Top Ad

header ads

ເຫດ! ສາວປະເພດສອງຜູກຄໍຕາຍ ທີ່ສະຫວັນນະເຂດ



ແຂວງ ສະຫວັນນະເຂດ ວັນທີ10/06/2018 ເວລາ ປະມານ13:30ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີເຫດຄົນຜູກຄໍຕາຍ ທີ່ເຂດບ້ານ ຫົວເມືອງເຫນືອ ນະຄອນໄກສອນ ແຂວງ ສະຫວັນນະເຂດ

ໃນຈຸດເກີດເຫດແມ່ນມີສົບຜູ້ເສຍຊີວິດ1ຄົນເປັນເພດຊາຍ ( ສາວປະເພດສອງ) ອາຍຸປະມານ35ປີ ສະພາບສົບ ນຸ່ງສີ້ນ ເສື້ອສີດຳ ຜູກຄໍທີ່ຄຶບ້ານ ຫນ້າທາງເຂົ້າ ສະພາບສົບຫນ້າຈະເສຍຊີວິດປະມານ3ຫລື4ມື້ ເພາະເບີ່ງສະພາບສົບແມ່ນ ມີກີນເຫມັນ ແລະ ເປື່ອຍຫລາຍບ່ອນ ຜູ້ກ່ຽວແມ່ນອາໄສຢູ່ນຳອ້າຍສອງຄົນ ເຊີ່ງໄດ້ຫາຍໂຕໄປຫລາຍມື້ບໍ່ເຫັນ ປະຊາຊົນເຂດນັ້ນຈື່ງໄດ້ກີນເຫມັນ ເລີຍເຂົ້າໄປຮ້ອງ ແລະ ໄດ້ພົບສົບຜູ້ເສຍຊີວິດ ສ່ວນສາເຫດແຮງຈູງໃຈ ທາງທີມງານຍັງບໍ່ຮູ້ສາເຫດ ສຳເນົາ ຄະດີຄວາມດັ່ງກ່າວແມ່ນທາງເຈົ້າຫນ້າທີ່ຮັບຜິດຊອບ ກຳລັງສືບສວນສອບສວນຕໍ່ໄປ

ສ່ວນສົບຜູ້ເສຍຊີວິດ ທາງ ມູນນິທິພວກເຮົາໄດ້ອານຸເຄາະ ໃຫ້ຫິບສົບ ແລະ ທຳພິທີທາງສາດສະຫນາ ໃຫ້ ເພາະອີງໃສ່ສະພາບທາງຄອບຄົວແມ່ນທຸກຍາກ . ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂຊໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆ


ທ່ານໃດຍາກປະກອບສ່ວຍຊ່ວຍເຫລືອສັງຄົມ ອານຸເຄາະໂລງສົບ ຫລືປັດໃຈ ຜ້າຂາວ ເພື່ອຝາກຕໍ່ໃຫ້ຄອບຄົວທຸກຍາກ ສາມາດຕິດຕໍ່ທາງທີມງານ ມູນນິທິເຮົາໄດ້
ເບີໂທ 020 28285454 ;020 98985454 ຕະຫລອດ24ຊົ່ວໂມງ
ໜ່ວຍກູ້ໄພສະຫວັນນະເຂດ
Ad