Top Ad

header ads

ຈັບໄດ້ແລ້ວ ຄົນຮ້າຍທີ່ໃຊ້ປືນຍິງເດັກນ້ອຍນັກຮຽນ ອາຍຸ 13 ປີ ຢູ່ບ້ານ ພູແຊວ ເມືອງພູກູດ ແຂວງຊຽງຂວາງ



 ຈັບໄດ້ແລ້ວ ຄົນຮ້າຍທີ່ໃຊ້ປືນຍິງເດັກນ້ອຍນັກຮຽນ ອາຍຸ 13 ປີ ຢູ່ບ້ານ ພູແຊວ ເມືອງພູກູດ ແຂວງຊຽງຂວາງ ຄົນຮ້າຍ ຄື ທ້າວ ຊຽງແປ້ງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານດຽວກັນ ສາເຫດທີ່ຍີງ ແມ່ນມີຄວາມຄຽດແຄ້ນໃຫ້ຄົນທີ່ໃຊ້ມີດແທງຕີນລົດຈັກຈຳນວນ 9 ຄັນ ທີ່ພວກກ່ຽວໄປຊອກດອກເຜີ້ງຢູ່ເທີງພູ 



ຜູ້ກ່ຽວຈື່ງໄດ້ໃຊ້ປືນແກບປະກອບສ້າງຍີງເດັກນັກຮຽນເພື່ອແກ້ຄວາມແຄ້ນ ເຫດດັ່ງກ່າວແມ່ນເກີດຂື້ນໃນວັນທີ 10 . 5 . 2018
ໃນຂະນະທີ່ເດັກນັກຮຽນຍ່າງໄປໂຮງຮຽນ ເຮັດໃຫ້ເດັກນັກຮຽນຍິງ 1 ຄົນ ໄດ້ຮັບບາດເຈັບສາຫັດ ປະຈຸບັນອາການແມ່ນປອດໄພແລ້ວ ( ລາຍລະອຽດຕິດຕາມຂ່າວໂທລະພາບ ປກສ )
Ad