Top Ad

header ads

ລູກຊົ່ວ!! ຂໍເງິນນຳແມ່ບໍ່ໄດ້ ເອົາໄຟຈູດເຮືອນ ໄໝ້ກ້ຽງໝົດຫຼັງ


ເຫດການໄຟໄໝ້ເຮືອນປະຊາຊົນບ້ານລະວາງ ເມືອງ ແລະ ແຂວງສາລະວັນ ໃນວັນທີ 25 ພຶດສະພາ 2018 ສ້າງຄວາມເສຍລວມມູນຄ່າທັງໝົດເກືອບ 100 ລ້ານ. ຫຼ້າສຸດ, ກອງບັນຊາການ ປກສ ເມືອງສາລະວັນ ໄດ້ເປີດເຜີຍວ່າ: ເຫດການດັ່ງກ່າວແມ່ນເກີດມາຈາກລູກຊາຍເຈົ້າຂອງເຮືອນເປັນຄົນຈູດ ຍ້ອນຄຽດໃຫ້ຄອບຄົວທີ່ຂໍເງິນບໍ່ໄດ້ ຈຶ່ງກໍ່ເຫດໃນຄັ້ງນີ້.
ພັທ ບຸນເສີມ ໄຊຍະຈັກ ຫົວໜ້າກອງບັນຊາການ ປກສ ເມືອງສາລະວັນ ໄດ້ຖະແຫຼງຂ່າວຕ່ໍສື່ມ່ວນຊົນ ປກສ ໃນວັນທີ 4 ມິຖຸນາ 2018 ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກປະຊາຊົນບ້ານລະວາງ ເມືອງສາລະວັນ ໃນວັນທີ 25 ພຶດສະພາ 2018 ວ່າເກີດເຫດອັກຄີໄພໄໝ້ເຮືອນຂອງ ທ້າວ ບຸນຕື້. ຈາກນັ້ນ, ເຈົ້າໜ້າທີ່ໄດ້ປະສານສົມທົບການກັບກໍາລັງວິຊາສະເພາະ ເອົາລົດດັບເພີງອອກໄປມອດໄຟຢູ່ສະຖານທີ່ເກີດເຫດ, ແຕ່ກໍບໍ່ສາມາດມອດໄຟໄດ້ ພຽງແຕ່ປ້ອງກັນບໍ່ໃຫ້ລຸກລາມໄປທາງເຮືອນໃກ້ຄຽງ ຍ້ອນແປວໄຟລຸກລາມຮຸນແຮງ.
ພາຍຫຼັງໄຟໄດ້ມອດລົງ ເຈົ້າໜ້າທີ່ໄດ້ເກັບກໍາຂໍ້ມູນ ແລະ ສອບຖາມຜູ້ເຫັນເຫດການ ຈຶ່ງຮູ້ວ່າ: ເຫດການອັກຄີໄພຄັ້ງນີ້ ແມ່ນຍ້ອນ ທ້າວ ສົມພອນ ຫຼື ຢູນ ອາຍຸ 28 ປີ ເປັນລູກຊາຍຂອງເຈົ້າຂອງເຮືອນເປັນຄົນຈູດ ຍ້ອນຜິດຖຽງກັບພໍ່ ແລະ ແມ່ ທີ່ຂໍເງິນບໍ່ໄດ້ ຈຶ່ງລະບາຍອາລົມດ້ວຍການຈູດເຮືອນຕົວເອງໃນຄັ້ງນີ້. ເຈົ້າໜ້າທີ່ຈຶ່ງຈັບຕົວໄປດໍາເນີນຄະດີຕາມກົດໝາຍ.
ຜ່ານການສອບສວນ ຜູ້ກ່ຽວໄດ້ສາລະພາບວ່າ: ກ່ອນມື້ເກີດເຫດ, ຜູ້ກ່ຽວໄດ້ເສບຢາບ້າ ຈໍານວນ 2 ເມັດ, ພໍຮຸ່ງເຊົ້າມື້ເກີດເຫດ ຜູ້ກ່ຽວໄດ້ບອກໃຫ້ແມ່ແຕ່ງກິນໃຫ້ ພ້ອມກັບຂໍເງິນ 50.000 ກີບ ໂດຍອ້າງວ່າຈະປ່ຽນຢາງຕີນລົດຈັກ. ແຕ່ຜູ້ເປັນແມ່ປະຕິເສດວ່າ: ບໍ່ມີເງິນ ແລະ ໄດ້ບອກຜູ້ກ່ຽວເອົາລົດຈັກໄປປ່ຽນຢາງຢູ່ຮ້ານຕໍ່ໜ້າເຮືອນແລ້ວ ຈຶ່ງຊິໄປໃຊ້ຈ່າຍຕາມຫຼັງ. ແຕ່ ທ້າວ ສົມພອນ ບໍ່ຍອມ ວົນວຽນຂໍເງິນນໍາແມ່. ດັ່ງນັ້ນ, ຜູ້ກ່ຽວຈຶ່ງຜິດຖຽງກັບແມ່ ເຮັດໃຫ້ຜູ້ເປັນແມ່ຢ່າງໜີໄປຢູ່ເຮືອນພີ່ນ້ອງ. ແຕ່ຜູ້ກ່ຽວຍັງພະຍາຍາມວົນວຽນຊອກຫາແມ່ແຕ່ບໍ່ພົບ ຈຶ່ງຍ່າງກັບໄປເຮືອນຫຼຽວເຫັນກະສອບນຸ່ນງິ້ວຢູ່ກ້ອງລ່າງເຮືອນ ຜູ້ກ່ຽວຈົກເອົານຸ່ນງິ້ວທີ່ບັນຈຸໃນກະສອບປຸ່ຍ ແລ້ວຂີດກັບໄຟໃສ່ ເຮັດໃຫ້ໄຟລຸກລາມໄປໄໝ້ເຮືອນຈົນໜົດກ້ຽງທັງຫຼັງ.
ອັກຄີໄພຄັ້ງນີ້, ຄວາມເສຍຫາຍມີເຮືອນ 1 ຫຼັງ, ລົດຈັກ 2 ຄັນ, ເຂົ້າເປືອກ 1 ໂຕນ, ຈັກຕັດຫຍ້າ 2 ເຄື່ອງ, ຈັກສີດຢາ 2 ເຄື່ອງ, ໂທລະສັບ 2 ໜ່ວຍ, ໂທລະພາບ 1 ໜ່ວຍ, ເຄື່ອງຈັກພ່າມັນ 2 ເຄື່ອງ, ຕູ້ເຢັນ, ເຄື່ອງໃຊ້ສອຍໃນເຮືອນ ລວມມູນຄ່າປະມານ 90 ລ້ານກີບ.

ແຫຼ່ງຂ່າວ: ເລົ່າສູ່ກັນຟັງ
Ad