Top Ad

header ads

ຍັງມີຜູ້ປະກອບການຜະລິດອາຫານຈໍານວນຫລາຍບໍ່ມີທະບຽນ ອຢ


ນັບວ່າເປັນສິ່ງທີ່ໜ້າເປັນຫວ່ງຫລາຍ, ພາຍຫລັງໜ່ວຍງານກວດກາ ອາຫານ ແລະ ຢາ ໄດ້ເປີດເຜີຍວ່າຢູ່ປະເທດເຮົາເວົ້າລວມ, ເວົ້າສະເພາະ ຢູ່ນະຄອນຫລວງວຽງຈັນ ຍັງມີຜູ້ປະກອບການຜະລິດອາຫານຈໍານວນຫລາຍບໍ່ມີທະບຽນຢັ້ງຢືນຈາກໜ່ວຍງານອາຫານ ແລະ ຢາ (ອຢ).
ບັນຫາດັ່ງກ່າວໄດ້ມີການລາຍງານໃນກອງປະຊຸມຖອດຖອນບົດຮຽນວຽກງານອາຫານປອດໄພ ເພື່ອຕ້ອນຮັບປີທ່ອງທ່ຽວລາວທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ທ່ານ ຄໍາພູນ ໃບລາຕີ ຮອງຫົວໜ້າພະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ, ມີພະນັກງານອາຫານ ແລະ ຢາ 9 ຕົວເມືອງ, ພ້ອມດ້ວຍຜູ້ປະກອບການໂຮງແຮມ, ຮ້ານອາຫານ ແລະ ໂຮງງານຜະລິດອາຫານເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານ ດຣ ສົມຈີນ ສິງຫາຣາຊ ຫົວໜ້າຂະແໜງອາຫານ ແລະ ຢາ ນະຄອນຫລວງວຽງຈັນ ກ່າວວ່າ: ໃນຕົ້ນປີ 2018 ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງລົງເກັບກໍາສະຖິຕິສະຖານທີ່ປະກອບການທາງດ້ານອາຫານຢູ່ພາຍໃນນະຄອນຫລວງວຽງຈັນ ປະກອບມີ: ໂຮງງານຜະລິດນໍ້າດື່ມ, ໂຮງງານຜະລິດນໍ້າກ້ອນ, ຕູ້ຜລິດນໍ້າກ້ອນ, ໂຮງງານຜະລິດອາຫານ, ຮ້ານມິນິມາກ, ໂຮງແຮມ ແລະ ຮ້ານອາຫານທັງໝົດ 812 ແຫ່ງ, ສະເພາະໂຮງງານຜະລິດນໍ້າດື່ມ ມີ 263 ແຫ່ງ, ປິດຖາວອນ 10 ແຫ່ງ, ບໍ່ພົບເຈົ້າຂອງ 9 ແຫ່ງ, ຍັງບໍ່ທັນໄດ້ຜະລິດ 14 ແຫ່ງ, ປິດຊົ່ວຄາວ 2 ແຫ່ງ, ເຄື່ອງຈັກເພ 1 ແຫ່ງ, ກວດກາຕົວຈິງ 222 ແຫ່ງ, ມີໃບທະບຽນ ອຢ 198 ແຫ່ງ ແລະ ບໍ່ມີໃບທະບຽນ ອຢ 65 ແຫ່ງ, ມີໃບທະບຽນໝົດອາຍຸ 22 ແຫ່ງ, ໃບດໍາເນີນກິດຈະການໝົດອາຍຸ 24 ແຫ່ງ, ໂຮງງານຜະລິດນໍ້າກ້ອນທັງໝົດ 69 ແຫ່ງ, ປິດຖາວອນ 8 ແຫ່ງ, ຕູ້ເພ 2 ແຫ່ງ, ກວດກາຕົວຈິງ 59​ ແຫ່ງ, ໂຮງງານຜະລິດອາຫານມີທັງໝົດ 82 ແຫ່ງ, ເປີດໃໝ່ 6 ແຫ່ງ, ປິດຖາວອນ 11 ແຫ່ງ, ກວດກາຕົວຈິງ 69 ແຫ່ງມີໃບທະບຽນ ອຢ 7 ແຫ່ງ ແລະ ບໍ່ມີໃບທະບຽນ ອຢ 62 ແຫ່ງ ແລະ ບັນຫາທີ່ພົບເຫັນສ່ວນໃຫຍ່ແມ່ນຂາດສຸຂະອະນາໄມ, ກໍາມະກອນບໍ່ໃສ່ຊຸດກັນເປື້ອນ, ຢູ່ຫ້ອງຈັກ ແລະ ຫ້ອງເກັບຜະລິດຕະພັນມີນໍ້າຂັງ, ໃຊ້ສາຍຢາງອັດຮ່າຍນໍ້າດື່ມ, ນໍ້າກ້ອນຂາດການອະນາໄມ ແລະ ເຄື່ອງຈັກຜະລິດນໍ້າກ້ອນເກົ່າເກີນໄປ, ສິ່ງແວດລ້ອມຢູ່ບໍລິເວນໂຮງງານມີຄວາມເປື້ອນເປີະ, ຮ່ອງລະບາຍນໍ້າເສຍມີນໍາຂັງ, ມີສັດລ້ຽງຢູ່ບໍລິເວນສະຖານທີ່ການຜະລິດ ແລະ ບັນຫາອື່ນໆ. ຕໍ່ບັນຫາດັ່ງກ່າວ, ພະແນກສາທາລະນະສຸກນະຄອນຫລວງວຽງຈັນຈະສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງແນະນໍາຜູ້ປະກອບການໃຫ້ເອົາໃຈໃສ່ປະຕິບັດຫລັກການສຸຂະພາບອະນາໄມທີ່ດີ ແລະ ຫລັກການຜະລິດທີ່ດີ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ບໍລິໂພກນັບມື້ດີຂຶ້ນ.

ຂອບໃຈທີ່ມາ www.laophattananews.com
Ad