທດຄື: ນະຄອນຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ. ແລ້ວຄຳວ່າ ນະຄອນ ນີ້ ມັນໝາຍຄວາມວ່າແນວໃດ? ມີພາລະບົດບາດ, ສິດ ແລະ ໜ້າທີ່ຕ່າງຈາກເມືອງຄືແນວໃດ. ເຮົາຈະພາທຸກຄົນໄປຮູ້ຈັກນຳກັນ.
ນະຄອນ ໝາຍເຖິງ ເມືອງ ຫຼື ເທດສະບານທີ່ມີການພັດທະນາໃນລະດັບສູງ ກວມເອົາພື້ນທີ່ຕົວເມືອງ ແລະ ຊົນນະບົດ ປະກອບດ້ວຍຫຼາຍບ້ານ. ເງື່ອນໄຂທີ່ເມືອງ ຫຼື ເທດສະບານໃດໜຶ່ງຈະໄດ້ຮັບການປະກາດສ້າງຕັ້ງເປັນນະຄອນນັ້ນມີຄື: ຕ້ອງມີພົນລະເມືອງ 60,000 ຄົນຂຶ້ນໄປ ແລະ ໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານຕ້ອງມີປະຊາກອນອາໄສຢູ່ 25,000 ຄົນຂຶ້ນ, ມີຄວາມໜາແໜ້ນຂອງປະຊາກອນ 900 ຄົນຕໍ່ກິໂລຕາແມັດຂຶ້ນໄປ, ມີຜູ້ປະກອບອາຊີບເປັນຊາວກະສິກອນບໍ່ເກີນ 25%, ມີພື້ນຖານໂຄງລ່າງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມທີ່ພັດທະນາໃນລະດັບສູງ, ບ້ານທັງໝົດເປັນບ້ານພັດທະນາ ແລະ ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.
ທັງນີ້ ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2015 ຍັງລະບຸຕື່ມວ່າ ນະຄອນເປັນການປົກຄອງຂັ້ນທ້ອງຖິ່ນຂັ້ນດຽວກັບເມືອງ ຂຶ້ນກັບແຂວງ ແຕ່ມີສິດ-ໜ້າທີ່ທີ່ແຕກຕ່າງຈາກເມືອງຢູ່ບາງປະການ.
ເຖິງວ່ານະຄອນຈະມີສິດ-ໜ້າທີ່ທີ່ຄືກັບເມືອງເກືອບໝົດ ແຕ່ກໍມີບາງຢ່າງທີ່ນະຄອນມີ ແຕ່ເມືອງບໍ່ມີເຊັ່ນ: ການສ້າງຕັ້ງ ແລະ ຄຸ້ມຄອງບໍລິຫານລະບົບຂົນສົ່ງສາທາລະນະ (ການຂົນສົ່ງມວນຊົນ, ວິສະວະກຳການຈະລາຈອນໃນທ້ອງຖະໜົນ, ການຄຸ້ມຄອງຈັດສັນຄິວລົດ, ບ່ອນຈອດລົດໃນສະຖານທີ່ສາທາລະນະ​ ຯລຯ), ສ້າງຜັງເມືອງ, ຄຸ້ມຄອງການກໍ່ສ້າງ ແລະ ການພັດທະນາພື້ນທີ່ໃນຕົວເມືອງ, ຮັບປະກັນຄວາມປອດໄພໃນຊີວິດ ແລະ ຊັບສິນຂອງປະຊາຊົນ, ອະນຸຮັກ ແລະ ຄຸ້ມຄອງອາຄານ-ສະຖານທີ່ທີ່ມີເອກະລັກທາງສິລະປະ-ວັດທະນະທຳ ແລະ ສະຖາປັດຕະຍະກຳທີ່ມີຄຸນຄ່າ ເປັນຕົ້ນ.
ໃນປັດຈຸບັນ ມີນະຄອນທີ່ປະກາດສ້າງຕັ້ງແລ້ວທັງໝົດ 3 ແຫ່ງຄື: ນະຄອນຫຼວງພະບາງ ເຊິ່ງມີພິທີປະກາດຢ່າງເປັນທາງການໄປແລ້ວໃນເດືອນເມສາທີ່ຜ່ານມາ, ນະຄອນໄກສອນພົມວິຫານ ເຊິ່ງຈະມີພິທີປະກາດໃນມື້ອື່ນນີ້ (25 ພຶດສະພາ 2018) ແລະ ນະຄອນປາກເຊ ເຊິ່ງຈະມີພິທີປະກາດໃນວັນທີ 31 ພຶດສະພາ 2018.
ແຫຼ່ງທີ່ມາ muan.la
Ad