Top Ad

header ads

ແມ່ນຈົນຂົນລຸກ! ພົບ 13 ນັກເຕະທີມໝູປ່າ ຫລັງຄູບາບຸນຊຸ່ມ ເຮັດພິທີຢູ່ຫນ້າຖ້ຳ



ຈາກກໍລະນີເມື່ອວັນສຸກທີ່ 29-30 ມິຖຸນາຜ່ານມາ ຄູບາບຸນຊຸ່ມ ຍານສໍວະໂຣ ພຣະດັງຈາກລັດສານ ໄດ້ເຂົ້າໄປເຮັດພິທີຫນ້າຖ້ຳຫລວງເຖິງ 2 ຄັ້ງ ຫລັງເຮັດພິທີສຳເລັດກໍ່ບອກກ່າວກັບລູກສິດ ແລະບອກກັບພໍ່ແມ່ຜູ້ປົກຄອງຂອງທັງ 13 ຄົນວ່າ ທັງ 13 ຄົນປອດໄພດີ ແລະອີກ 1-2 ວັນຈະອອກມາໄດ້
ຊຶ່ງຜົນປາກົດວ່າ 1-2 ວັນ (ຄົບກຳນົດມື້ນີ້ພໍດີ 2 ກໍລະກົດ)  ຫລັງເຮັດພິທີ ປາກົດວ່າ ໄດ້ຮັບຂ່າວດີຕາມທີ່ຄູບາບຸນຊຸ່ມບອກໄວ້ ເມື່ອຜູ້ວ່າການແຂວງຊຽງລາຍ ອອກຖະແຫລງການເວລາ 22:30 ໂມງ ວ່າພົບທັງ 13 ຄົນແລ້ວ ແລະທຸກຄົນປອດໄພດີ ແຕ່ຍັງບໍ່ສາມາດນຳເອົາອອກມາໄດ້ ເນື່ອງຈາກຕ້ອງໄດ້ຖ້າຟື້ນຟູຮ່າງກາຍຂອງທັງ 13 ຄົນກ່ອນ
Ad