Top Ad

header ads

ອິນເດຍ ສັ່ງເຈົ້າຫນ້າທີ່ລົດນ້ຳຫນັກດ່ວນ ບໍ່ດັ່ງນັ້ນຈະຖືກໄລ່ອອກ ຫລັງພົບຕຳຫຼວດອ້ວນຕາຍນັບ 100 ຄົນ


ເມື່ອວັນທີ່ 10 ກໍລະກົດ ທ່ານພາສະການ ຣາໂອ ຜູ້ບັງຄັບບັນຊາຕຳຫຼວດກອງກຳລັງສຳຮອງຂອງລັດກອນນາຖະກະ (KSRP) ທາງໃຕ້ຂອງອິນເດຍ ບອກກັບສຳນັກຂ່າວ ບີບີຊີ ວ່າເຂົາຮູ້ສຶກກັງວົນຫຼາຍທີ່ເຈົ້າຫນ້າທີ່ໃນກົມຕຳຫຼວດປະສົບປັນຫາໂລກອ້ວນຫຼາຍຂື້ນ ເຂົາຈື່ງອອກຄຳສັ່ງໃຫ້ຕຳຫຼວດທີ່ມີບັນຫາໄປລົດນ້ຳຫນັກບໍ່ເຊັ່ນນັ້ນກໍ່ອາດຈະຕ້ອງຖືກໄລ່ອອກ
“ເຮົາເລີ່ມຂະບວນການເຝົ້າສັງເກດລະດັບນ້ຳຕານ ແລະຂໍ້ມູນກ່ຽວກັບສຸຂະພາບອື່ນໆ ຂອງຕຳຫຼວດ KSRP ມາຕັ້ງແຕ່ 6 ເດືອນກ່ອນ ໂດຍຄຳສັ່ງລ່າສຸດຄື ພວກເຂົາຈະຖືກພັກງານແລະເລີກຈ້າງ ເພື່ອຂູ່ພວກທີ່ບໍ່ໃສ່ໃຈສຸຂະພາບໂຕເອງ” ທ່ານຣາໂອ ກ່າວ
ທັງນີ້ ທ່ານພາສການເຜີຍວ່າ ເຂົາດຳເນີນການເລື່ອງດັ່ງກ່າວຫຼັງຈາກພົບວ່າ ໃນຊ່ວງ 18 ເດືອນທີ່ຜ່ານມາ ມີຕຳຫຼວດຫຼາຍກວ່າ 100 ຄົນ ເສຍຊີວິດກັບໂລກທີ່ກ່ຽວຂ້ອງກັບພຶດຕິກຳການໃຊ້ຊີວິດທີ່ສົ່ງຜົນຮ້າຍຕໍ່ສຸຂະພາບ ໂດຍເຈົ້າຫນ້າທີ່ມີນ້ຳຫນັກເກີນຈະໄດ້ຮັບຄວາມຊ່ວຍເຫຼືອໃນເລື່ອງການປ່ຽນແປງການໃຊ້ຊີວິດ ແລະການກິນອາຫານເຊັ່ນຄອສຮຽນລອຍນ້ຳ, ໂຢຄະ ແລະກິລາອື່ນໆ

ໃນຊ່ວງ 18 ເດືອນທີ່ຜ່ານມາ ຄົນຂອງເຮົາເສຍຊີວິດໄປ 153 ຄົນ ໃນຈຳນວນນີ້ 24 ຄົນຕາຍເພາະອຸບັດຕິເຫດເທີງຫົນທາງ ອີກ 9 ຄົນຂ້າໂຕຕາຍ ສ່ວນທີ່ເຫຼືອຕາຍເພາະໂລກທີ່ກ່ຽວຂ້ອງກັບພຶດຕິກຳການໃຊ້ຊີວິດເຊັ່ນຫົວໃຈວາຍ ແລະໂລກເບົາຫວານ ນີ້ເປັນເລື່ອງໃຫ່ຍທີ່ສຸດທີ່ເຕືອນສະຕິພວກເຮົາ ທ່ານຣາໂອກ່າວເສີມດ້ວຍວ່າ ແພດເປັນຜູ້ຕັດສິນໃຈວ່າເຈົ້າຫນ້າທີ່ຄົນໃດຄວນອອກກຳລັງກາຍຫຼືເຮັດກິດຈະກຳແບບໃດ
Ad