Top Ad

header ads

ສະຫຼຸບປະເທດທີ່ຍື່ນມືເຂົ້າມາຊ່ວຍເຫຼືອລາວແລ້ວ ແລະ ປະເທດທີ່ພ້ອມຊ່ວຍເຫຼືອຖ້າໄດ້ຮັບການຮ້ອງຂໍ

ພາຍຫຼັງບັນດາປະເທດເພື່ອນມິດໄດ້ຮັບຂ່າວເລື່ອງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນຄືນຂອງວັນທີ 23 ກໍລະກົດ 2018, ເລີ່ມແຕ່ວັນທີ 24 ກໍລະກົດ ຈົນຮອດປັດຈຸບັນໄດ້ມີບັນດາການນຳຂັ້ນສູງຈາກຫລາຍປະເທດສົ່ງສານສະແດງຄວາມເສຍໃຈ ແລະ ມີເຈດຈຳນົງຈະໃຫ້ການຊ່ວຍເຫລືອ ເຊິ່ງປັດຈຸບັນໄດ້ມີ 6 ປະເທດເຂົ້າມາມອບການຊ່ວຍເຫຼືອລາວແລ້ວ, 3 ປະເທດ ແລະ 2 ອົງການໂລກ ທີ່ແຈ້ງເຈດຈຳນົງພ້ອມຊ່ວຍເຫຼືອຫາກລັດຖະບານລາວຮ້ອງຂໍ.
ປະເທດທີ່ມອບການຊ່ວຍເຫຼືອລາວໃນເຫດໄພພິບັດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປັດຈຸບັນ:
  1. ປະເທດໄທ (ເປັນປະເທດທຳອິດທີ່ເຂົ້າມາຊ່ວຍລາວ) ພ້ອມທັງມອບການຊ່ວຍເຫຼືອໃຫ້ກັບ ສປປ ລາວຢ່າງເຕັມທີ່ໃນທຸກດ້ານບໍ່ວ່າຈະເປັນທາງດ້ານງົບປະມານ, ວັດຖຸສິ່ງຂອງ, ໜ່ວຍງານອາສາສະໝັກ ແລະ ອື່ນໆອີກຫຼວງຫຼາຍ.
  2. ປະເທດເກົາຫຼີໃຕ້ (ສົ່ງທີມກູ້ໄພສຸກເສີນເດີນທາງມາທີ່ ສປປ ລາວ ເພື່ອຊ່ວຍເຫຼືອ ແລະ ຄົ້ນຫາຜູ້ສູນຫາຍ)
  3. ປະເທດ ສິງກະໂປ (ສະໜັບສະໜູນເງິນ 100.000$ ພ້ອມສົ່ງກອງທັບເຂົ້າຊ່ວຍຜູ້ປະສົບໄພ)
  4. ປະເທດ ສປ ຈີນ (ສົ່ງຊ່ຽວຊານຈີນ ຫນ່ວຍກູ້ໄພທະຫານກວ່າ 100ຄົນ ແລະອຸປະກອນການແພດ ອຸປະກອນສື່ສານຂອງບໍລິສັດລາວໂທລະຄົມມາຊ່ວຍ)
  5. ປະເທດ ຫວຽດນາມ (ມອບເງິນ 200.000$ ແລະ ລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມຜ່າຕັດ 211 ຮວມໄປເຖິງພາຫະນະອຸປະກອນ, ພ້ອມເຄື່ອງອຸປະໂພກ ບໍລິໂພກຈຳນວນໜຶ່ງ)
  6. ປະເທດ ຍີ່ປຸ່ນ (ມອບເຄື່ອງຊ່ວຍເຫລືອສຸກເສີນ(ເຊັ່ນ: ຜ້າເຕັ້ນ, ຜ້າຫົ່ມ ແລະ ອື່ນໆ)ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ(JICA))
ປະເທດ ແລະ ອົງການທີ່ແຈ້ງເຈດຈຳນົງພ້ອມຊ່ວຍເຫຼືອ ຫາກລັດຖະບານລາວຮ້ອງຂໍ
  1. ປະເທດ ມາເລເຊຍ (ແຈ້ງເຈດຈຳນົງພ້ອມທີ່ຈະໃຫ້ການຊ່ວຍເຫຼືອໃດໜຶ່ງຕາມຄວາມຕ້ອງການຂອງຝ່າຍລາວ)
  2. ປະເທດ ຟິລິບປິນ (ແຈ້ງເຈດຈຳນົງພ້ອມຈະໃຫ້ການຊ່ວຍເຫຼືອຕໍ່ເພື່ອນບ້ານໃນອາຊີຕະເວັນອອກຂອງຕົນໃນສິ່ງທີ່ຊ່ວຍໄດ້ ຖ້າໄດ້ຮັບການຮ້ອງຂໍ)
  3. ປະເທດ ສະຫະລັດອາເມລິກາ ຢືນຢັນທີ່ຈະໃຫ້ການຊ່ວຍເຫຼືອແກ່ທາງການລາວເຊັ່ນກັນ
  4. ອົງການສະຫະປະຊາຊາດ (ສະແດງຄວາມພ້ອມທີ່ຈະໃຫ້ການສະໜັບສະໜູນຄວາມພະຍາຍາມແຫ່ງຊາດໃນການບັນເທົາທຸກ ແລະ ຊ່ວຍເຫຼືອຊີວິດຂອງປະຊາຊົນລາວຜູ້ເຄາະຮ້າຍ ຖ້າຝ່າຍລາວຕ້ອງການ)
  5. ທະນາຄານໂລກ (ສະແດງຄວາມພ້ອມທີ່ຊ່ວຍເຫຼືອ ຫາກໄດ້ຮັບການຮ້ອງຂໍຈາກລັດຖະບານລາວ)
 ທີ່ມາ laopost.com
Ad