Top Ad

header ads

ລາວຕິດອັນດັບທີ 46 ຂອງດັດຊະນີສັນຕິພາບໂລກປີ 2018



ເມື່ອວັນທີ 9 ມິຖຸນາ 2018 ເວັບໄຊຊຽງໄຮ້ອິສຕາມລາຍງານດັດຊະນີສັນຕິພາບໂລກ ຫຼື 2018 Global Peace Index  ຜົນການສຳຫຼວດຈາກ 163 ປະເທດ ຈີນຢູ່ອັນດັບທີ 112 ສ່ວນສະຫະລັດຢູ່ອັນດັບທີ 121
ລາຍການດັ່ງກ່າວເປັນການຈັດອັນດັບໂດຍ ສະຖາບັນເສດຖະສາດ ແລະ ສັນຕິພາບ ເຊິ່ງເປັນໜ່ວຍງານວິເຄາະຂໍ້ມູນ ລະດັບໂລກ ມີສຳນັກງານໃຫຍ່ຢູ່ທີ່ນະຄອນ ຊິດນີ ປະເທດອອສເຕຣເລຍ


ການຈັດອັນດັບດັ່ງກ່າວມີການນຳໃຊ້ຕົວຊີ້ວັດຫຼັກ 3 ປັດໄຈຄື:
1.ຄວາມປອດໄພ ແລະ ຄວາມໝັ້ນຄົງໃນສັງຄົມ
2.ຄວາມຂັດແຍ້ງທີ່ເກີດຂຶ້ນທັງພາຍໃນ ແລະ ນອກປະເທດ
3.ການເຮັດໃຫ້ກອງທັບເປັນໃຫຍ່
ແຕ້ມ 1 ຄະແນນ ໝາຍເຖິງສັນຕິພາບສູງສຸດ ສ່ວນແຕ້ມ 5 ຄະແນນ ໝາຍເຖິງສັນຕິພາຍໜຸ້ອຍສຸດ
ໃນກຸ່ມອາຊຽນ ສິງກະໂປເປັນອັນດັບ 1 ໃນພູມມິພາກ ຈາກການເປັນອັນດັບ 8 ຂອງໂລກ, ມາເລເຊຍຢູ່ອັນດັບທີ 25, ສປປ ລາວ ຢູ່ອັນດັບທີ 46, ອນໂດເນເຊຍ ຢູ່ອັນດັບທີ 55, ຫວຽດນາມຢູ່ອັນດັບທີ 60, ກຳປູເຈຍຢູ່ອັນດັບທີ 96 ແລະ ໄທຢູ່ອັນດັບທີ 113, ມຽນມາຢູ່ອັນດັບທີ 122 ສ່ວນຟິລິປິນຢູ່ອັນດັບທີ 137ຂອງໂລກ ສ່ວນປະເທດ ບຣູໄນບໍ່ໄດ້ເຂົ້າຮ່ວມໃນລາຍງານນີ້
ສ່ວນປະເທດທີ່ີຄວາມສະຫງົບສຸກທີ່ສຸດໃນໂລກຄື: 1. ປະເທດໄອຊ໌ແລນ, 1. ນິວຊີແລນ, 3 ອອສເຕເລຍ, 4 ໂປຣຕຸເກສ, 5. ເດນມາກ, 6. ການາດາ, 7. ສາທາລະນະລັດເຊັກ, 8. ສິງກະໂປ, 9, ຍີປຸ່ນ ແລະ ໄອຣ໌ແລນ
ສຳລັບປະເທດທີ່ມີການພັດທະນາທີ່ດີສຸດຄື: ປະເທດ ແກມເບຍ ເຊິ່ງຂຶ້ນມາ 35 ອັນດັບ ມາຢູ່ທີ່ອັນດັບ 76 ໃນປີນີ້ ຂະນະທີ່ ໂຕໂກ ຫຼຸດລົງມາເຖິງ 32 ອັນດັບ ຢູ່ທີ່ອັນດັບ 98 ຂອງໂລກ
ສ່ວນ 10 ປະເທດທີ່ມີສັນຕິພາຍໜຸ້ອຍສຸດຄື: 1. ຊີເຣຍ, 2. ອັຟການິສຖານ, 3. ຊູດານໃຕ້, 4. ອິຣັກ, 5. ໂຊມາເລຍ, 6. ເຢເມນ, 7. ລິເບຍ, 8. ສາທາລະນະລັດປະຊາທິປະໄຕ ຄອງໂກ, 9. ສາທາລະນະລັດແອຟຣິກາກາງ ແລະ 10 ປະເທດ ຣັດເຊຍ


ຂອບໃຈທີ່ມາ laopost.com
Ad