Top Ad

header ads

ສາວ​​ລາວໄປຮ່ວມລາຍການ Take Me Out Thailand ໃສ່ຊຸດລາວ​ ພ້ອມ​ບ່ຽງ​ແພ ງົດງາມຫຼາຍ(ມີຄລິບຕົວຢ່າງ)


ຫຼັງ​ຈາກ​​ເປັນ​ທີ່​ຮື​ຮາ​ກັນ​ໃນ​ໂລກ​ໂຊ​ຊຽວ ທີ່ 2 ຄົນ​ທີ່​ໄປ​ຮ່ວມ​ໃນ​ລາຍການ Take Me Out Thailand ​ໃນ​ຊ່ວງ​ໄລຍະ​ຜ່ານ​ມາ ​ແລະ ທັງ​ສອງ​ສາວທີ່​ໄປ​ຮ່ວມ​ຕ່າງກໍ່​ໄດ້​ຄູ່​ເດດ​ກັນ​ໄປ​ເ​ປັນ​ທີ່​ຮຽບຮ້ອຍ​ແລ້ວ ​ເຊິ່ງບາງ​ຄູ່​ກໍ່​ສົມ​ຫວັງ​ດັ່ງ​ໃຈ​ໝາຍ ​ແລະ ບາງ​ຄູ່​ກໍ່​ບໍ່​ສົມ​ຫວັງ.


ອາດ​ຈະ​ເປັນ​ຍ້ອນ​​ມີເຫດຜົນ​ຂອງ​​ໃຜລາວ ​ແລະ ຕໍ່​ຈາກ​ນັ້ນ​ກໍ່​ມີ​ສາວ​ໂສດ​ສາວ​ລາວ​ອີກ​ຄົນ ຖື​ວ່າ​ເປັນຜູ້​ທີ 3 ຂອງ​ສາວ​ລາວ ​ໄປ​ຮ່ວມ​ໃນ​ລາຍການ​ Take Me Out Thailand ​​ທີ່ຈະ​ອອກ​ອາກາດໃນ​ວັນ​ເສົາ​ນີ້ ທີ 2 ມິຖຸນາ 2018.


ສາວ​ລາວ​ຄົນ​ດັ່ງກ່າວ​ໄດ້​ສວມ​ໃສ່​ຊຸດ​ລາວ ນຸ່ງ​ສິ້ນ​ບ່ຽງ​ແພ ​​ເພື່ອ​ເປັນ​ການ​ເຜີຍ​ແຜ່​ວັດ​ທະນະ​ທຳ​ຂອງ​ລາວ​ເຮົາ​ໃຫ້​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​​ໃນ​ທົ່ວ​ໂລກ. ສະ​ນັ້ນ, ​ເຮົາ​ມາ​ລຸ້ນນຳ​ກັນ​ວ່າ​ສາວ​ລາວ​ຄົນ​ນີ້ຈະ​ແມ່ນ​ໃຜ, ​ເປັນ​ສາວ​ພາກ​ໃດ ​ແລະ ມີ​ອາຊີບ​ຫຍັງ ແລ້ວທີມງານເຮົາມາ​ອັບ​ເດດ​ໃຫ້​ຮູ້​ກັນ​ອີກ​ຄັ້ງ. ​
ເບິ່ງວິດີໂອຕົວຢ່າງລາຍການ
Ad