Top Ad

header ads

ເຊົ່າລົດແລ້ວຫາຍໄປຈ້ອຍທັງຄົນທັງລົດ


ຈາກຜູ້ໃຊ້ເຟສບຸກຊື່ Sak Homsombath ໄດ້ເລົ່າວ່າ: ຂ້າພະເຈົ້າມີເລື່ອງຢາກຂໍຄວາມຊ່ວຍເຫຼືອເຊິ່ງແມ່ນນາງຈັນສະໝຸດ ພົ້ວປັນຍາ ເປັນຜູ້ອອກກົນອຸບາຍເພື່ອມາເຮັດສັນຍາໃນການເຊົ່າລົດຂອງຂ້າພະເຈົ້າ ແລະ ໃນນັ້ນມີນາງ ວັນພອນ ວົງມະນີ (Vanephone Vongmany)


ເປັນຜູ້ຄ້ຳປະກັນແກັ໋ງພວກນີ້ເຂົາໄດ້ໃຊ້ອຸບາຍອອກເຊົ່າລົດຂັບເອງໄປທ່ຽວເພື່ອຄວາມສະບາຍຂອງຜູ້ກ່ຽວ…ຂ້າພະເຈົ້າຈິ່ງໄດ້ໃຫ້ກຸ່ມພວກນີ້ເຊົ່າເປັນລົດກະບະREVOສີປອນເງິນຫມາຍເລກທະບຽນ ກຂ 7976 ເຮັດສັນຍາເຊົ່າເລີ່ມວັນທີ 5/5/2018 ເຖິງ 19/5/2018ແຕ່ຂ້າພະເຈົ້າລືມໄປໃສ່ວັນທີ20/05/18ພໍຮອດກຳນົດເຂົາກະມາຕໍ່ສັນຍາອີກ7ວັນຮອດວັນທີ27/5/2018


ຈາກນັ້ນມາຮອດປະຈຸບັນງຽບຫາຍໄປເລີຍຕິດຕໍ່ຫາກໍບໍ່ໄດ້ ບາງທີຕິດຕໍ່ຫາໄດ້ແຕ່ບໍ່ຮັບຂ້າພະເຈົ້າຂໍວອນນຳຕຳຫຼວດຜູ້ນອ້ຍຮອດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈົ່ງຊ່ວຍເຫຼືອຂ້ານ້ອຍແນ່ເພາະບໍ່ມີທີ່ເພິ່ງແລ້ວຂ້ານ້ອຍຢູ່ບ້ານສະຫມາມໄຊ ເມືອງປາກເຊ ແຂວງຈຳປາສັກເບີໂທ 02055435082 ແລະ 02056613685
1ແຊຣ໌ສຳລັບທ່ານຊ່ວຍໄດ້ຂ້າພະເຈົ້າຂໍຄວາມຊ່ວຍເຫຼືອນຳພວກທ່ານແດ່ ພຽງແຕ່ທ່ານແຊຣ໌ເທົ່ານັ້ນເພື່ອນຳຕົວຜູ້ກ່ຽວມາລົງໂທດຕາມກົດໝາຍ.
Ad