ລັດຖະບານປະກາດເຂດໄດ້ຮັບຜົນກະທົບນໍ້າຖ້ວມເມືອງສະໜາມໄຊເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ
ໃນວັນທີ 24 ກໍລະກົດນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍຢູ່ແຂວງອັດຕະປື, ໂດຍລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ, ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບພິຊອບ ເພື່ອເປັນໃຈກາງໃນການປະສານງານ, ການລະດົມທຶນ, ທ້ອນໂຮມທຶນຮອນ ແລະ ວັດຖຸປັດໃຈຕ່າງໆ ຈາກທຸກພາກສ່ວນ ນັບທັງພາກລັດ ແລະ ທ້ອງຖິ່ນ, ພາກເອກະຊົນ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນຜູ້ມີນໍ້າໃຈສັດທາ. ສໍາລັບທຶນ ແລະ ວັດຖຸທີ່ລະດົມມາໄດ້ ສໍາລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສໍາລັບທ້ອງຖິ່ນແມ່ນໃຫ້ໄປມອບຢູ່ຫ້ອງການປົກຄອງແຂວງ.

ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 26 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ.
ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 26 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ.
ເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນລະບົບເຂື່ອນທີ່ອ່າງເກັບນ້ຳໄດ້ເຊື່ອມຕໍ່ໃສ່ຫ້ວຍໝາກຈັນລົງສູ່ເຂື່ອນເຊປຽນ, ຈາກເຂື່ອນເຊປຽນລົງສູ່ເຂື່ອນເຊນ້ຳນ້ອຍ ແລະ ອ່າງເກັບນ້ຳເຂື່ອນເປັນອ່າງເກັບນ້ຳທີ່ໃຫຍ່ທີ່ສຸດໃນລະບົບເຂື່ອນດັ່ງກ່າວ ດ້ວຍເນື້ອທີ່ 522 ກິໂລແມັດຕາແມັດ, ໂດຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນປີ 2019 ມີກຳລັງການຜະລິດ 410 ເມກາວັດ, ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງບໍລິສັດ sk Engineering Construction ຈາກ ສ.ເກົາຫລີ ຖືຮຸ້ນ 26%, ບໍລິສັດ KOWEPO ຈາກ ສ.ເກົາຫລີ ຖືຮຸ້ນ 25%, ບໍລິສັດ RATCH ຈາກປະເທດໄທຖືຮຸ້ນ 25% ແລະ ລັດວິສາຫະກິດຖືຮຸ້ນລາວຖືຮຸ້ນ 24% ດ້ວຍມູນຄ່າໂຄງການ 1.020 ລ້ານໂດລາສະຫະລັດ.
ທີ່ມາ www.laophattananews.com