Top Ad

header ads

ມຊ ຈະເປີດສອນຫຼັກສູດນາໆຊາດປະລິນຍາຕີ ເສດຖະສາດ ສາຂາເສດຖະສາດພັດທະນາ ແລະ ການວາງແຜນ ໃນສົກ 2018-2019

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະເປີດສອນຫຼັກສູດນາໆຊາດ ປະລິຍາຕີ ເສດຖະສາດ ສາຂາ ເສດຖະສາດພັດທະນາ ແລະ ການວາງແຜນ ໃນສົກຮຽນ 2018-2019, ເພື່ອຜູ້ທີ່ມີຄວາມສົນໃຈໃນການສ້າງຂີດຄວາມສາມາດ ແລະ ການວາງແຜນພັດທະນາເສດຖະກິດ, ການວິເຄາະໂຄງການ ທີ່ຈະຊ່ວຍສ້າງຊັບພະຍາກອນມະນຸດທີ່ມີຄວາມຊໍານິຊໍານານ, ສ້າງພະນັກງານທີ່ມີຄວາມຮູ້, ຄວາມສາມາດ ໃຫ້ແກ່ພາກລັດ ແລະ ເອກະຊົນ.
ຫຼັກສູດດັ່ງກ່າວ, ເປັນຫຼັກສູດປະລິນຍາຕີ ລະບົບ 4 ປີ ທີ່ດໍາເນີນການຮຽນ-ການສອນ ເປັນພາສາອັງກິດ, ຊຶ່ງປະກອບມີ 133 ໜ່ວຍກິດ, ໂດຍມີເປົ້າໝາຍສ້າງໃຫ້ນັກຮຽນມີຄວາມຮູ້ກ່ຽວກັບເສດຖະກິດ-ສັງຄົມ ການພັດທະນາ ແລະ ການວາງແຜນ, ຊຶ່ງນັກຮຽນທີ່ເຂົ້າຮຽນໃນຫຼັກສູດນີ້, ຈະໄດ້ຮັບການສຶກສາໃນຫຼາຍວິຊາທີ່ກ່ຽວຂ້ອງໃນຂົງເຂດວຽກງານເສດຖະສາດການພັດທະນາ ແລະ ການວາງແຜນ ແລະ ສອນໂດຍອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ທີ່ຈົບຈາກຕ່າງປະເທດໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ແລະ ມີຄວາມສາມາດທາງດ້ານວິຊາສະເພາະ. ເນື່ອງຈາກວ່າມະຫາວິທະຍາໄລແຫ່ງຊາດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ MOU ກັບມະຫາວິທະຍາໄລຕ່າງປະເທດຫຼາຍແຫ່ງ ໂດຍສະເພາະປະເທດຍີ່ປຸ່ນ, ອົດສະຕຣາລີ, ໄທ ແລະ ຫຼາຍໆປະເທດ, ຊຶ່ງອາຈານ ແລະ ນັກຮຽນ ສາມາດແລກປ່ຽນ ແລະ ສາມາດໂອນໜ່ວຍກິດກັນໄດ້ ກັບບັນດາມະຫາວິທະຍາໄລ ຫຼື ສະຖາບັນ ທີ່ມີສັນຍາຮ່ວມກັນ.
ສໍາລັບເງື່ອນໄຂຂອງຜູ້ທີ່ຈະສະໝັກຕ້ອງສໍາເລັດການສຶກສາຊັ້ນມັດທະຍົມປາຍ ທີ່ມີຄວາມຮູ້ທາງດ້ານຄະນິດສາດ, ພາສາອັງກິດ ແລະ ກ່ຽວກັບຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ຊຶ່ງເປີດຮັບຄໍາຮ້ອງແຕ່ວັນທີ 3 ກໍລະກົດ ຫາ 3 ສິງຫາ 2018, ສ່ວນມື້ສອບເສັງຄັດເລືອກເຂົ້າຮຽນ ແມ່ນວັນທີ 8 ສິງຫາ 2018 ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.
Ad